ຂ່າວພາຍໃນປະເທດ

ສຳເລັດກອງປະຊຸມຄົບຄະນະບໍລິຫານງານ ຊາວໜຸ່ມ ນະຄອນຫລວງວຽງຈັນ

*(ຂປລ): ກອງປະຊຸມຄົບຄະນະບໍລິຫານງານ ຊປປລ ນະຄອນຫລວງວຽງຈັນ ຄັ້ງທີ 2 ສະໄໝທີ VI ທີ່ດຳເນີນມາແຕ່ວັນທີ 2 ກຸມພາ ພາຍໃຕ້ການເປັນ ປະທານຂອງ ທ່ານ ບຸນທາມ ພຸດທະວົງສາ, ເລຂາທິການສູນກາງ ຊປປລ, ເລຂາຄະນະບໍລິຫານງານ ຊປປລ ນະຄອນຫລວງວຽງຈັນ ໄດ້ປິດລົງດ້ວຍຜົນສຳ ເລັດໃນວັນທີ 3 ກຸມພາ 2012, ກອງ ປະຊຸມໄດ້ຮັບກຽດຕ້ອນຮັບ ທ່ານ ດຣ. ວິລະວົງ ບຸດດາຄຳ, ເລຂາຄະນະບໍລິຫານງານ ຊປປລ, ມີຜູ້ຕາງໜ້າອົງການຈັດ ຕັ້ງຂັ້ນເມືອງ, ຫ້ອງການ, ໜ່ວຍຊາວໜຸ່ມຮາກຖານ ນະຄອນຫລວງວຽງຈັນ ເຂົ້າຮ່ວມ 100 ກວ່າທ່ານ.

ກອງປະຊຸມ ໄດ້ຮັບຟັງຮ່າງບົດສະຫລຸບ ການຈັດຕັ້ງປະຕິບັດແຜນພັດທະນາຊາວໜຸ່ມ-ເຍົາວະຊົນ ສົກປີ 2010- 2011 ແລະ ທິດທາງແຜນການ ສົກປີ 2011-2012 ທີ່ສະເໜີໂດຍ ທ່ານ ບຸນທາມ ພຸດທະວົງສາ ໃນແຕ່ລະດ້ານ ເປັນຕົ້ນ ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກງານປັບປຸງ ແລະ ກໍ່ ສ້າງການຈັດຕັ້ງ ຊາວໜຸ່ມ, ວຽກງານຂະບວນ ການ, ການກໍ່ສ້າງເຍົາວະຊົນ-ອະນຸຊົນທັນວາ, ການພັດທະນາຊາວໜຸ່ມ ແລະ ສົ່ງເສີມວິຊາຊີບ, ວຽກງານ ການເງິນ ແລະ ຂຸດຄົ້ນລາຍຮັບ, ວຽກງານການພົວພັນ-ຮ່ວມມື ກັບຕ່າງປະເທດ ແລະ ອື່ນໆ ໂດຍຊີ້ໃຫ້ເຫັນຜົນງານ, ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນໄລຍະຜ່ານມາ ແລະ ທິດທາງການພັດທະນາ ວຽກງານດັ່ງກ່າວໃນຕໍ່ໜ້າ. ຈາກນັ້ນ ກໍໄດ້ຮັບຟັງການປະກອບຄຳ ເຫັນຈາກ ຜູ້ແທນ ກອງປະຊຸມ ໃນວຽກງານດັ່ງກ່າວ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ທິດທາງແຜນການພັດທະນາ ຊາວໜຸ່ມ-ເຍົາວະຊົນ ໄດ້ຮັບການຈັດຕັ້ງ ປະຕິບັດຢ່າງມີປະສິດທິຜົນ ແນໃສ່ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ-ໄວໜຸ່ມ ແລະ ເຍົາວະຊົນ ບັນດາເຜົ່າ ຢ່າງໜັກແໜ້ນ ພາຍໃຕ້ການນຳພາຂອງພັກ, ເສີມຂະຫຍາຍບົດບາດເປັນກຳລັງປະຈັນບານ ຢ່າງຟົດຟື້ນເຂົ້າ ໃນຂະບວນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ພ້ອມນີ້ ກອງປະຊຸມໄດ້ຮັບຟັງການໂອ້ລົມ ຂອງທ່ານ ດຣ. ວິລະວົງ ບຸດດາຄຳ ໂດຍທ່ານໄດ້ເນັ້ນໜັກໃຫ້ຄະນະ ຊາວໜຸ່ມ, ສະມາຊິກຊາວໜຸ່ມ ຕັ້ງໜ້າ ຫັນລົງກໍ່ສ້າງຮາກຖານ ປັບປຸງການຈັດຕັ້ງຊາວໜຸ່ມໃຫ້ໜັກແໜ້ນ-ເຂັ້ມແຂງ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ ແຕ່ລະຂະແໜງການ ໂດຍສະເພາະຂັ້ນຮາກຖານບ້ານ ໃຫ້ໜັກແໜ້ນເຂັ້ມແຂງ, ສ້າງໃຫ້ໄດ້ຮາກຖານຊາວໜຸ່ມຕົວແບບ ຕາມເນື້ອໃນຂໍ້ແຂ່ງຂັນ 4 ບຸກ ທີ່ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດວາງອອກ. ພ້ອມເອົາໃຈໃສ່ປຸກລະດົມເຕົ້າໂຮມ ກຳລັງຊາວໜຸ່ມຕັ້ງໜ້າປະຕິບັດແວ ທາງຂອງພັກ, ແຜນພັດ ທະນາເສດຖະກິດ-ສັງຄົມຂອງລັດ, ປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ແລະ ແຜນພັດທະນານະຄອນຫລວງວຽງຈັນ ຢ່າງໜັກແໜ້ນ ແລະ ເປັນຂະບວນການຟົດຟື້ນ ./.

ກັບສາລະບານ

 

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446