ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446

ຖະ​ແຫລງ​ຂ່າວ​ກ່ຽວ​ກັບ​ຜົນ​ສຳ​ເລັດ​ເບື້ອງ​ຕົ້ນ​ຂອງກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລືກ ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ VI

*(ຂປລ,08/06/2006) ພາຍ​ຫລັງ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລືກ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ VI ດຳ​ເນີນ​ມາ​ຢ່າງ
​ເຄັ່ງ​ຮ້ອນ​ໃນ​ມື້​ທຳ​ອິດ 8/6/2006 ຕອນ​ບ່າຍ​ຂອງວັນ​
ດຽວ​ກັນ ທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ ຮອງ​ປະ​ທານ​
ສະ​ພາ​ແຫ່ງ​ຊາດ, ໃນ​ນາມ​ຫົວ​ຫນ້າ​ຄະ​ນະ​ກອງ​ເລ​ຂາ​
ຂອງກອງ​ປະ​ຊຸມ​ດັ່ງ​ກ່າວ ໄດ້​ແຈ້ງ​ກ່ຽວ​ກັບ​ຜົນ​ສຳ​ເລັດ
​ການ​ເລືອກ​ຕັ້ງ​ຄະ​ນະ​ນຳ​
ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ VI, ການ​ເລືອກ​ຕັ້ງ​ປະ​ທານ ແລະ
ຮອງ​ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ, ການ​ເລືອກ​ຕັ້ງ​ປະ​ທານ
​ສານ​ປະ​ຊາ​ຊົນ​ສູງ​ສຸດ ແລະ ໄອ​ຍະ​ການ
​ ປະ​ຊາ​ຊົນ​ສູງ​ສຸດ, ການ​ພິ​ຈາ​ລະ​ນາ ແລະ ຮັບ​ຮອງ​ເອົາ​ໂຄງ​ປະ​ກອບ​ກົງ​ຈັກ​ລັດ​ຖະ​ບານ​ຊຸດ​ໃຫມ່ ລາຍ​ລະ​ອຽດ​ມີດັ່ງ​ລຸ່ມ​ນີ້:
ກອ​ງ​ປະ​ຊຸມ​ໄດ້​ສຳ​ເລັດ​ການ​ເລືອກ​ຕັ້ງ​ປະ​ທານ, ຮອງ​ປະ​ທານ ແລະ ກຳ​ມະ​ການ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ VI ຄື:
1 ທ່ານ​ ທອງ​ສິງ ທຳ​ມະ​ວົງ ເປັນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ;
2 ທ່ານ ນາງ ປາ​ນີ ຢາ​ທໍ​ຕູ້ ເປັນ​ຮອງ​ປະ​ທານ;
3 ທ່ານ ດ​ຣ. ໄຊ​ສົມ​ພອນ ພົມ​ວິ​ຫານ ເປັນ​ຮອງ​ປະ​ທານ;
4 ທ່ານ ເກ​ຢຸນ ຍົດ​ໄຊວິ​ບູນ ເປັນ​ກຳ​ມະ​ການ​ຄະ​ນະ​ປະ​ຈຳ;
5 ທ່ານ ຄຳ​ສິງ ໄຊ​ຍະ​ກອນ ເປັນ​ກຳ​ມະ​ການ ຄະ​ນະ​ປະ​ຈຳ;
6 ທ່ານ ດ​ຣ. ທອງ​ພັນ ຈັນ​ທະ​ລາ​ນົນ ເປັນ​ກຳ​ມະ​ການ​ຄະ​ນະ​ປະ​ຈຳ;
7 ທ່ານ ດວງ​ດີ ອຸດ​ທະ​ຈັກ ເປັນ​ກຳ​ມະ​ການ ຄະ​ນະ​ປະ​ຈຳ;
8 ທ່ານ ພ​ຈວ. ຄຳ​ແວວ ສີ​ໂຄດ​ຈຸນ​ລະ​ມະ​ນີ ເປັນ​ກຳ​ມະ​ການ ຄະ​ນະ​ປະ​ຈຳ;
9 ທ່ານ ທອງ​ເຕີນ ໄຊ​ຍະ​ເສນ ເປັນ​ກຳ​ມະ​ການ ຄະ​ນະ​ປະ​ຈຳ.
ກອງ​ປະ​ຊຸມ​ຍັງ​ໄດ້​ພິ​ຈາ​ລະ​ນາ ແລະ ຮັບ​ຮອງ​ເອົາ​ກົງ​ຈັກ​ຊ່ວຍ​ວຽກ​ຂອງ​ສະ​ພາ​ແຫ່ງ​ຊາດ
ຊຸດ​ທີ VI ມີ​ລາຍ​ລະ​ອຽດ​ດັ່ງ​ລຸ່ມ​ນີ້:
1 ກຳ​ມາ​ທິ​ການ ກົດ​ຫມາຍ ເຊິ່ງ​ແມ່ນ ທ່ານ ເກ​ຢຸນ ຍົດ​ໄຊວິ​ບູນ ເປັນ​ຫົວ​ຫນ້າ,
ທ່ານ ດາ​ວອນ ຫວ່າງວິ​ຈິດ ເປັນ​ຮອງ​ຫົວ​ຫນ້າ; ທ່ານ ດ​ຣ. ອຸ່ນ​ແກ້ວ ວຸ​ທິ​ລາດ ເປັນ​ຮອງ​ຫົວ​ຫນ້າ.
2 ກຳ​ມາ​ທິ​ການ​ເສດ​ຖະ​ກິດ-​ແຜນ​ການ ແລະ ການ​ເງິນ ໂດຍ​ແມ່ນ​ທ່ານ ຄຳ​ສິງ ໄຊ​ຍະ​ກອນ
ເປັນ​ຫົວ​ຫນ້າ, ທ່ານ ນາງ ດ​ຣ. ສຸ​ວັນ​ເພັງ ບຸບ​ຜາ​ວົງ ເປັນ​ຮອງ​ຫົວ​ຫນ້າ.
3 ກຳ​ມາ​ທິ​ການ​ວັດ​ທະ​ນະ​ທຳ​ສັງ​ຄົມ: ທ່ານ ດວງ​ດີ ອຸດ​ທະ​ຈັດ ເປັນ​ຫົວ​ຫນ້າ; ທ່ານ
ດ​ຣ. ສົມ​ພູ ດວງ​ສະ​ຫວັນ ເປັນ​ຮອງ​ຫົວ​ຫນ້າ; ທ່ານ ສດ​ຈ. ດ​ຣ. ພອນ​ເທບ ພົນ​ເສ​ນາ ເປັນ​ຮອງ​ຫົວ​ຫນ້າ.
4 ກຳ​ມາ​ທິ​ການ​ບັນ​ດາ​ເຜົ່າ: ທ່ານ ນາງ ດ​ຣ. ທອງ​ພັນ ຈັນ​ທະ​ລາ​ນົນ ເປັນ​ຫົວ​ຫນ້າ; ທ່ານ ຄຳ​ເຫລັກ ແກ້ວ​ສົມ​ພັນ
ເປັນ​ຮອງ​ຫົວ​ຫນ້າ; ທ່ານ ພົງ​ສະ​ເຫນ່ ຍຸ​ຕິ​ທຳ ເປັນ​ຮອງ​ຫົວ​ຫນ້າ.
5 ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ-​ປ້ອງ​ກັນ​ຄວາມ​ສະ​ຫງົບ: ທ່ານ ພ​ຈວ ຄຳ​ແວວ ສີ​ໂຄດ​ຈູນ​ລະ​ມະ​ນີ ເປັນ​ຫົວ​ຫນ້າ;
ທ່ານ ພັນ​ເອກ ຖາ​ວອນ ຕັນ​ດາ​ວົງ ເປັນ​ຮອງ​ຫົວ​ຫນ້າ.
6 ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ: ທ່ານ ດ​ຣ. ໄຊ​ສົມ​ພອນ ພົມ​ວິ​ຫານ ເປັນ​ຫົວ​ຫນ້າ; ທ່ານ ດ​ຣ. ກຸ​ແກ້ວ ອັກ​ຄະ​ມົນ​ຕ
ີ ເປັນ​ຮອງ​ຫົວ​ຫນ້າ.
7. ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ: ທ່ານ ທອງ​ເຕີນ ໄຊ​ຍະ​ເສນ ເປັນ​ຫົວ​ຫນ້າ.
ກອງ​ປະ​ຊຸມ​ໄດ້​ຮັບ​ຮອງ​ເອົາ​ການ​ແຕ່ງ​ຕັ້ງ​ຄະ​ນະ​ລັດ​ຖະ​ສະ​ພາ​ສາ​ກົນ ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ເຊິ່ງ​ມີ​ທ່ານ ທອງ​ສິງ ທຳ​ມະ​ວົງ
ເປັນ​ປະ​ທານ, ທ່ານ ດ​ຣ. ໄຊ​ສົມ​ພອນ ພົມ​ວິ​ຫານ ເປັນ​ຮອງ​ປະ​ທານ; ທ່ານ ດ​ຣ. ກຸ​ແກ້ວ ອັກ​ຄະ​ມົນ​ຕີ
ເປັນ​ເລ​ຂາ​ທິ​ການ. ບັນ​ດາ​ທ່ານ ສະ​ມາ​ຊິກ ສະ​ພາ​ແຫ່ງ​ຊາດ ຈຳ​ນວນ 115 ທ່ານ ເປັນ​ສະ​ມາ​ຊິກ.
ກອງ​ປະ​ຊຸມ​ໄດ້​ເລືອກ​ຕັ້ງ​ປະ​ທານ ແລະ ຮອງ​ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ເຊິ່ງ​ມີ​ບັນ​ດາ​ທ່ານ ດັ່ງ​ລຸ່ມ​ນີ້:
1. ທ່ານ ຈູມ​ມະ​ລີ ໄຊ​ຍະ​ສອນ ເປັນ​ປະ​ທານ​ປະ​ເທດ.
2. ທ່ານ​ ບຸນ​ຍັງ ວໍ​ລະ​ຈິດ ເປັນ​ຮອງ​ປະ​ທານ​ປະ​ເທດ.
ກອງ​ປະ​ຊຸມ​ໄດ້​ເລືອກ​ຕັ້ງ​ເອົາ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ແລະ ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ເຊິ່ງ​ມີ​ບັນ​ດາ​ທ່ານ ລຸ່ມ​ນີ້:
1. ທ່ານ ຄຳ​ມີ ໄຊ​ຍະ​ວົງ ເປັນ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ.
2. ທ່ານ ສົມ​ພັນ ແພງ​ຄຳ​ມີ ເປັນ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ.

ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລືກ ຂອງ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ VI ໄດ້​ພິ​ຈາ​ລະ​ນາ ແລະ ຮັບ​ຮອງ​ເອົາ​ການ​ສະ​ເຫນີ​ແຕ່ງ​ຕັ້ງ
​ທ່ານ ບົວ​ສອນ ບຸບ​ຜາ​ວັນ ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕາມ​ການ​ສະ​ເຫນີ​ຂອງ​ທ່ານ ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ;
ນອກ​ຈາກ​ນັ້ນ ກອງ​ປະ​ຊຸມ​ຍັງ​ໄດ້​ພິ​ຈາ​ລະ​ນາ ແລະ ຮັບ​ຮອງ​ເອົາ​ໂຄງ​ປະ​ກອບ​ກົງ​ຈັກ​ຂອງ​ລັດ​ຖະ​ບານ​ຊຸດ​ໃຫມ່​
ເຊິ່ງ​ມີ 16 ກະ​ຊວງ ແລະ ອົງ​ການ​ທຽບ​ເທົ່າ (ໃນ​ນັ້ນ ມີ 13 ກະ​ຊວງ ແລະ 3 ອົງການ​ທຽບ​ເທົ່າ) ລາຍ​ລະ​ອຽດ​ມີ​ດັ່ງ​ນີ້:
1. ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ.
2. ກະ​ຊວງ​ປ້ອງ​ກັນ​ປະ​ເທດ.
3. ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ.
4. ກະ​ຊວງ​ການ​ຕ່າງ​ປະ​ເທດ.
5. ກະ​ຊວງ​ຍຸ​ຕິ​ທຳ.
6. ກະ​ຊວງ​ການ​ເງິນ
7. ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້.
8. ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ (ກະ​ຊວງ​ໃຫມ່).
9. ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ (ກະ​ຊວງ​ໃຫມ່).
10. ກະ​ຊວງຄົມ​ມະ​ນາ​ຄົມ, ຂົນ​ສົ່ງ, ໄປ​ສະ​ນີ ແລະ ກໍ່​ສ້າງ.
11. ທະ​ນາ​ຄານແຫ່ງ ສ​ປ​ປ ລາວ.
12. ຄະ​ນະ​ກຳ​ມະ​ການ​ແຜນ​ການ ແລະ ການ​ລົງ​ທຶນ.
13. ກະ​ຊວງ​ສຶກ​ສາ​ທິ​ການ.
14. ກະ​ຊວງ ສາ​ທາ​ລະ​ນະ​ສຸກ.
15. ກະ​ຊວງ ຖະ​ແຫລງ​ຂ່າວ ແລະ ວັດ​ທະ​ນະ​ທຳ.
16. ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ.
ລາຍ​ຊື່​ສະ​ມາ​ຊິກ​ລັດ​ຖະ​ບານ​ຊຸດ​ໃຫມ່​ມີ​ດັ່ງ​ລຸ່ມ​ນີ້:
1. ທ່ານ ອາ​ຊາງ ລາວ​ລີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ປະ​ທານ​ອົງ​ການກວດ​ກາ​ແຫ່ງ​ລັດ.
2. ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົ​ນ​ຕີ​ວ່າ​ກາ​ນ​ກະ​ຊວງ​ການ​ຕ່າງ​ປະ​ເທດ.
3. ທ່ານ ພົນ​ຕີ ດວງ​ໃຈ​ ພິ​ຈິດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ.
4. ທ່ານ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ.
5. ທ່ານ ທອງ​ບັນ ແສງອ​າ​ພອນ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ.
6. ທ່ານນາງ ອ່ອນ​ຈັນ ທຳ​ມະ​ວົງ ລັດ​ຖະ​ມົນ​ຕີ ວ່າການ ​ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ.
7. ທ່ານ ຈັນ​ສີ ໂພ​ສີ​ຄຳ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ.
8. ທ່ານ ຫມູນ​ແກ້ວ ອໍ​ລະ​ບູນ ລັດ​ຖະ​ມົນ​ຕີ ວ່າການ​ ກະ​ຊວງ​ຖະ​ແຫລງ​ຂ່າວ-​ວັດ​ທະ​ນະ​ທຳ.
9. ທ່ານ ຈະ​ເລີນ ເຢຍ​ປາວ​ເຮີ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຍຸ​ຕິ​ທຳ.
10. ທ່ານ ສຸ​ລິ​ວົງ ດາ​ລາ​ວົງ ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຜນ​ການ ແລະ ການ​ລົງ​ທຶນ.
11. ທ່ານນາງ ບຸນ​ເພັງ ມູນ​ໂພ​ໄຊ ລັດ​ຖະ​ມົນ​ຕີ​ປະ​ຈຳ ສນຍ, ຫົວ​ຫນ້າ​ທະ​ບວງ​ການ​ປົກ​ຄອງ ແລ​ະ ຄຸ້ມ​ຄອງ​ລັດ​ຖະ​ກອນ.
12. ທ່ານ ສຸ​ບັນ ສະ​ຣິດ​ທິ​ລາດ ລັດ​ຖະ​ມົນ​ຕີ, ຫົວ​ຫນ້າ​ຫ້ອງວ່າ​ກາ​ນ​ສຳ​ນັກ​ງານ​ປະ​ທານ​ປະ​ເທດ.
13. ທ່ານດ​ຣ. ປອນ​ເມກ ດາ​ລາ​ລອຍ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ.
14. ທ່ານ ສ​ຈ.ດ​ຣ. ສົມ​ກົດ ມັງ​ນໍ​ເມກ ລັດ​ຖະ​ມົນ​ຕີ ວ່າ​ການ​ກະ​ຊວງ​ສຶກ​ສາ​ທິ​ການ.
15. ທ່ານດ​ຣ. ນາມ ວິ​ຍະ​ເກດ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ​-​ການ​ຄ້າ.
16. ທ່ານ ເຈືອງ ສົມ​ບູນ​ຂັນ ລັດ​ຖະ​ມົນ​ຕີປະຈຳ​ ສນຍ, ຫົວ​ຫນ້າ​ຄະ​ນະ​ເລ​ຂາ​ທິ​ການ​ລັດ​ຖະ​ບານ.
17. ທ່ານດ​ຣ. ບ່ໍ​ສາຍ​ຄຳ ວົງ​ດາ​ຣາ ລັດ​ຖະ​ມົນ​ຕີ ວ່າ​ການ​ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່.
18. ທ່ານ ສົມ​ມາດ ພົນ​ເສ​ນາ ລັດ​ຖະ​ມົນ​ຕີ ວ່າການ ​ກະ​ຊວງ ຄ​ຂ​ປກ.
19. ທ່ານ ່ອ​່ອນ​ເນື້ອ ພົມ​ມະ​ຈັນ ລັດ​ຖະ​ມົນ​ຕີ​ ປະ​ຈຳ ສ​ນຍ.
20. ທ່ານ ຄຳ​ອ້ວນ ບຸບ​ຜາ ລັດ​ຖະ​ມົນ​ຕີ ປະ​ຈຳ ສນຍ.
21. ທ່ານ ສ​ຈ ດ​ຣ. ບຸນ​ຕຽມ ພິດ​ສະ​ໄຫມ ລັດ​ຖະ​ມົນ​ຕີປະຈຳ​ສນຍ, ຫົວ​ຫນ້າ​ອົງ​ການ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ ແລະ

ສິ່ງ​ແວດ​ລ້ອມ.
22. ທ່ານ ໄຊ​ເຊັງ​ລີ ເຕັງ​ເບຼຍ​ຈື້ ລັດ​ຖະ​ມົນ​ຕີ ປະ​ຈຳ ສ​ນຍ.
23. ທ່ານ ທ່ານ ສົມ​ພົງ ມົງ​ຄົນ​ວິ​ໄລ ລັດ​ຖະ​ມົນ​ຕີປະຈຳ​ສນຍ, ຫົວ​ຫນ້າ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ.
24. ທ່ານ ບົວ​ສີ ລໍ​ວັນ​ໄຊ ລັດ​ຖະ​ມົນ​ຕີ ປະ​ຈຳ ສນຍ.
25. ທ່ານ ຄຳ​ລວດ ສິດ​ລາ​ກອນ ລັດ​ຖະ​ມົນ​ຕີປະຈຳ​ສນຍ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແມ່​ນ້ຳ​ຂອງ​ແຫ່ງ​ຊາດ.
26. ທ່ານ ສີ​ຕາ​ເຮັ່ງ ລາ​ຊະ​ພົນ ລັດ​ຖະ​ມົນ​ຕີ ວ່າ​ການ​ກະ​ຊວງ​ກະ​ສິ​ກຳ-​ປ່າ​ໄມ້.
27. ທ່ານ ພູ​ເພັດ ຄຳ​ພູນ​ວົງ ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ.

- --- - - - - - - -- - - -- -- - - -- --- - - - - -- -

ຊີວະ​ປະຫວັດ​ຫຍໍ້​ຂອງ​ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ

*(ຂປລ,08/06/2006): ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ເກີດ​ເມື່ອ​ວັນ​ທີ 6 ມີນາ 1936 ​ໃນ​ຄອບຄົວ​ຊາວນາ
ທີ່​ບ້ານ​ວັດ​ເຫນືອ,​ເມືອງ​ໄຊ​ເສດຖາ, ​ແຂວງ​ອັດ​ຕະປື, ​ເຜົ່າ​ລາວ​ລຸ່ມ.
- ທ່ານ ​ໄດ້​ເຂົ້າ​ການ​ປະຕິວັດ​ໃນ​ປີ 1954 ດ້ວຍ​ການ​ເປັນ​ທະຫານ​ຂຶ້ນ​ໄປ​ເຂດ​ເຕົ້າ​ໂຮ​ມຊຳ​ເຫນືອ ​ແລະ​ໄດ້ຮັບ​ເຂົ້າ​ເປັນ​ສະມາຊິກ​ສົມບູນ​ຂອງ​ພັກ​ປະຊາ
​ຊົນ​ລາວ(ພັກ​ປະຊາຊົນ​ປະຕິວັດ​ລາວ) ​ໃນ​ວັນ​ທີ 7 ທັນວາ
1955.
- ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ໄດ້​ຜ່ານ​ການ​ຝຶກ​ຝົນ ທົດ​ສອບ​ໃນ​ແປວ​ໄຟ​ຂອງ​ສົງຄາມ​ປະຕິວັດ ປົດ​ປ່ອຍ​ຊາດ

ດ້ວຍ​ການ​ເຂົ້າ​ຮ່ວມ​ໃນ​ບັ້ນຮົບ​ ບັ້ນຕີ​ ທີ່​ສຳຄັນໆ​ເລີ່​ມຈາກ​ການ​ເຄື່ອນ​ໄຫວ​ສູ້​ຮົບ​ປ້ອງ​ກັນ​ເຂດ​ເຕົ້າ​ໂຮມ ​ໃນ​ປີ 1955-1956 ຈົນ​ເຖິງ​ການ​ບັນຊາ​ກຳລັງ
​ປະກອບ​ອາວຸດ ​ແຂວງ​ຊຽງ​ຂວາງ​ປົດ​ປ່ອຍ​ສາລາ​ພູ​ຄູນ-ກາສີ-ວັງ​ວຽງ-​ໂພນ​ໂຮງ-ວຽງຈັນ ​ໃນ​ປີ 1975
​ເພື່ອ​ເປັນ​ເງື່ອນ​ໄຂ ​ຫນູນ​ຫນີບ​ໃຫ້​ແກ່​ການ​ຢຶດອຳນາດ​ໃນ​ທົ່ວ​ປະ​ເທດ ​ແລະ ສະຖາປະນາ ສປປ ລາວ
​ໃນ​ວັນ​ທີ 2 ທັນວາ ປີ 1975.
- ທ່ານ ​ໄດ້​ຖືກ​ມອບ​ຫມາຍ​ໃຫ້​ຮັບຜິດຊອບຫນ້າ​ທີ່​ສຳຄັນ​ໂດຍ​ເລີ່​ມຈາກ​ການ​ເປັນ​ຮອງ​ຫົວຫນ້າ​ຫມູ່​ໃນ​ປີ 1959,
ເປັນ​ຫົວຫນ້າ​ຫມວດ ຈົນ​ກ້າວ​ຂັ້ນບັນຊາ​ກອງພັນ​ໂດຍ​ກົງ; ຕໍ່​ມາ​ໄດ້​ເປັນ​ຫົວຫນ້າ​ເສນາ​ເຂດ
​ແລະ​ເປັນ​ຮອງ​ເລຂາ​ຄະນະ​ພັກ​ເຂດ ​ໃນ​ປີ 1972 , ​ເປັນ​ຫົວຫນ້າ​ກົມ​ສູ້​ຮົບ ​ກົມ​ໃຫຍ່​ເສນາ​ທິການ ​ແລະ
ເປັນ​ຮອງ​ຫົວຫນ້າ​ກົມ​ໃຫຍ່​ເສນາ​ທິການ​ໃນ​ປີ 1980, ​ເປັນ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ
​ປະ​ເທດ ​ໃນ​ປີ 1982 ​ແລະ ​ໄດ້​ຮັບ​ປະດັບ​ຊັ້ນພົນ​ໂທ ​ໃນ​ປີ 1990 ​ແລະ​ເປັນ​ລັດຖະມົນຕີ​
ກະຊວງ​ປ້ອງ​ກັນ​ປະ​ເທດ​ໃນ​ປີ 1991.
- ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ​ ໄດ້​ເປັນ​ພະນັກງານ​ນຳພາ​ໃນ​ຫລາຍ​ຕຳ​ແຫນ່​ງທີ່​ສຳຄັນ ​ໂດຍ​ເລີ່​ມຈາກ​
ເປັນ​ການເ​ມື​ອງຫມວດ​ໃນ​ປີ 1960, ​ເປັນ​ຜູ້​ບັນຊາ​ການ ​ແລະ​ເປັນ​ເລຂາ​ຄະນະ​ພັກ​ກອງພັນ, ​
ເປັນ​ເລຂາ​ຄະນະ​ພັກ​ເຂດ​ຊຽງ​ຂວາງ. ຕໍ່​ມາ​ໄດ້​ເປັນ​ຄະນະ​ພັກ​ກົມ​ໃຫຍ່​ເສນາ​ທິການ ​ແລະ​ຕໍ່​ມາ
​ ເປັນ​ເລຂາ​ຄະນະ​ພັກ​ກົມ​ດັ່ງກ່າວ ​ໃນ​ປີ 1980 ; ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ III ຂອງ​ພັກ​, ທ່ານ
​ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ກຳມະການ​ສູນ​ກາງ​ພັກ; ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ IV ​ໄດ້​ຮັບ​ເລືອກ​ຕັ້ງ​
ເປັນ​ກຳມະການ​ສຳຮອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ແລະ​ໄດ້​ເປັນ​ກຳມະການ​ກົມ​ການ​ເມືອງ​
ສູນ​ກາງ​ພັກ ຕັ້ງ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງທີ V ​ເປັນຕົ້ນ​ມາ ຈົນ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ VIII.
- ​ແຕ່​ປີ 2001 ​ເປັນຕົ້ນ​ມາ, ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ໄດ້​ດຳລົງ​ຕຳ​ແຫນ່​ງ ​ເປັນຮອງ
ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ທັງ​ເປັນ​ຮອງ​ປະທານ​ຄະນະ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​
ຄວາມ​ສະຫງົບ​ຂັ້ນສູນ​ກາງ;
- ​ແຕ່ປີ 2003 ​ເປັນຕົ້ນ​ມາ ທ່ານ ຈູມ​ມະ​ລີ ໄຊ​ຍະ​ສອນ ​ໄດ້​ຖືກ​ແຕ່ງຕັ້ງ​ເປັນ​ຜູ້​ປະຈຳການ
​ ກົມ​ການ​ເມືອງ​ສູນ​ກາງ​ພັກ.
- ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ໄດ້​ຮຽນ​ການ​ທະຫານ ຊັ້ນສູງ ຢູ່​ອະດີດ​ສະຫະພາບ​ໂຊ​ວຽດ
​ ແລະ​ທິດສະ​ດີ​ຊັ້ນສູງ ຢູ່ ສສ ຫວຽດນາມ.
- ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງປະຖົມ​ມະ​ລືກ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກສະ​ໄຫມ​ທີ VIII ​

ໃນ​ວັນ​ທີ 21 ມີນາ 2006 ​ໄດ້​ເປັນ​ເອກະສັນ​ເລືອກ​ຕັ້ງ ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ເປັນ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ.
- ກອງ​ປະຊຸມ​ຄັ້ງປະຖົມ​ມະລຶກ ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VI ​ໃນ​ວັນ​ທີ 08 ມິຖຸນາ 2006
ໄດ້​ເປັນ​ເອກະສັນ​ເລືອກ​ຕັ້ງ ທ່ານ ຈູມ​ມະ​ລີ ໄຊ​ຍະ​ສອນ ເປັນ​ປະທານ​ປະ​ເທດ ​ແຫ່ງ ສປປ ລາວ. /.

- --- - - - - - - -- - - -- -- - - -- --- - - - - -- -

ປະຫວັດ​ຫຍໍ້ ຂອງ ທ່ານ ທອງສິງ ​ທຳ​ມະ​ວົງ, ປະທານ ສະພາ​ແຫ່ງ​ຊາດ

*(ຂປລ, ທ່ານ ທອງສິງ​ ທຳ​ມະ​ວົງ ​ເກີດ ເມື່ອ​ວັນ​ທີ 12 ເມສາ 1944 ທີ່ ​ບ້ານ​ຊ່ອນ​ເຫນືອ, ເມືອງວຽງ​ທອງ,
ແຂວງ​ຫົວ​ພັນ, ຊົນ​ເຜົ່າ​ລາວ​ລຸ່ມ. ປະ​ຈຸ​ບັນ​ຢູ່​ບ້ານ​ສີ​ສັງ​ວອນ, ເມືອງ​ໄຊເ​ສດ​ຖາ, ນະ​ຄອນ​ຫລວງວຽງ​ຈັນ.
- ຊັ້ນ​ຕຳ​ແຫນ່ງ ແລະ ຫນ້າ​ທີ່​ຮັບ​ຜິດ​ຊອບ:
ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ,
ເຈົ້າ​ຄອງ​ນະ​ຄອນ​ຫລວງວຽງ​ຈັນ.
-ລະ​ດັບ​ການ​ສຶກ​ສາ​ສາ​ມັນ: ມັດ​ທະ​ຍົມ​ລະ​ບົບ​ບຳ​ລຸງ,
- ລະ​ດັບ​ວິ​ຊາ​ສະ​ເພາະ: ຊັ້ນກາງວຽກງານ​ຈັດ​ຕັ້ງ.
- ລະ​ດັບ​ທິດ​ສະ​ດີ​ການ​ເມືອງ: ຊັ້ນ​ສູງ​ລະ​ບົບ​ບຳລຸງ.
- ວັນ​ເດືອນ​ປີ​ເຂົ້າ​ການ​ປະ​ຕິ​ວັດ: 18/08/1959
- ວັນ​ເດືອນ​ປີ​ເຂົ້າ​ພັກ​ສົມ​ບູນ 12/07/1967
- ການ​ເຄື່ອນ​ໄຫວ​ໂດຍ​ຫຍໍ້​ໃນ​ແຕ່​ລະ​ໄລ​ຍະ:
- 1952-​1958 ເປັນ​ນັກ​ຮຽນ​ຢູ່​ເມືອງ​ຊ່ອນ ແລະ ຊຳ​ເຫນືອ
- 1959-​1960 ຮຽນ​ແພດ​ທະ​ຫານ​ຊັ້ນ​ຕົ້ນ ແລະ ຮັບໃຊ້​ສູ້​ຮົບຢູ່​ເຂດ​ຊາຍ​ແດນ ເມືອງ​ຊ່ອນ ຫວຽດ​ນາມ.
- 1960-​1963 ຮຽນ​​ບຳ​ລຸງວັດ​ທະ​ນະ​ທຳ.
- 1963-​1965 ເປ​ັນ​ຄູ​ສອນ, ຮອງ​ອຳ​ນວຍ​ການ​ໂຮງ​ຮຽນ​ມັດ​ທະ​ຍົມ​ຊຳ​ເຫນືອ, ແຂວງ​ຫົວ​ພັນ.
- 1966-​1971 ເປັນ​ອຳ​ນວຍ​ການ​ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ຕົ້ນ ແລະ ເປັນ​ຫົວ​ຫນ້າ​ຫ້ອງ​ການ​ສຶກ​ສາ
​ ເມືອງ​ຊຽງ​ຄໍ້ ແຂວງ​ຫົວ​ພັນ.
- 1971-​1976 ເປັນ​ອຳ​ນວຍ​ການ​ໂຮງ​ຮຽນ​ອຸ​ດົມ ແລະ ໂຮງ​ຮຽນສ້າງ​ຄູ​ຊັ້ນ​ກາງ​ຂອງ​ສູນ​ກາງ​ຢູ່​ສົບ​ຊາຍ
ແລະ ນາ​ຄາວ ເມືອງວຽງ​ໄຊ.
- 1976-​1979 ເປັນ​ຮອງ​ຫົວ​ຫນ້າ​ກົມ​ຈັດ​ຕັ້ງ, ຮອງ​ກົມ​ອາ​ຊີ​ວະ ແລະ ເປັນ​ວ່າ​ການ​ຫົວ​ຫນ້າ​ກົມ​ຈັດ​ຕັ້ງ​
ກະ​ຊວງ​ສຶກ​ສາ​ທິ​ການ.
-1980-​1981 ຮຽນ​ທິດ​ສະ​ດີ​ການ​ເມືອງ ແລະ ການ​ປົກ​ຄອງ.
- 1982-​1983 ກຳ​ມະ​ການ​ສູນ​ກາງ​ພັກ​ສຳ​ຮອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ຂ່າວ​ສານ​
ຫນັງ​ສື​ພິມ ແລະ ວິ​ທະ​ຍຸ​ແຫ່ງ​ຊາດ, ຮອງ​ຫົວ​ຫ​ນ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ.
-1983-​1988 ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ.
-1989-​1991 ເລ​ຂາ​ຄະ​ນະ​ພັກ, ຮອງ​ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ຊຸດ​ທີ II .
-1991-​2002 ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ V ຖືກ​ເລືອກ​ຕັ້ງ​​ເປັນ​ກຳ​ມະ​ການ​ກົມ​ການ​ເມືອງສູນ​ກາງ​ພັກ,
ຫົວ​ຫ້​ນາ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ໃນ​ສະ​ໄຫມກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ VI (ປີ 1996-​2000) ຖືກ​ເປັນ
​ ຜູ້​ປະ​ຈຳ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ເລ​ຂາ​ຄະ​ນະ​ພັກ​ຄະ​ນະ​ຄອນ​ຫລວງ, ເຈົ້າ​ຄອງ​ນະ​ຄອນ​ຫລວງວຽງ​ຈັນ.
- ກອງ​ປະຊຸມ​ຄັ້ງປະຖົມ​ມະລຶກ ຂອງ​ ສະພາ​ແຫ່ງ​ຊາດ​ຊຸດ​ທີ VI ​ໃນ​ວັນ​ທີ 08 ມິຖຸນາ 2006 ​ໄດ້
ເລືອກ​ຕັ້ງ​ເອົາ ທ່ານ ທອງ​ສິງ ທຳ​ມະ​ວົງ ​ເປັນ ປະທານ​ສະພາ​​ແຫ່ງ​ຊາດຄົນ​ໃຫມ່./.
-
--- - - - - - - -- - - -- -- - - -- --- - - - - -- -

ປະ​ຫວັດຫຍໍ້ ຂອງທ່ານ ບົວ​ສອນ ບຸບ​ຜາ​ວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

*(ຂປລ, 08/06/2006) ທ່ານ ບົວ​ສອນ ບຸບ​ຜາ​ວັນ ເກີດ ​ເມື່ອ​ວັນ​ທີ 03 ມິຖຸນາ 1954 ທີ່​ບ້ານ​ເຕົາ​ປູນ, ເມືອງ​ສາ​ລະ​ວັນ,
ແຂວງ​ສາ​ລະ​ວັນ, ຊົນ​ເຜົ່າ​ລາວ​ລຸ່ມ. ປະ​ຈຸ​ບັນ​ຢູ່​ບ້ານ​ວັດ​ນາກ,
ເມືອງ​ສີ​ສັດ​ຕະ​ນາກ, ນະ​ຄອນ​ຫລວງວຽງ​ຈັນ.
- ຊັ້ນ​ຕຳ​ແຫນ່ງ ແລະ ຫ​ນ້າ​ທີ່​ຮັບ​ຜິ​ດ​ຊອບ:
ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,
ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ.
- ລະ​ດັບການ​ສຶກ​ສາ​ສາ​ມັນ: ມ 6, ລະ​ດັບ​ວິ​ຊາ​ສະ​ເພາະ
ປະ​ລິນ​ຍາ​ຕີ​ກໍ່​ສ້າງ​ພັກ,
- ລະ​ດັບ​ທິດ​ສະ​ດີ​ການ​ເມືອງ: ຊັ້ນ​ສູງ.
- ວັນ​ເດືອນ​ປີ​ເຂົ້າ​ການ​ປະ​ຕິ​ວັດ: 05/03/1974
- ວັນ,ເດືອນ, ປີ ເຂົ້າ​ພັກ​ສົມ​ບູນ: 09/04/1980
- ການ​ເຄື່ອນ​ໄຫວ​ໂດຍ​ຫຍໍ້​ໃນແຕ່​ໄລ​ຍະ:
- 1961-​1974 ຮຽນ​ຫນັງ​ສື​ປະ​ຖົມ, ມັດ​ທະ​ຍົມ​ຢູ່​ແຂວງ​ສາ​ລະ​ວັນ
- 1974-​1975 ເຮັດ​ວຽກ​ເຄື່ອນ​ໄຫວ​ແນວ​ຫລັງ ແລະ ຕໍ່​ມາ​ຖືກ​ສັບ​ຊ້ອນ​ຢູ່​ສຳ​ນັກ​ງານ​ຊາວ​ຫນຸ່ມ​ແຂວງ​ຈຳ​ປາ​ສັກ.
- 1975-​1980 ເຮັດ​ວຽກ​ຢູ່​ຫ້ອງວ່າ​ການ​ແຂວງ​ຈຳ​ປາ​ສັກ.
- 1981-​1986 ເຮັດ​ວຽກ​ຢູ່​ຫ້ອງວ່າ​ການ​ສູນ​ກາງ​ພັກ ນະ​ຄອນ​ຫລວງວຽງ​ຈັນ
- 1986-​1990 ຮຽນ​ຢູ່​ໂຮງ​ຮຽນ​ພັກ​ຊັ້ນ​ສູງ ​ມົດ​ສະ​ກູ
- 1990-​1994 ເຮັດ​ວຽກ​ຢູ່​ຫ້ອງວ່າ​ການ​ສູນ​ກາງ​ພັກ
- 1994-1996 ເປັນ​ຮອ​ງລັດ​ຖະ​ມ​ົນ​ຕີ​ປະ​ຈຳ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ
- 1996-​2000 ເປັນ​ກຳ​ມະ​ການ​ສູນ​ກາງ​ພັກ ແລະ ເປັນ​ຫົວ​ຫນ້າ​ຫ້ອງວ່າ​ການ​ສູນ​ກາງ​ພັກ.
- 2001-​2003 ເປັນ​ກຳ​ມະ​ການ​ກົມ​ການ​ເມືອງ ທັງ​ເປັນ​ຜູ້​ປະ​ຈຳ​ການ​ກົມ​ການ​ເມືອງ
ແລະ ຫົວ​ຫນ້າ​ຫ້ອງວ່າ​ການ​ສູນ​ກາງ​ພັກ.
- 2003-​2006 ເປັນ​ກຳ​ມະ​ການ​ກົມ​ການ​ເມືອງສູນ​ກາງ​ພັກ, ທັງ​ເປັນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,
ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ.
- ກອງ​ປະຊຸມ​ຄັ້ງປະຖົມ​ມະລຶກ ຂອງ​ ສະພາ​ແຫ່ງ​ຊາດ​ຊຸດ​ທີ VI ​ໃນ​ວັນ​ທີ 08 ມິຖຸນາ 2006,
​ ໄດ້ ຮັບຮອງ​ເອົາການສະ​ເຫ​ນີຂອງ​ປະທານ​ປະ​ເທດ ​ແຫ່ງ ສປປ ລາວ​ໃຫ້ ທ່ານ ບົວ​ສອນ ບຸບຜາ​ວັນ
ດຳລົງ​ຕຳ​ແຫນ່​ງ ນາຍົກລັດຖະມົນຕີ ຄົນ​ໃຫມ່ ແຫ່ງ ສປປ ລາວ./.
- --- - - - - - - -- - - -- -- - - -- --- - - - - -- -

ໂຄງ​ປະກອບ​ກົງຈັກ​ລັດຖະບານ ​ແລະ​ ລາຍ​ຊື່ສະມາ​ຊິກ​ລັດຖະບານ

*(ຂປລ,08/06/2006): ທ່ານ ບົວ​ສອນ ບຸບຜາ​ວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນ​ໃຫມ່
ຊຶ່ງ​ຫາ​ກໍ​ໄດ້ ຮັບຮອງ ​ໃນ​ກອງ​ະຊຸມ​ຄັ້ງປະຖົມ​ມະລຶກ​ຂອງ ສະພາ​ແຫ່ງ​ຊາດ ຊຸດ​ທີ VI ໃນ​ວັນ​ທີ 08 ມິຖຸນາ 2006,
​ ໄດ້ ສະ​ເຫ​ນີ ກ່ຽວ​ກັບ​ໂຄງ​ປະກອບ​ກົງຈັກ​ລັດຖະບານ ​ແຫ່ງ ສປປ ລາວ ວ່າ :
ການ​ກຳນົດ​ໂຄງ​ປະກອບ​ກົງຈັກ​ລັດຖະບານ ​ແຫ່ງ ສປປ ລາວ ​ແມ່ນ​ອີງ​ໃສ່​ສະພາບ​ຕົວ​ຈິງ ຂອງ​ປະ​ເທດ
​ ແລະ ຄວາ​ມຮຽກຮ້ອງ​ຕ້ອງການ ຂອງ​ ວຽກ​ງານ​ໃນ​ແຕ່​ລະ​ໄລຍະ, ສະນັ້ນ​ໂຄງ​ປະກອບ​ກົງຈັກ ຂອງ​ລັດຖະບານ​ຊຸດ​ນີ້ ຈຶ່ງ​ໄດ້​ໂຮມ​ບາງ​ກະຊວງ​ເປັນຕົ້ນ​ແມ່ນ: ກະຊວງ​ອຸດສາຫະກຳ-ຫັດຖະກຳ ​ແລະ​ກະຊວງ​ການ​ຄ້າ ​ເຂົ້າກັນ​ເປັນອັນ​ດຽວ.
ຊຶ່ງ​ເອີ້ນວ່າ: ກະຊວງ​ອຸດສາຫະກຳ​ ​ແລະ​ການ​ຄ້າ. ພ້ອມ​ກັນນັ້ນ ກໍ​ໄດ້​ສ້າງຕັ້ງກະຊວງ​ພະລັງງານ ​ແລະ​ບໍ່​ແຮ່​ຂຶ້ນຕື່ມ.
ກົງຈັກ​ຂອງ​ລັດຖະບານ​ແຫ່ງ ສປປ ລາວ ປະຈຸ​ບັນ ແມ່ນຍັງ​ຮັກສາ 16 ກະຊວງ ​ແລະ​ອົງການ​ທຽບ​ເທົ່າ​ຄື​ເກົ່າ(​ໃນ​ນັ້ນ​
ມີ 13 ກະຊວງ ​ແລະ​ມີ 3 ອົງການ​ທຽບ​ເທົ່າ​ກະຊວງ) ຊຶ່ງ​ລາຍ​ລະອຽດ​ມີ​ດັ່ງນີ້:
1. ສຳນັກງານ​ນາຍົກລັດຖະມົນຕີ
2. ກະຊວງ​ປ້ອງ​ກັນ​ປະ​ເທດ
3. ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ
4. ກະຊວງ​ການ​ຕ່າ​ງປະ​ເທດ
5. ກະຊວງ​ຍຸຕິ​ທຳ
6. ກະຊວງ​ການ​ເງິນ
7. ກະຊວງ​ກະສິກຳ-ປ່າ​ໄມ້
8. ກະຊວງ​ອຸດສາຫະກຳ ​ແລະ​ການ​ຄ້າ(​ໃຫມ່)
9. ກະຊວງ​ພະລັງງານ ​ແລະ​ບໍ່​ແຮ່(​ໃຫມ່)
10. ກະຊວງ​ຄົມມະນາຄົມ, ຂົນ​ສົ່ງ​, ​ໄປສະນີ ​ແລະ​ກໍ່ສ້າງ
11. ທະນາຄານ ​ແຫ່ງ ສປປ ລາວ
12. ຄະນະ​ກຳມະການ​ແຜນການ ​ແລະ​ການ​ລົງທຶນ
13. ກະຊວງ​ສຶກສາ​ທິການ
14. ກະຊວງ ສາທາລະນະ​ສຸກ
15 . ກະຊວງ​ຖະ​ແຫລ​ງຂ່າວ-ວັດທະນະທຳ
16. ກະຊວງ​ແຮງ​ງານ ​ແລະ​ສະຫວັດດີ​ການ-ສັງຄົມ​

ສຳລັບລາຍ​ຊື່​ສະມາຊິກ​ລັດຖະບານ​ຊຸດ​ໃຫມ່, ທ່ານ ບົວ​ສອນ ບຸບຜາ​ວັນໄດ້​ ສະ​ເຫ​ນີ ວ່າ
ອີງ​ໃສ່​ສະພາບ​ຄວາ​ມຮຽກຮ້ອງ​ຕ້ອງການ ຂອງ​ໂຄງ​ປະກອບ ກົງຈັກ​ລັດຖະບານ ທີ່​ໄດ້​ສະ​ເຫ​ນີມາ​ຂ້າງ​ເທີ​ງ
​ ແລະ​ອີງ​​ໃສ່​ສະພາບ​ການ​ຕົວ​ຈິງ ທາງ​ດ້ານ​ຄວາມ​ຮູ້ ຄວາມ​ສາມາດ ​ແລະ ປະສົບ​ການ ຂອງ​ຖັນ​ແຖວ​ພະນັກງານ
ການ​ນຳ ທີ່​ມີ​ໃນ​ປະຈຸ​ບັນ, ສະມາຊິກ​ລັດຖະບານ​ຊຸດ​ໃຫມ່​ນີ້ ຖັດຈາກ​ນາຍົກລັດຖະມົນຕີ​ແລ້ວ ຍັງ​ມີ​ບັນດາ​ທ່ານດັ່ງນີ້:
1. ທ່ານ​ ອາ​ຊ່າງ ລາວ​ລີ, ຮອງ​ນາຍົກລັດຖະມົນຕີ, ປະທານ​ອົງການ​ກວດກາ​ແຫ່ງ​ລັດ.
2. ທ່ານ ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ.
3. ທ່ານ ພົນ​ຕີ ດວງ​ໃຈ ພິຈິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ.
4. ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ, ຮອງ​ນາຍົກລັດຖະມົນຕີ, ຜູ້​ປະຈຳການ​ລັດຖະບານ.
5. ທ່ານ​ ທອງ​ບັນ ​ແສງ​ອາພອນ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ .
6.ທ່ານນາງອ່ອນ​ຈັນທຳ​ມະ​ວົງ,ລັດຖະມົນຕີວ່າການ​ກະຊວງ​ແຮງ​ງານ​ສະຫວັດດີ​ການ -ສັງຄົມ.
7. ທ່ານ ຈັນ​ສີ ​ໂພ​ສີຄຳ, ລັດຖະມົນຕີ​ວ່າການ​ກະຊວງ​ການ​​ເງິນ.
8. ທ່ານ ໝູນ​ແກ້ວ ອໍລະ​ບູນ, ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ-ວັດທະນະທຳ.
9. ທ່ານ ຈະ​ເລີ​ນ ​ເຢຍປາວ​ເຮີ, ລັດຖະມົນຕີ​ວ່າການກະຊວງ​ຍຸຕິ​ທຳ.
10 ທ່ານ ສຸ​ລິ​ວົງ ດາລາ​ວົງ, ປະທານ​ຄະ​ນະ​ກຳມະການ​ແຜນການ-ການ​ລົງທຶນ.
11.ທ່ານນາງ ບຸນ​ເພັງ ມູນ​ໂພ​ໄຊ, ລັດຖະມົນຕີ​ປະຈຳ​ ສນຍ, ຫົວຫນ້າ​ທະບວງ​ການ​ປົກຄອງ
​ ແລະ ຄຸ້ມ​ຄອງ​ລັດຖະກອນ.
12. ທ່ານ ສຸບັນ ສະຣິດທິຣາດ, ລັດຖະມົນຕີ, ຫົວຫນ້າ​ຫ້ອງ​ວ່າການ​ສຳນັກງານ​ປະທານ​ປະ​ເທ​ດ.
13. ທ່ານ ດຣ. ປອນ​ເມກ ດາລາ​ລອຍ, ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ.
14. ທ່ານ ສຈ.ດຣ. ສົມ​ກົດ ມັງ​ຫນໍ່​ເມກ,ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ.
15. ທ່ານ ດຣ. ນາມ ວິ​ຍະ​ເກດ, ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ.
16. ທ່ານ ເຈືອງ ສົມບູນຂັນ, ລັດຖະມົນຕີປະຈຳ ສນຍ, ຫົວຫນ້າ​ຄະນະ​ເລຂາທິການ​ລັດຖະບານ.
17. ທ່ານ ບໍ່ສາຍ​ຄຳ ວົງ​ດາລາ, ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ ແລະ ບໍ່​ແຮ່.
18. ທ່ານ ສົມມາດ ພົນ​ເສນາ, ລັດຖະມົນຕີ​ວ່າການ​ກະຊວງ​ຄົມມະນາຄົມ, ຂົນ​ສົ່ງ, ​ໄປສະນີ ແລະ ກໍ່ສ້າງ.
19. ທ່ານ ອ່ອນ​ເນື້ອ ພົມມະຈັນ, ລັດຖະມົນຕີ​ປະຈຳ ສນຍ.
20. ທ່ານ ຄຳ​ອ້ວນ ບຸບຜາ, ລັດ​ຖະມົນຕີ​ປະຈຳ ສນຍ.
21. ທ່ານ ບຸນ​ຕຽມ ພິດສະ​ໄຫມ, ລັດຖະມົນຕີ, ຫົວຫນ້າ​ອົງການ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ແລະ ສິ່ງ​ແວດ​ລ້ອມ.
22. ທ່ານ ໄຊ​ເຊັງ​ລີ ເຕັງ​ເບຼຍຈື, ລັດຖະມົນຕີ ປະຈຳ ສນຍ.
23. ທ່ານ ສົມພົງ ມົງຄົນ​ວິ​ໄລ, ລັດຖະມົນຕີ, ຫົວຫນ້າ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ.
24. ທ່ານ ບົວ​ສີ ລໍ​ວັນ​ໄຊ, ລັດຖະມົນຕີ ປະຈຳ​ສນຍ.
25. ທ່ານ ຄຳ​ລວດ ສິດ​ລາກ​ອນ, ລັດຖະມົນຕີ, ປະທານ​ຄະນະ​ກຳມະການ​ແມ່ນ້ຳຂອງ​ແຫ່ງ​ຊາດ.
26. ທ່ານ ສີ​ຕາ​ເຮັ່ງ ລາດ​ຊະ​ພົນ, ລັດຖະມົນຕີ ວ່າການ​ກະຊວງ​ກະສິກຳ - ປ່າ​ໄມ້.
27. ທ່ານ ພູ​ເພັດ ຄຳ​ພູນ​ວົງ , ຜູ້​ວ່າການ​ທະນາຄານແຫ່ງ ສປປ ລາວ./.

- --- - - - - - - -- - - -- -- - - -- --- - - - - -- -

ກອງ​ປະຊຸມ​ຄັ້ງປະຖົມ​ມະ​ລືກ ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VI ໄຂ​ຂຶ້ນ​ເປັນ​ທາງ​ການ
​ - ທ່ານ​ ທອງ​ສິງ ທຳ​ມະ​ວົງ​ໄດ້​ຮັບເລືອກ​ຕັ້ງ​ເປັນປະທານ​ສະພາ​ແຫ່ງ​ຊາດ
- ທ່ານ ​ຈູມ​ມະ​ລີ ໄຊ​ຍະ​ສອນ ​ເປັນປະທານ​ປະ​ເທດ
- ທ່ານ ​ບົວ​ສອນ ບຸບຜາ​ວັນ​ ເປັນນາຍົກລັດຖະມົນຕີ
*(ຂປລ): ກອງ​ປະຊຸມ​ຄັ້ງປະຖົມ​ມະ​ລືກ ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VI ໄດ້​ໄຂ​ຂຶ້ນຢ່າງ​ສະຫງ່າ
​ ຜ່າ​ເຜີຍ ​ແລະ ​ເປັນ​ທາງການ ​ໃນຕອນ​ເຊົ້າຂອງ​ວັນ​ທີ 8 ມິຖຸນາ 2006, ທີ່​ຫໍ​ສະພາ​ແຫ່ງ​ຊາດ
ນະຄອນຫລວງ​ວຽງຈັນ, ໂດຍ​ມີ​ບັນດາ​ສະມາຊິກ
​ ສະພາ​ແຫ່ງ​ຊາດ ທີ່​ໄດ້​ຮັບ​ການ​ເລືອກ
​ ຕັ້ງຈຳນວນ 115 ທ່ານ​ເຂົ້າຮ່ວມ​ຢ່າງ​ພ້ອມພຽງ,
ຊຶ່ງ​ວາລະ​ກອງ​ ປະຊຸມ​ຄັ້ງສຳຄັນ​ນີ້ ໄດ້​ມີ​ການ
​ ຮັບຮອງ​ເອົາ​ການ​ເລືອກ​ຕັ້ງ ປະທານ​ສະພາ
​ ແຫ່ງ​ຊາດ​ຄົນ​ໃໝ່ ໄດ້​ແກ່​ ທ່ານ​ທອງ​ສິງ ທຳ​ມະ​ວົງ, ​ເລືອກ​ຕັ້ງປະທານ​ປະທານ​ປະ​ເທດ​ຄົນ​ໃໝ່ ໄດ້​ແກ່​ ທ່ານ
ຈູມມະ​ລີ ໄຊ​ຍະ​ສອນ ແລະ ​
ແຕ່ງຕັ້ງ ທ່ານ​ບົວ​ສອນ ບຸບຜາ​ວັນ ດຳລົງ​ຕຳ​ແໜ່ງນາ​ຍົກ​ລັດຖະມົນຕີ ​ແຫ່ງ ສປປ ລາວຄົນ​ໃໝ່.
​ໃນ​ວາລະ​ການ​ດຳ​ເນີນ​ກອງ​ປະຊຸມ ຊຶ່ງ​ພາ​ຍ​ໃຕ້ການ​ເປັນ​ປະທານ ຂອງ​ທ່ານ​ສະໝານ ວິ​ຍະ​ເກດ
ປະທານ​ສະພາ​
ແຫ່ງ​ຊາດ​ຊຸດ​ທີ V ທີ່​ປະຊຸມ​ໄດ້​ຕ້ອນຮັບ​ການ​ໃຫ້ກຽດ​ເຂົ້າຮ່ວມ ຂອງ​ທ່ານ​ຄຳ​ໄຕ ສີ​ພັນ​ດອນ,
ທ່ານ​ຈູມ​ມະ​ລີ ໄຊ​ຍະ​ສອນ ພ້ອມ​ບັນດາ​ຜູ້ນຳ​ຂັ້ນສູງ​ຂອງ​ພັກ-ລັດ. ນອກຈາກ​ນີ້ ຍັງ​ມີ​

ບັນດາ​ນັກ​ປະຕິວັດ ອາວຸ​ໂສ, ຜູ້​ຊົງ​ຄຸນ​ວຸດ​ທິ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ V, ຕົວ​ແທນ​ອົງການ​ຈັດຕັ້ງມະຫາຊົນ​ອ້ອມ​ຂ້າງ​ສູນ​ກາງ ພ້ອມ​ບັນດາ​ທູຕາ​ນຸທູດ,
ຜູ້ຕາງໜ້າອົງການ​ຈັດຕັ້ງສາກົນ​ປະຈຳ​ລາວ ຕະຫລອດ​ເຖິງ​ແຂກ​ພາຍ​ໃນ ແລະ
ຕ່າງປະ​ເທດ ກໍ​ໄດ້​ຮັບ​ກຽດ​ເຂົ້າຮ່ວມ​ຕາມ​.
​ວາລະ​ທຳ​ອິດ​ກອງ​ປະ​ຊຸມ​ໄດ້​ເລີ່​ມ ຈາກ​ການ​ເຄົາລົບ​ທຸງຊາດ ບັນດາ​ຫລານ​ນ້ອຍ​ເຍົາ
ວະ​ຊົນ​ຂຶ້ນມອບ​ຊໍ່ດອກ​ໄມ້​ໃຫ້​ຄະນະ​ປະທານ​, ຈາກນັ້ນປະທານ​ກອງ​ປະຊຸມ
ທ່ານ​ສະໝານ ວິ​ຍະ​ເກດ ​ໄດ້​ກ່າວ​ສູນ​ທອນ​ພົດ​ໄຂ​ກອງ​ປະຊຸມ​ຄັ້ງປະຖົມ​ມະ​ລຶກ
ຂອງ​ສະພາ​ແຫ່ງ​ຊາດ ​ແລະ ທ່ານ​ບຸນ​ທອງ ຈິດ​ມະນີ, ຮອງ​ຫົວໜ້າກຳມະການ
​ ເລືອກ​ຕັ້ງລະດັບ​ຊາດ​ ລາຍ​ງານ​ຜົນ​ການ​ເລືອກ​ຕັ້ງ ​ແລະ ຢັ້ງຢືນ​ຄຸນ​ລັກສະນະ
​ ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊູດ​ທີ VI.
​ ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ທີ V ໄດ້​ກ່າວ​ສະຫລຸບ​ຫຍໍ້​ການ​ຊີ້ນຳໆພາ ຕະຫລອດ​ອາຍຸ​ການ
ຂອງ​ສະພາ​ແຫ່ງ​ຊາດ​ຊຸດ V ພ້ອມ​ກ່າວ​ອຳລາຕຳ​ແໜ່ງປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ດັ່ງກ່າວ.
ປະທານ​ກອງ​ປະຊຸມ ​ໄດ້​ສະ​ເໜີກ່ຽວກັບ​ໂຄງ​ປະກອບ​ການຈັດຕັ້ງສະພາ​ແຫ່ງ​ຊາດ​ຊຸດ​ທີ VI,
ຄຸນ​ລັກສະນະ​ຂອງ​ບຸກຄະລາ​ກອນ ແລະ ​ເປົ້າໝາຍຜູ້​ທີ່​ຈະ​ເລືອກ​ຕັ້ງ​ເປັນ​ປະທານ, ຮອງ​ປະທານ ແລະ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ V ຊຶ່ງ​ກອງ​ປະຊຸມ​ໄດ້​ເລືອກ​ຕັ້ງປະທານ, ຮອງ​ປະທານ ແລະ ຄະນະ​ປະຈຳ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ຊຸດ​ນີ້ ໂດຍ ທ່ານ​ ທອງ​ສິງ ທຳ​ມະ​ວົງ ​ໄດ້​ຖືກ​ເລືອກ​ຕັ້ງ​ເປັນ
​ ປະທານ​ສະພາ​ແຫ່ງ​ຊາດ, ທ່ານ ນາງ​ປານີ ຢາທໍ່ຕູ້ ແລະ ທ່ານ​ໄຊ​ສົມ​ພອນ​ພົມວິຫານ ໄດ້​ຖືກ​ເລືອກ​ຕັ້ງ​ເປັນ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ແລະ ມີ​ຈຳນວນ 10 ທ່ານ ໄດ້​ຖືກເລືອກ​ຕັ້ງ
​ ເປັນ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ປະກອບ​ມີ ທ່ານ​ທອງ​ສິງ ທຳ​ມະ​ວົງ, ທ່ານ​ປານີ ຢາ​ທໍ່ຕູ້,
ທ່ານ​ໄຊ​ສົມ​ພອນ ພົມ​ວິຫານ, ທ່ານ​ເກ​ຍຸນ ຍົດ​ໄຊ​ວິບູນ, ທ່ານ​ຄຳ​ສິງ ​ໄຊ​ຍະ​ກອນ, ທ່ານ​ດວງ​ດີ
ອຸດທະ​ຈັກ, ທ່ານ ດຣ ທອງພັນ ຈັນທະ​ລາ​ນົນ, ທ່ານ ພົນ​ຈັດຕະວາ ຄຳ​ແວວ ສີ​ໂຄດ​ຈຸນ​ລະ​ມະນີ
ແລະ ທ່ານ​ທອງ​ເຕີນ ໄຊ​ຍະ​ເສນ.
ທີ່​ປະຊຸມ​ໃນ​ພາກ​ທຳ​ອິດ ​ໄດ້​ສືບຕໍ່ດຳ​ເນີນ ​ໂດຍ​ທ່ານ​ທອງ​ສິງ ທຳ​ມະ​ວົງ ປະທານ​ຄະນະ​ປະຈຳ​
ສະພາ​ ແຫ່ງ​ຊາດ​ຄົນ​ໃໝ່ ໄດ້​ຂຶ້ນກ່າວ​ຮັບ​ຕຳ​ແໜ່ງປະທານ​ສະພາ​ແຫ່ງ​ຊາດ ສືບຕໍ່ຈາກ
ທ່ານ​ສະໝານ ວິ​ຍະ​ເກ​ດ ພ້ອມ​ທັງ ໄດ້​ສະ​ເໜີກົງຈັກ​ຊ່ວຍວຽກຂອງສະພາ​ແຫ່ງ​ຊາດ​
ຊຸດ​ທີ VI ຄື: ສືບຕໍ່ຮັກສາ 6 ຄະນະ​ກຳມາ​ທິການ ແລະ ຫ້ອງ​ວ່າການປະກອບ​ມີ ຄະນະ​ກຳ
ມາ​ທິການກົດໝາຍ​ໂດຍ​ແມ່ນ ທ່ານ ​​ເກຍຸນ ຍົດ​ໄຊ​ວ​ິບູນ ​ເປັນຫົວໜ້າ; ທ່ານ​ຄຳ​ສິງ ​ໄຊ​ຍະ​ກອນ
​ ເປັນຫົວໜ້າ​​ເສດຖະ​ກິດ​ແຜນການ ແລະ​ການ​ເງິນ; ທ່ານ ດວງ​ດີ​ ອຸດທະ​ຈັກ ​ເປັນ​ຫົວໜ້າ​ຄະນະ​ກຳ
ມະການ​ສັງຄົມ; ທ່ານ ດຣ. ນາງ ທອງພັນ ຈັນທະ​ລາ​ນົນ ​ເປັນຫົວໜ​້າກຳມາທິການບັນດາ​ເຜົ​່າ;
ທ​່ານ ພົນ​ຈັດ​ຕະວາ ຄຳ​ແວວ ສີ​ໂຄດ​ຈຸນ​ລະ​ມະນີ ເປັນ​ຫົວໜ​້າກຳມາ​ທິການ
ປ້ອງ​ກັນຊາ​ດ​​​​​​ -ປ້ອງ​ກັນຄວາມ​ສະຫງົບ; ທ່ານ ດຣ ໄຊ​ສົມ​ພອນ ພົມວິຫານ
ເປັນ​ຫົວໜ້າ​ກຳມາ​ທິການ​ຕ່າງ​ປະ​ເທດ ​ແລະ ທ່ານ ທອງ​ເຕີນ ໄຊ​ຍະ​​ເສນ
ເປັນ​ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາ​ດ.
ກອງ​ປະຊຸມ​ຍັງ​ໄດ້​ສະ​ເໜີ​ການ​ແຕ່ງຕັ້ງຄະນະ​ລັດຖະສະ​ພາສາ​ກົນ​ແຫ່ງ​ສ ປປ ລາວ​
ໂດຍ​ແມ່ນ ທ່ານ ທ​ອງສິງ ທຳ​ມະ​ວົງ ​ເປັນ​ປະທານ, ທ່ານ ໄຊ​ສົມ​ພອນ ພົມ​ວິຫານ
​ ເປັນຮອງ​ປະທານ ແລະ ທ່ານ ດຣ ກຸ​ແກ້ວ ອັກຄະ​ມຸນຕີ ເປັນເລຂາ​ທິການ​ໃຫ່ຍ.
​ໃນ​ກອງ​ປະຊຸມ ຍັງ​ໄດ້​ດຳ​ເນີນ​ການ​ເລືອກຕັ້ງ ປະທານ ປະ​ເທດ​ຄົນໃຫມ່ ພາຍ​ຫັລງທ່ານ
ຄຳ​ໄຕ ສີ​ພັນ​ດອນ ປະທານ​ປະ​ເທ​ດຜູ້​ເກົ່າ ຂື້ນກ່າວ​ລາ​ຕຳ​ແໜ່​ງ, ທ່ານ ຄຳ​ມີ ໄຊ​ຍະ​ວົງ
ປະທານ​ສານ​ປະຊາຊົນສູງ​ສຸດ ​ແລະ​ທ່ານ ບຸນ​ປອນ ສັງ​ສົມ​ສັກ ​ໄດ້​ຂື້ນກ່າວ​ລາ​ຕຳ​ແໜ່​ງ​ແລ້ວ,
ປະ​ທານ​ກອງ​ປະຊຸມ​ໄດ້​ສະ​ເໜີ ມາດຖານ ແລະ ​ເປົ້າໝາຍຜູ້​ທີ່​ຈະ​ເປັນ​ປະທານ​ປະ​ເທດ ​ແລະ
ຮອງ​ປະທານ​ປະ​ເທດ. ປະທານ​ກອງ​ປະຊຸມ​ໄດ້​ນຳພາ​ສະມາຊິກ​ສະພາ ພິຈາລະນາ ​ແລະ
ຮັບຮອງ​ເອົາການ​ເລືອກ​ຕັ້ງ ທ່ານ​ຈູມ​ມະ​ລີ ໄຊ​ຍະ​ສອນ ​ເປັນ​ປະທານ​ປະ​ເທດ ແລະ ທ່ານ​ບຸນ​ຍັງ ວໍລະ​ຈິດ ​ ​ເປັນ​ຮອງ​ປະ​ທານ​ປະ​ເທດ ຄົນ​ໃໝ່ຕາມ​ລຳດັບ; ​ເລືອກ​ຕັ້ງ ທ່ານ​ຄຳ​ມີ ໄຊ​ຍະ​ວົງ ສືບຕ
ໍ່ດຳລົງ​ຕຳ​ແໜ່ງ ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ແລະ ​ເລ​ືອກຕັ້ງ ທ່ານ​ສົມ​ພັນ ແພງ​ຄຳ​ມ
ີ ເປັນ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຄົນ​ໃໝ່. ປະທານກອງ​ປະຊຸມ ​ໄດ້​ນຳພາ​ຄະນະ​ສະມາ
ຊິກ​ສະພາ​ແຫ່ງ​ຊາດ ພິຈາລະນາ​ຮັບຮອງ​ເອົາ​ການ​ແຕ່ງຕັ້ງ ທ່ານ​ບົວ​ສອນ ບຸບຜາ​ວັນ
ເປັນ​ນາຍົກລັດຖະມົນຕີຄົນ​ໃໝ່ຄົນໃໝ່ ແຫ່ງ ສປປ ລາວ ​ແລະ ​ໃນ​ເວລາ​ຕໍ່ມາ
ທ່ານ​ນາຍົກລັດຖະມົນຕີຄົນ​ໃໝ່ ໄດ້​ຂຶ້ນກ່າວ​ຮັບ​ຕຳ​ແໜ່ງ ພ້ອມ​ທັງ​ສະ​ເໜີ
ຈຸດໝາຍສູ້ຊົນ ໃນ​ການ​ສືບຕໍ່ຈັດຕັ້ງປະຕິບັດ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ
​ ແລະ ງົບປະມານ ປະຈຳ​ສົກ​ປີ 2005-2006 ແລະ ທິດ​ທາງ​ແຜນການ
ພັດທະນາ​ເສດຖະກິດ-ສັງຄົມ 2006-2010. ພ້ອມ​ນີ້ ທ່ານ​ນາຍົກ
ລັດຖະມົນຕີ​ຄົນ​ໃໝ່ ຍັງ​ໄດ້​ສະ​ເໜີ ​ໂຄງ​ປະກອບກົງຈັກ​ລັດຖະບານລວມມີ
13 ກະຊວງ ​ແລະ 3 ອົງການ​ທຽບ​ເທົ່າ ພ້ອມທັງ​ຄະນະ​ລັດຖະບານ​ປະກອບ​ມີ
ຮອງ​ນາຍົກລັດຖະມົນຕີ 4 ທ່ານ, ລັດຖະມົນຕີ​ວ່າການ
ແລະ ຫົວໜ້າອົງການ​ທຽບ​ເທົ່າ 23 ທ່ານ.
ສຳລັບ​ໃນ​ພາກ​ບ່າຍ ປະທານ ກອງ​ປະຊຸມ​ໄດ້​ສະ​ເໜີ​ໃຫ້​ຄະນະ​ປະ
ຈຳ​ສະພາ​ແຫ່ງ​ຊາດ ​ຊີ້​ແຈງ​ທັດສະນະ​ ​ແລະ ຈຸດປະສົງ ​ໃນ​ການ​ປັບ
ປຸງ​ບາງ​ມາດຕາ ຂອງ​ກົດໝາຍວ່າ​ດ້ວຍສະພາ​ແຫ່ງ​ຊາດ
​ ເພື່ອ​ໃຫ້​ບັນດາ​ສະມາຊິກ​ສະພາ​​ແຫ່ງ​ຊາດ​ຊຸດ​ທີ VI ໄດ້​ຄົ້ນຄວ້າປະ​
ກອບ​ຄຳ​ຄິດ​ຄຳ​ເຫັນ ແນ​ໃສ່​ເຮັດ​ໃຫ້​ກົດໝາຍສະບັບ​ນີ້ສົມບູນ ແລະ
ຮັດກຸມ​ກວ່າ​ເກົ່າ./.

ກັບສາລະບານ

webmaster
------------


KPL mail

ກົດບ່ອນນີ້ ເພື່ອເບິ່ງສະພາບອາກາດ ໃນ ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ.

ບົດ