ປະທານປະເທດ ຕ້ອນຮັບ ສົມເດັດພະເທບຣັດ ຣາຊະສຸດາ ແຫ່ງຣາຊະອານາຈັກໄທ
(ຂປລ) ທ່ານຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບ ສົມເດັດພະເທບ ຣັດ ຣາຊະສຸດາ ເຈົ້າຟ້າມະຫາຈັກກຣີ ສິຣິນ ທອນ ສະຫຍາມບໍຣົມ ຣາຊະກຸມາຣີ ໃນຕອນເຊົ້າວັນທີ 26 ພະຈິກ 2007 ທີ່ຫໍຄຳ ນະຄອນຫລວງວຽງຈັນ ໃນໂອກາດທີ່ ພະອົງສະເດັດຢ້ຽມຢາມ ລາວ ຢ່າງເປັນ ທາງການ ເປັນເວລາ 4 ວັນ. ທ່ານປະທານປະເທດ ຈູມມາລີ ໄຊຍະສອນ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການສະເດັດຢ້ຽມຢາມລາວ ຂອງ ສົມເດັດພະເທບຣັດ ຣາຊະສຸດາ ເຈົ້າຟ້າມະຫາຈັກກຣີ ສິຣິນທອນ ສະຫຍາມບໍຣົມ ຣາຊະກຸມາຣີໃນຄັ້ງນີ້ ຊຶ່ງເປັນຂີດໝາຍສຳຄັນໃນການເສີມສ້າງສາຍພົວພັນ ມິດຕະພາບ ແລະ ການ ຮ່ວມມື ຖານ ບ້ານໃກ້ເຮືອນຄຽງໃຫ້ຂະຫຍາຍຕົວດີຂຶ້ນເລື້ອຍໆ ໂດຍສະເພາະ ການ ໃຫ້ຄວາມຊ່ວຍເຫລືອຍົກລະດັບວິຊາການດ້ານການພັດທະນາກະສິກຳ, ການປັບປຸງ ຄຸນນະພາບດ້ານສຶກສາ ສຳລັບເດັກຊົນເຜົ່າ ແລະ ດ້ອຍໂອກາດ ແລະ ອື່ນໆ. ໃນໂອກາດດຽວກັນ ສົມເດັດພະເທບຣັດ ຣາຊະສຸດາ ເຈົ້າຟ້າມະຫາຈັກກຣີ ສິຣິນທອນ ສະຫຍາມບໍຣົມ ຣາຊະກຸມາຣີ ກໍໄດ້ສະແດງຄວາມ ຂອບໃຈຕໍ່ທ່ານ ຈູມ ມາລີ ໄຊຍະສອນເປັນຢ່າງຍິ່ງ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ເຊື່ອໝັ້ນວ່າການ ພົວພັນຮ່ວມມືຂອງສອງປະເທດຈະໄດ້ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ. ໃນຕອນເຊົ້າວັນດຽວກັນ ສົມເດັດພະເທບຣັດ ຣາຊະສຸດາ ເຈົ້າຟ້າມະຫາຈັກກຣີ ສິຣິນທອນ ສະຫຍາມບໍຣົມ ຣາຊະກຸມາຣີ ກໍໄດ້ເຄື່ອນໄຫວຢ້ຽມຢາມ ໂຄງການສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ດຣ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ ແລະ ຢ້ຽມຊົມກິດຈະກຳຕ່າງໆຂອງໂຄງການ ຊຶ່ງໂຄງການນີ້ ປະກອບມີ 7 ຂະແໜງການເຊັ່ນ: ຂະແໜງປູກຝັງ, ການປະມົງ, ຂະແໜງພັດທະນາທີ່ດິນ, ຂະແໜງຊົນລະປະທານ, ຂະແໜງລ້ຽງສັດ ແລະ ຂະແໜງການສົ່ງເສີມ. ຕະຫລອດໄລຍະ 13 ປີຜ່ານມາ ປະຊາຊົນ 9 ບ້ານອ້ອມຂ້າງ ມີການພັດທະນາດ້ານກະສິກຳ ແລະ ຖືອາຊີບນີ້ເປັນພື້ນຖານໃນການສົ່ງເສີມອາ ຊີບອື່ນໆທີ່ໝັ້ນຄົງ. ປະຈຸບັນປະຊາຊົນເຂດນີ້ ມີລາຍຮັບເພີ່ມຂຶ້ນຈາກ 15 ລ້ານເປັນ 20 ລ້ານກີບ/ຄອບຄົວ/ປີ. ຈາກນັ້ນ ສົມເດັດພະເທບຣັດ ຣາຊະສຸດາ ເຈົ້າຟ້າມະຫາຈັກກຣີ ສິຣິນທອນ ສະຫຍາມບໍຣົມ ຣາຊະກຸມາຣີໄດ້ສະເດັດຢ້ຽມຢາມໂຮງຮຽນ ວັດທະນະທຳ ເດັກກຳ ພ້າຫລັກ 67 ເມືອງໂພນໂຮງ ແຂວງວຽງຈັນ ໂດຍໄດ້ມອບ ທຶນການ ສຶກສາ ເປັນມູນຄ່າ 51.600 ບາດ,ພ້ອມອຸປະກອນກິລາ ແລະ ປຶ້ມແບບຮຽນ ຈຳນວນໜຶ່ງ. ໂຮງຮຽນແຫ່ງນີ້ ໄດ້ເຂົ້າຮ່ວມໂຄງການພະລາ ຊະດຳລິໃນປີ 1992, ມາຮອດປະຈຸບັນເປັນເວລາ 15 ປີແລ້ວທີ່ໂຮງຮຽນ ມີການປັບປຸງຊີວິດການເປັນຢູ່ ຂອງນັກຮຽນເດັກກຳພ້າໃຫ້ດີຂຶ້ນກວ່າເກົ່າເປັນຕົ້ນແມ່ນດ້ານສຸຂະພາບ, ໂພສະ ນາການ, ການກະສິກຳ ແລະ ປູກຝັງລ້ຽງສັດ ຕາມແນວທາງເສດຖະກິດ ເພິ່ງຕົນ ເອງ-ກຸ້ມຕົນເອງເທື່ອລະກ້າວ ພ້ອມທັງປັບປຸງຄຸນນະພາບການສຶກສາໃຫ້ດີຂຶ້ນ ເຊັ່ນກັນ ຊຶ່ງໄດ້ສະແດງອອກໃນຜົນການສອບເສັງ 6 ລຸ້ນທີ່ຜ່ານມາບັນລຸ 100% ຕິດຕໍ່ກັນ. ໃນສົກປີ 2006-2007 ເປັນລຸ້ນທີ 26 ຍັງສືບຕໍ່ຮ່ຳຮຽນ ແຕ່ ປ 1 ເຖິງ ປ 6 ມີນັກຮຽນທັງໝົດ 750 ຄົນ, ເປັນຍິງ 200 ກວ່າຄົນ, ຊຶ່ງທັງໝົດ ນີ້ຈະ ໄດ້ຮັບການສຶກສາຮ່ຳຮຽນ ແລະ ມີການພັດທະນາຕົນເອງໃຫ້ດີຂຶ້ນເລື້ອຍໆ./.
ກັບສາລະບານ