ສາທິດການປູກເຂົ້າແບບຢອດເມັດຢູ່ບ້ານດອນເຂາະ
*(ຂປລ): ໂຄງການປູກເຂົ້າແບບຢອດເມັດເລີ່ມຈັດຕັ້ງປະຕິບັດຢູ່ແຂວງຈຳປາສັກແຕ່ປີ 2006 ໂດຍໄດ້ຮັບບົດຮຽນ, ການຊ່ວຍເຫລືອດ້ານເຕັກນິກ, ວິຊາການ ແລະ ອຸປະກອນຈາກ ສ.ສ ຫວຽດນາມ ຊຶ່ງຈັດຕັ້ງປະຕິບັດຢູ່ 2 ຕົວເມືອງຄື: ໂພນທອງ ແລະ ຊະນະສົມບູນ ທ່ານພູວົງ ແກ້ວມະນີ ວິຊາການຂະແຫນງປູກຝັງພະແນກກະສິກຳ-ປ່າໄມ້ແຂວງ ໃຫ້ສຳພາດວ່າ: ໂດຍປະຕິບັດຕາມທິດຊີ້ນຳຂອງຄະນະພັກ-ຂັ້ນເທິງ ເວົ້າລວມ, ສະເພາະກໍ່ແມ່ນພະແນກກະສິກຳ- ປ່າໄມ້ແຂວງ ກ່ຽວກັບການຊຸກຍູ້ສົ່ງເສີມການຜະລິດກະສິກຳ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ,ຜ່ານຈາກການຈັດຕັ້ງປະຕິບັດໂຄງການປູກເຂົ້າແບບຢອດເມັດ ເຫັນ ວ່າສາມາດຫລຸດຜ່ອນບັນຫາການໃຊ້ຈ່າຍຄ່າ ແຮງງານການປັກດຳ ທັງຜົນຜະລິດກໍ່ສູງກວ່າການ ປູກເຂົ້າແບບ ປັກດຳ. ສ່ວນເຕັກນິກໃນການປູກເຂົ້າແບບຢອດເມັດນັ້ນ ມີ 6 ຂັ້ນຕອນຄື: ການແຊ່ເມັດພັນ, ການກຽມດິນ, ການຢອດເມັດ, ການໃສ່ຝຸ່ນ, ການປ້ອງກັນສັດຕູພືດ ແລະ ການບົວລະບັດຮັກສາ ແຕ່ຫຍຸ້ງຍາກ ແລະ ຂັ້ນຕອນສຳຄັນກວ່າຫມູ່ແມ່ນ ການກະກຽມແນວພັນ ແລະ ການກະກຽມຫນ້າດິນຕ້ອງເອົາໃຈໃສ່ຢ່າງລະ ອຽດພິຖີພິຖັນ, ດິນຕ້ອງໄຖຕາກແດດໄວ້ ປະມານ 2-3 ອາທິດ ເພື່ອເຮັດໃຫ້ຫຍ້າຕາຍ ແລະ ເຮັດໃຫ້ດິນມີຄວາມອຸດົມສົມບູນຂຶ້ນຕື່ມ ຈາກນັ້ນຈິ່ງໄຖດິນແລ້ວຄາດໃຫ້ລະອຽດພ້ອມທັງມອບໃຫ້ຮາບພຽງດີ, ຖ້າເປັນດິນຊາຍມອບແລ້ວຢອດເລີຍ, ຖ້າເປັນດິນຊາຍແກມຕົມມອບແລ້ວປະໄວ້ປະມານ 30 ນາທີຫາ 1 ຊົ່ວໂມງຈິ່ງຢອດ, ສ່ວນການຢອດແມ່ນນຳ ໃຊ້ເຄື່ອງ ຢອດທີ່ນຳໃຊ້ແຮງງານຄົນແກ່, ອັດຕາແນວພັນທີ່ນຳ ໃຊ້ 80 ກິໂລຕໍ່ເຮັກຕາ, ໃນລະດູຝົນສຳລັບ ແນວພັນອາຍຸ 125 ວັນ ຕ້ອງເລີ່ມຢອດເມັດ ລະຫວ່າງ ວັນທີ 20-30 ມິຖຸນາ, ສ່ວນອາຍຸ 90 ວັນ ເລີ່ມຢອດ ລະຫວ່າງວັນທີ 25-30 ກໍລະກົດ, ໃນລະດູແລ້ງສຳລັບ ແນວພັນອາຍຸ 125 ວັນ ຕ້ອງເລີ່ມຢອດລະຫວ່າງວັນທີ 12-15 ທັນວາ, ທັງນີ້ກໍ່ເພື່ອສະດວກເວລາເກັບ ກ່ຽວ ແລະ ທ່ວງທັນລະດູການ, ສ່ວນການໃສ່ຝຸ່ນແມ່ນຫວ່ານ 3 ຄັ້ງ ປະມານ 300 ກິໂລ/ເຮັກຕາ, ໂດຍນຳໃຊ້ສູດ 15.15.15 ແລະ 46.00.00, ຫວ່ານແຕ່ລະຄັ້ງຕ້ອງປະສົມ ເຂົ້າກັນ ຄົນໃຫ້ລະອຽດ ແລ້ວຈິ່ງຫວ່ານ, ການຫວ່ານຝຸ່ນຄັ້ງທີ 1 ຫລັງຈາກຢອດເມັດ ໄດ້ປະມານ 12-15 ວັນ ( ໃຊ້ສູດ 15.15.15 ໃຫ້ໄດ້ 50 ກິໂລ ແລະ ສູດ 46.00.00 ໃຫ້ໄດ້ 30 ກິໂລ ) ຄັ້ງທີ 2 ຫລັງຈາກຢອດເມັດ ໄດ້ປະມານ 20-30 ວັນ ( ສູດ 15.15.15= 70 ກິໂລ ແລະ ສູດ 46.00.00 = 30 ກິໂລ ) ຄັ້ງທີ 3 ຫລັງຈາກ ຢອດເມັດໄດ້ປະມານ 40-45 ວັນ ( ໃຊ້ສູດ 15.15.15 = 80 ກິໂລ, ສູດ 46.00.00 = 40 ກິໂລ ) ຖ້າແມ່ນພັນທີ່ມີອາຍຸຍາວຈຳເປັນ ຕ້ອງຫວ່ານຝຸ່ນຄັ້ງທີ 4 ຫລັງຈາກຢອດເມັດໄດ້ 65-75 ວັນ ( ໃຊ້ສູດ 46.00.00 = 40 ກິໂລ ) ຖ້າປະຕິບັດຖືກ ຕ້ອງຕາມເຕັກນິກທຸກຢ່າງສາມາດເກັບກ່ຽວ ຜົນຜະລິດໄດ້ 6 ໂຕນ/ເຮັກຕາ. ທ່ານພູວົງ ກ່າວຕື່ມອີກວ່າ : ສະເພາະຢູ່ບ້ານດອນເຂາະ ໄດ້ເລີ່ມທົດລອງສາທິດການປູກເຂົ້າແບບຢອດເມັດ ໃນວັນທີ 23 ພະຈິກປີນີ້ ໃນເນື້ອທີ່ 0,6 ເຮັກຕາ, ໂດຍແມ່ນພະນັກງານວິຊາການຈາກກະສິກຳ-ປ່າໄມ້ແຂວງ, ເມືອງປາກເຊລົງມາຊຸກຍູ້ຊ່ວຍເຫລືອດ້ານວິຊາການ ແລະ ແນວພັນຈຳນວນຫນຶ່ງ. ໃນໂອກາດດຽວກັນທ່ານສຸດ ສຸລິນທອນ ຫົວຫນ້າກຸ່ມການຜະລິດນາແຊງບ້ານດອນເຂາະກໍ່ໃຫ້ສຳພາດວ່າ : ຂະບວນການກະກຽມການຜະລິດເຂົ້ານາແຊງຢູ່ບ້ານດອນເຂາະພວກຂ້າພະເຈົ້າ ແມ່ນໄດ້ເລີ່ມອະນາໄມ ສ້ອມແປງຄອງລະບາຍ ນ້ຳແຕ່ວັນທີ 6 ພະຈິກ ທີ່ຜ່ານມາ, ຮອດວັນທີ 15 ເດືອນດັ່ງກ່າວກໍ່ໄດ້ເລີ່ມລົງມືຕົກກ້າ ມາເຖິງປັດຈຸບັນສຳເລັດແລ້ວ 80%, ສະເພາະເນື້ອທີ່ນາແຊງຢູ່ບ້ານດອນເຂາະປີນີ້ມີທັງຫມົດ 46,54 ຮຕ, ຖ້າທຽບໃສ່ປີຜ່ານມາເຫັນວ່າເພີ່ມຂຶ້ນ. ອັນນີ້ກໍ່ຍ້ອນພະ ນັກງານການນຳ, ພະນັກງານວິຊາການຂອງກະສິກຳ ແຂວງ, ເມືອງໄດ້ລົງຊຸກຍູ້ແນະນຳຢ່າງໃກ້ຊິດຕິດແທດ ບວກກັບລາຄາເຂົ້າໃນທ້ອງຕະຫລາດເຫັນວ່າສູງຂຶ້ນ ຍ້ອນແນວນັ້ນພໍ່ແມ່ປະຊາຊົນໃນບ້ານ ໂດຍສະເພາະຜູ້ທີ່ມີເງື່ອນໄຂຈຶ່ງ ໃຫ້ຄວາມສົນໃຈ ພ້ອມທັງເຂົ້າຮ່ວມໃນຂະບວນການດັ່ງກ່າວ, ສະເພາະຜົນຜະລິດນາແຊງປີຜ່ານມາຢູ່ດອນ ເຂາະໄດ້ 3,5-4 ໂຕນ/ຮຕ, ສະເພາະປີນີ້ຈະສູ້ຊົນໃຫ້ໄດ້ 5-6 ໂຕນ/ຮຕ. ທ່ານ ວຽງໄຊ ສີປະພອນ ຫົວຫນ້າສູນສົ່ງເສີມກະສິກຳ-ປ່າໄມ້ແຂວງໃຫ້ຮູ້ວ່າ: ໃນລະດູນາແຊງປີນີ້ ໃນ 8 ຕົວເມືອງຂອງແຂວງຈຳປາສັກແມ່ນມີເປົ້າຫມາຍທີ່ຈະທົດລອງສາທິດປູກເຂົ້າແບບຢອດເມັດ ແລະ ຈະແຈກຢາຍເຄື່ອງຢອດເມັດເຂົ້າໃຫ້ແຕ່ລະເມືອງຕາມຄວາມເຫມາະສົມ, ປັດຈຸບັນທາງ ແຂວງໄດ້ກະກຽມໄວ້ 60 ເຄື່ອງ, ຊຶ່ງຊື້ຈາກ ສ.ສ ຫວຽດນາມ 40 ເຄື່ອງ ແລະ ໄດ້ຮັບການຊ່ວຍ ເຫລືອອີກ 20 ເຄື່ອງ, ຄາດວ່າຈະ ນຳສົ່ງໃຫ້ແຕ່ລະເມືອງໃນມໍ່ໆນີ້ ຍົກເວັ້ນເມືອງປາກຊ່ອງ ແລະ ບາຈຽງ./.
ກັບສາລະບານ