ຂ່າວພາຍໃນປະເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕ້ອນ​ຮັບ​ປະ​ທານ​ທະນາຄານ​ພັດ​ທະ​ນາ​ອາ​ຊີ

*(ຂ​ປ​ລ): ໃນ​ຕອນ​ບ່າຍ​ຂອງວັນ​ທີ 26 ພະ​ຈິກ​ນີ້, ທ່ານ ບົວ​ສອນ ບຸບ​ຜາ​ວັນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ສ​ປ​ປ ລາວ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ ຂອງ​ທ່ານ ຮາ​ຣູ​ຮິ​ໂກະ ກູ​ໂຣ​ດະ, ປະ​ທານ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ ( ADB) ໃນ​ໂອ​ກາດ​ເດີນ​ທາງ​ມາ​ຢ້ຽມ​ຢາມ ແລະ​ ເຮັດ​ວຽກຢູ່ ສ​ປ​ປ ລາວ ລະ​ຫວ່າງວັນ​ທີ 26-​28 ພະ​ຈິກ 2007.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ບົວ​ສອນ ບຸບ​ຜາ​ວັນ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ທ່ານ​ປະ​ທານ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ ແລະ ຄະ​ນະ​ທີ່​ໄດ້​ມາ​ຢ້ຽມ​ຢາມ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ເທື່ອ​ທີ​ສອງ ຂອງ​ບັນ​ດາ​ຜູ້​ໃຫ້​ທຶນ ວ່າ​ດ້ວຍ​ການ​ລະ​ດົມ​ທຶນເຂົ້າ​ກອງ​ທຶນ​ພັດ​ທະ​ນາ​ອາ​ຊີ ຄັ້ງ​ທີ 10 ທີ່​ຈັດ​ຂຶ້ນ​ ຢູ່​ທີ່​ນະ​ຄອນ​ຫລວງວຽງ​ຈັນ, ພ້ອມ​ທັງ​ຕີ​ລາ​ຄາ​ສູງ​ຕໍ່ການຮ່ວມມືຊ່ວຍເຫລືອລະ​ຫວ່າງ ສປປລາວ ແລະ ທະນາຄານພັດທະນາອາຊີ ຫລື ເອດີບີ ໂດຍສະເພາະລັດຖະບານລາວໄດ້ລົງນາມໃນສັນຍາຮັບເອົາການສະຫນອງທຶນຊ່ວຍເຫລືອລ້າ ຈາກທະ ນາຄານ ພັດທະນາອາຊີ ມູນຄ່າ 27 ລ້ານໂດລາສະຫະລັດສຳລັບໂຄງການ ປັບປຸງຕາຫນ່າງການ ຂົນສົ່ງຢູ່ ຕອນ ເຫນືອ ອະນຸພາກພື້ນລຸ່ມແມ່ນ້ຳຂອງ(ADB 11).
ກອງ​ທຶນ​ພັດ​ທະ​ນາ​ອາ​ຊີ​ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ​ຂອງ ສ​ປ​ປ​ລາວ ເປັນ​ຕົ້ນ​ໄດ້​ສະ​ໜອງ​ທຶນ​ຊ່ວຍ​ເຫລືອ​ດ້ານ​ການ​ພັດ​ທະ​ນາ​ຕົວ​ເມືອງ ໃຫ້​ມີ​ລະ​ບົບ​ການ​ຄຸ້ມ​ຄອງ​ທີ່​ດີ, ພັດ​ທະ​ນາ​ໂຄງ​ລ່າງ, ລະ​ບົບ​ການ​ບໍ​ລິ​ຫານ​ລັດ, ພັດ​ທະ​ນາ​ບຸກ​ຄະ​ລາ​ກອນ ແລະ ບັນ​ດາ​ນິ​ຕິ​ກຳ​ຕ່າງໆ.
ໃນ​ວັນ​ດຽວ​ກັນ ທ່ານ ປະ​ທານ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ ( ADB) ກໍ່​ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ ທ່ານດຣ. ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ເຂົ້າ​ພົບ​ປະ​ກັບ​ທ່ານ​ ສົມ​ດີ​ ດວງ​ດີ, ລັດ​ຖະ​ມົນ​ຕີ​ວ່າ​ການ ກະ​ຊວງ​ການ​ເງິນ. ຊຶ່ງ​ການ​ພົບ​ປະ​ກັບ​ບັນ​ດາ​ຜູ້​ນຳຂັ້ນ​ສູງ​ຂອງ​ລາວ​ນັ້ນ ທ່ານ​ປະ​ທານ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ແລະ ດີ​ໃຈ​ນຳ​ລັດ​ຖະ​ບານ​ລາວ​ທີ່​ໄດ້​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ເທື່ອ​ທີ 2 ຂອງ​ບັນ​ດາ​ຜູ້​ໃຫ້​ທຶນ ວ່າ​ດ້ວຍ​ການ​ລະ​ດົມ​ທຶນ ເຂົ້າ​ກອງ​ທຶນ​ພັດ​ທະ​ນາ​ອາ​ຊີ ຄັ້ງ​ທີ 10 ນີ້ຂຶ້ນ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ./.

ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446