ຂ່າວພາຍໃນປະເທດ

ສະ​ພາ​ແຫ່ງ​ຊາດ​ລາວ ແລະ ລັດ​ຖະ​ສະ​ພາ​ສາ​ກົນສົ່ງເສີມ
ການພົວພັນ ແລະ ຄວາມເຂົ້າອົກເຂົ້າໃຈຊຶ່ງກັນແລະກັນ

*(ຂ​ປ​ລ): ໃນ​ຕອນ​ບ່າຍ​ວັນ​ທີ 26 ພະ​ຈິກ​ນີ້, ທ່ານ ທອງ​ສິງ ທຳ​ມະ​ວົງ ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມຂ່ຳ​ນັບ​ຂອງ ທ່ານ ອັນ​ເດີ​ສ໌ ຈອນ​ສັນ, ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ ທີ່ມາ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ສະ​ພາພາກ​ພື້ນ ອາ​ຊີ-​ປາ​ຊີ​ຟິກ ຊຶ່ງ​ຈັດ​ຂ​ຶ້ນ​ຢູ່​ນະ​ຄອນ​ຫລວງວຽງ​ຈັນ ລະ​ຫວ່າງວັນ​ທີ 26-​28 ພະ​ຈິກ 2007, ເພື່ອແລກ​ປ່ຽນ​ປະ​ສົບ​ການ ແລະ ຖອດ​ຖອນ​ບົດ​ຮຽນອັນດີ​ຊຶ່ງ​ກັນ​ແລະ​ກັນ ລວມ​ທັງໄດ້​ຍົກ​ລະ​ດັບ​ຂີດ​ຄວາມ​ສາ​ມາດ ຂອງ​ລັດ​ຖະ​ສະ​ພາ​ແຕ່​ລະ​ປະ​ເທດ.
ການ​ໂອ້​ລົມ​ສົນ​ທະ​ນາ ລະ​ຫວ່າງ​ແຂກ ແລະ ເຈົ້າ​ພາບ​ ໄດ້​ດຳ​ເນີນ​ໄປ​ດ້ວຍ​ໄມ​ຕີ​ຈິດ ​ມິດ​ຕະ​ພາບ​ນັ້ນ ທ່ານ ທອງ​ສິງ ທຳ​ມະ​ວົງ ໄດ້​ກ່າວສະແດງຄວາມ​ຍິນ​ດີ​ຕ້ອນ​ຮັບທ່ານ ແລະ ​ຄະ​ນະ​ ທີ່​ໄດ້ມາ​ຢ້ຽມ​ຢາມ ສ​ປ​ປ ລາວ ຊຶ່ງເປັນ​ການເສີມ​ສ້າງສາຍ​ພົວ​ພັນ ການຮ່ວມມື ແລະ ຄວາມເຂົ້າອົກເຂົ້າໃຈຊຶ່ງກັນແລະກັນ ​ ລະຫວ່າງ ສປປ ລາວ ແລະ ລັດຖະສະພາສາກົນ, ຂອບອົກຂອບໃຈ ທີ່ສະຫະພັນລັດຖະສະພາ ສາກົນທີ່ໄດ້ ​ຄັ​​ດເລືອກເອົາ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມສຳມະນາທີ່ສຳຄັນໃນຄັ້ງນີ້ ແລະ ຫວັງວ່າ ການ ປຶກສາ ຫາລືບັນຫາ ທີ່ເກີດຫມາກ ເກີດຜົນໃນກອງປະຊຸມຄັ້ງນີ້ ຈະເຮັດໃຫ້ລັດຖະສະພາ ແຕ່ລະປະເທດ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ໄດ້ຍົກລະດັບຂີດຄວາມສາມາດຂອງຕົນ, ໄດ້ແລກປ່ຽນ ປະສົບ ການ ແລະ ຖອດຖອນບົດຮຽນຊຶ່ງກັນແລະກັນ.
ທ່ານ ອັນ​ເດີ​ສ໌ ຈອນ​ສັນ ໄດ້ຕາງຫນ້າໃຫ້ຜູ້ແທນລັດຖະສະພາພາກພື້ນ ​ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່ທ່ານ​ປະ​ທານ ສະ​ພາ​ແຫ່ງ​ຊາດ​ລາວ ທີ່​ໄດ້ໃຫ້​ການ​ຕ້ອນ​ຮັບຢ່າງ​ອົບ​ອຸ່ນ ແລະ ສະແດງຄວາມຊົມເຊີຍ ທີ່ລາວເປັນເຈົ້າພາບ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ນີ້ ./.

ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446