ຂ່າວພາຍໃນປະເທດ

ສັນຍະລັກແຫ່ງຄວາມເອົາໃຈໃສ່ ແລະ ຍົກສູງການຮ່ວມມື ລາວ - ເອດີບີ

(ຂ​ປ​ລ) ພະ​ນະ​ທ່ານ ບົວ​ສອນ ບຸບ​ຜາ​ວັນ ໄດ້​​ເປັນ​ປະ​ທານໃນພິທີເປີດກອງ​ປ​ະ​ຊຸມ​ເທື່ອ​ທີ 2 ຂອງ​ບັນ​ດາ​ຜູ້​ໃຫ້​ທຶນ ວ່າ​ດ້ວຍ​ການ​ລະ​ດົມ​ທຶນ ເຂົ້າ​ກອງ​ທຶນ​ພັດ​ທະ​ນາ​ອາ​ຊີ ຄັ້ງ​ທີ 10 ທີ່ ສ​ປ​ປລາວ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​ລະ​ຫວ່າງວັນ​ທີ 26 -​ 27 ພະ​ຈິກ 2007 ທີ່​ນະ​ຄອນ​ຫລວງວຽງ​ຈັນໂດຍ​ມີ ທ່ານ ປີ​ເຕີ ແມກ​ຄໍ​ລີ, ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 2 ຂອງ ADF ​ຊຸ​ດ​ທີ 10, ທ່ານ ຮາ​ຣູ ຮິ​ໂກ ກູ​ໂຣ​ດາ, ປະ​ທານ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ ແລະ ບັນດາຜູ້​ແທນ​ຈາກ 35 ປະ​ເທດ​ ທີ່ນຳ​ໃຊ້​ທຶນ​ຂອງກອງ​ທຶນ​ພັດ​ທະ​ນາ​ອາ​ຊີ​ ເຂົ້າ​ຮ່ວມ.
ໃນກອງ​ປະ​ຊຸມຄັ້ງນີ້ ມີກຳນົດການປຶກ​ສາ​ຫາ​ລື,ແລກ​ປ່ຽນ​ບົດ​ຮຽນກ່ຽວ​ກັບ​ການ​ພັດ​ທະ​ນາລະ​ຫວ່າງ ​ບັນ​ດາ​ປະ​ເທດ ກຳ​ລັງ​ພັດ​ທະ​ນາ ໃນ​ພາກ​ພື້ນ​ອາ​ຊີ-​ປາ​ຊີ​ຟີກ ແລ​ະ​ ກາຍ​ເປັນ​ພື້ນ​ຖານ​ທີ່​ສຳ​ຄັນ ໃຫ້​ແກ່​ການ​ສຶບ​ຕໍ່ ປຶກ​ສາ​ຫາ​ລື. ກອງ​ທຶນ​ພັດ​ທະ​ນາ​ອາ​ຊີ ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ ຕໍ່​ການ​ພັດ​ທະ​ນາ ໃນ​ຂົງ​ເຂດ​ອາ​ຊີ-​ປາ​ຊີ​ຟີກ ເຮັດໃຫ້ຄວາມ​ທຸກ​ຍາກ​ໄດ້​ຫລຸດ​ລົງ​ເຖິງ​ສາມ​ເທົ່າ. ເດັກ​ນ້ອຍ​ສ່ວນຫລາຍ​ໄດ້​ຮັບ​ການ​ສຶກ​ສາ ແລະ ສາ​ມາດ​ອ່ານ​ອອກ ຂ​ຽນ​ໄດ້, ຄຸນ​ນະ​ພາບ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ດີ​ຂຶ້ນ, ອາ​ຍຸ​ຍືນ​ສະ​ເລ່ຍ​ ຂອງປະ​ຊາ​ກອນເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.
​ພະ​ນະ​ທ່ານ ບົວ​ສອນ ບຸບ​ຜາ​ວັນ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສປປ ລາວ ໄດ້ກ່າວ​ປາໄສຕໍ່​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ຄັ້ງ​ທີ 2 ຂອງ​ຜູ້​ໃຫ້​ທຶນ ສຳ​ລັບ​ກອງ​ທຶນ​ພັດ​ທະ​ນາ​ອາ​ຊີ ຊຸດ​ທີ 10 ວ່າ: ລັດຖະບານລາວ ຮູ້ສຶກເປັນ ກຽດຢ່າງສູງຕໍ່ການເປັນເຈົ້າພາບຈັດກອງປະຊຸມໃນຄັ້ງນີ້ ແລະ ຖືວ່າ ເປັນສັນຍະລັກແຫ່ງຄວາມ ເອົາໃຈໃສ່ ແລະການຍົກສູງການຮ່ວມມື ການຮ່ວມມືລະຫວ່າງທະນາຄານ ພັດທະນາອາຊີ ແລະ ສປປ ລາວ ເພື່ອປະ ກອບສ່ວນເຂົ້າໃນການພັດທະນາເສດຖະກິດ- ສັງຄົມ ຂອງ ສປປ ລາວ ແລະ ໃນການຍົກລະດັບ ຊີວິດການ ເປັນຢູ່ຂອງປະຊາຊົນ.ກອງ​ທຶນ​ພັດ​ທະ​ນາ​ອາ​ຊີ​ໄດ້​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ ໃນ​ຂົງ​ເຂດ ອາ​ຊີ-​​ປາ​ຊີ​ຟິກລວມ​ທັງ ສ​ປ​ປ ລາວ. ການ​ຊ່ວຍ​ເຫລືອ​ຈາກກອງ​ທຶນ​ພັດ​ທະ​ນາ​ອາ​ຊີ​ໄດ້​ປະ​ກອບ​ສ່ວນ​ເຮັດ​ໃຫ້​ເສດ​ຖະ​ກິດ​ແຫ່ງ​ຊາດ​ເຕີບ​ໂຕ​ຢ່າງ​ໄວ​ວາ ແລະ ຄວາມ​ທຸກ​ຍາດ​ໄດ້​ຖືກ​ຫລຸດ​ຜ່ອນ​ຢ່າງ​ເປັນ​ຮູບ​ປະ​ທຳ​ຫລາຍ​ຂຶ້ນ ແລະ ພວກ​ຂ້າ​ພະ​ເ​ຈົ້​າຫວັງ​ວ່າ ກອງ​ທຶນ​ພັດ​ທະ​ນາ​ອາ​ຊີ ຍັງ​ຈະ​ເປັນ​ແຫລ່ງ​ທຶນ​ທີ່​ສຳ​ຄັນ ໃນ​ການ​ຊ່ວຍ​ເຫລືອ ສ​ປ​ປ ລາວ ບັນ​ລຸ​ເປົ້າ​ຫມາຍ​ຂອງ​ການ​ພັດ​ທະ​ນາ ໃນ​ຊຸມ​ປີ​ຕໍ່​ຫນ້າ, ໂດຍ​ສະ​ເພາະ​ແມ່ນ​ເປົ້າ​ຫມາຍ​ສະ​ຫັດ​ສະ​ຫວັດ.
ກອງ​ທຶນ​ພັດ​ທະ​ນາ​ອາ​ຊີ ຍັງ​ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ​ຂອງ ສ​ປ​ປ ລາວ ເຮັດໃຫ້ປະເທດລາວ​ປະ​ສົບ​ຜົນ​ສຳ​ເລັດ ໃນ​ການ​ຫັນ​ຈາກ​ກົນ​ໄກ​ເສ​ດ​ຖະ​ກິດ​ເກື້ອ​ກູນ ໄປ​ສູ່​ກົນ​ໄກ​ເສດ​ຖະ​ກິດ​ຕະ​ຫລາດ ໃນ​ໄລຍະເວ​ລາ​ອັນ​ສັ້ນ, ເປັນ​ຕົ້ນ​ແມ່ນ ຂະ​ແຫນງ​ພະ​ລັງ​ງານ​ໄຟ​ຟ້າ​ສົ່ງ​ອອກ ທີ່​ສ້າງ​ລາຍ​ຮັບ​ເປັນ​ເງິນ​ຕາ​ຕ່າງ​ປະ​ເທດ ເຖິງ 100 ໂດ​ລາ​ສະ​ຫະ​ລັດຕໍ່ປີ. ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ ແມ່ນ​ຜູ້​ໃຫ້​ທຶນ​ທີ່​ສຳ​ຄັນ ໃນ​ຂົງ​ເຂດ​ເຊື່ອມ​ຕໍ່​ເສດ​ຖະ​ກິດ ແລະ ການ​ຄົມ​ມະ​ນາ​ຄົມ ເຊິ່ງ​ເປັນ​ປັດ​ໄຈ​ພື້ນ​ຖານ ໃຫ້​ແກ່​ການ​ເຕີບ​ໂຕ ແລ​ະ ລຶບ​ລ້າງ​ຄວາມ​ທຸກ​ຍາກ. ໃນ​ຂະ​ແຫນງ​ສັງ​ຄົມ ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ ໄດ້​ຊ່ວຍເຫລືອໃນ​ການ​ພັດ​ທະ​ນາ​ລະ​ບົບ​ພື້ນ​ຖານ​ການ​ສຶກ​ສາ ໂດຍ​ສະ​ເພາະ​ແມ່ນ ໂຄງ​ການ​ສ້າງ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ, ພ້ອມ​ນັ້ນ ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ ຍັງ​ໄດ້​ຊ່ວຍ​ເຫລືອສ້າງ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ ຂັ້ນ​ພື້ນ​ຖານ​ຢູ່​ເຂດ​ພາກ​ເຫນືອ ອີກ​ດ້ວຍ. ນ​ອກ​ນັ້ນ,ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ຍັງ​ໄດ້​ສະ​ຫນອງ​ທຶນ​ຊ່ວຍ​ເຫລືອ ດ້ານ​ການ​ພັດ​ທະ​ນາ​ຕົວ​ເມືອງ ໃຫ້​ມີ​ລະ​ບົບ​ການ​ຄຸ້ມ​ຄອງ​ທີ່​ດີ, ພັດ​ທະ​ນາ​ໂຄງ​ລ່າງ, ລະ​ບົບ​ການ​ບໍ​ລິ​ຫານ​ລັດ, ພັດ​ທະ​ນາ​ບຸກ​ຄະ​ລະ​ກອນ ແລະ ບັນ​ດາ​ນິ​ຕິ​ກຳ​ຕ່າງໆ ທີ່​ເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ຄຸ້ມ​ຄອງ ແລະ ປົກ​ຄອງ​ທີ່​ມີ​ປະ​ສິດ​ທິ​ຜົນ.
ຜົນ​ສຳ​ເລັດ​ຂອງ​ບັນ​ດາ​ໂຄງ​ການ ໃນ​ຂະ​ແຫນງ​ຄົມ​ມະ​ນາ​ຄົມ​ໄດ້​ຊ່ວຍ​ໃຫ້​ພວກ​ເຮົາ​ສາ​ມາດ​ເຂົ້າ​ເຖິງ​ເຂດ​ຫ່າງ​ໄກ​ສອກ​ຫລີກ, ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຄ້າ​ຊາຍ​ແດນ ແລະ ການ​ທ່ອງ​ທ່ຽວ​ໃນ​ຂົງ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ, ຊິ່ຶງ​ໄດ້​ເຮັດ​ໃຫ້​ລາຍ​ຮັບ​ຂອງ​ປະ​ຊາ​ຊົນ​ຢູ່​ແຂວງ​ຕາມ​ຊາຍ​ແດນ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່ເ​ນື່ອງ.
ສ​ປ​ປ ລາວ ເປັນ​ປະ​ເທດ​ທີ່​ມີ​ສະ​ເຖຍ​ລະ​ພາບ ທາງ​ດ້ານ​ການ​ເມືອງ, ສັງ​ຄົມ ແລະ ມີ​ການ​ຂະ​ຫຍາຍ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ. ອັດ​ຕາ​ຄວາມ​ທຸກ​ຍາກ​ພາຍ​ໃນ​ປະ​ເທດ​ຫລຸດ​ລົງ​ຢ່າງ​ຕໍ່​ເນື່ອງ ຈາກ 48% ໃນ​ປີ 1990 ເປັນ 33% ໃນ​ປີ 2005. ແຕ່ເຖິງຢ່າງໃດກໍຕາມ, ສ​ປ​ປ ລາວ ຍັງ​ມີ​ຄວາມ​ຕ້ອງ​ການ​ປັບ​ປຸງ ແລະ ຟື້ນ​ຟູ​ໂຄງ​ລ່າງ, ການ​ບໍ​ລິ​ຫານ​ການ​ເງິນ​ພາກ​ລັດ, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດີ​ໃຫ້​ແກ່​ການ​ລົງ​ທຶນ ແລະ ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ທີ່​ສຳ​ຄັນ​ທີ່​ສຸດ ແມ່ນ​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ຜູ້​ທີ່​ທຸກ​ຍາກ ໄດ້​ຮັບ​ຜົນ​ປະ​ໂຫຍດ ຈາ​ກ​ການ​ຈະ​ເລີນ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ. ເຖິງ​ແມ່ນ​ວ່າ​ຍັງ​ມີ​ອຸ​ປະ​ສັກ ແລ​ະ ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ກໍ​ຕາມ, ລັດ​ຖະ​ບານ​ຂໍ​ໃຫ​້​ຄຳ​ຫມັ້ນ​ສັນ​ຍາ​ວ່າ ຈະ​ຕັ້ງ​ຫນ້າ​ປະ​ຕິ​ບັດ ເພື່ອ​ຜ່ານ​ຜ່າ​ອຸ​ປະ​ສັກ ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ບັນ​ລຸ​ຜົນ​ສຳ​ເລັດ​ເທື່ອ​ລະ​ກ້າວ.

ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446