ແຂວງຫລວງນ້ຳທາ ແລະ ອຸດົມໄຊຈະຕ້ອງສືບຕໍ່ ເອົາ ໃຈໃສ່ກໍ່ສ້າງຮາກຖານ ແລະພັດທະນາຮອບດ້ານ
*(ຂປລ): ລະຫວ່າງວັນທີ 20-21 ພະຈິກ ນີ້, ທ່ານ ບຸນຍັງ ວໍລະຈິດ, ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງນ້ຳທາ.ໃນໂອກາດດັ່ງກ່າວທ່ານຮອງປະທານປະເທດຍັງໄດ້ຮັບຟັງລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ-ເມືອງ ໂດຍຫຍໍ້ ຈາກທ່ານ ພິມມະສອນ ເລືອງຄຳມາ, ເຈົ້າແຂວງ ຫລວງນ້ຳທາຊຶິ່ງແຂວງຫລວງນ້ຳທາເປັນແຂວງທີ່ມີພູດອຍກວມສ່ວນຫລາຍ, ປະຊາຊົນຢຶດອາຊີບການເຮັດນາເປັນຕົ້ນຕໍ, ການຜະລິດເປັນສິນຄ້າສົ່ງອອກເປັນຕົ້ນຕໍແມ່ນ ຢ່າງພາລາ, ສາລີແຂງ, ມັນຕົ້ນ, ອ້ອຍ ແລະ ພຶດອື່ນໆ. ທ່ານ ບຸນຍັງ ວໍລະຈິດ ໄດ້ໂອ້ລົມ ແລະ ແນະນຳໃຫ້ ພະນັກງານ ແຂວງ ແລະເມືອງ ທຸກຂັ້ນພາຍໃນແຂວງຈົ່ງເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນແຫນ້ນໜາ,ເຮັດໃຫ້ວຽກງານພາຍໃນມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເອົາໃຈໃສ່ຊຸກຍູ້ການຜະລິດເປັນສິນຄ້າຂອງປະຊາຊົນໃຫ້ຫລາຍຂຶ້ນທາງດ້ານອຸດສາຫະກຳ-ກະສິກຳ ເພື່ອພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ມີທ່າຂະຫຍາຍຕົວຂຶ້ນກວ່າເກົ່າ, ຢຸດຕິການຖານງປ່າເຮັດໄຮ່ປູກເຂົ້າແບບເລືອນລອຍຫັນໄປເຮັດອາຊີບຄົງທີ່, ເພື່ອກ້າວໄປສູ່ການລົບລ້າງຄວາມທຸກຍາກໃນປີ 2010-2020 ສືບຕໍ່ສ້າງພະນັກງານສະມາຊິກພັກໃຫ້ມີຄວາມເຂັ້ນແຂງໜັກແໜ້ນ. ໃນລະຫວ່າງວັນທີ 22 ຫາ 23 ພະຈິກ 2007ນີ້ , ທ່ານ ບຸນຍັງ ວໍລະຈິດ, ຮອງປະທານປະເທດໄດ້ສືບຕໍ່ຢ້ຽມຢາມ ແລະເຮັດວຽກຢູ່ແຂວງອຸດົມ ໄຊແລະໄດ້ຮັບຟັງບົດລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ແລະບັນຫາວຽກງານພົ້ນເດັ່ນ ໃນໄລຍະ 1 ປີຜ່ານມາ ໂດຍ ທ່ານ ບຸນປອນ ບຸດຕະນະວົງ, ເຈົ້າແຂວງໆອຸດົມໄຊ. ທ່ານ ຮອງປະທານປະເທດ ບຸນຍັງວໍລະຈິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ແຂວງຍາດມາໄດ້ ພ້ອມທັງໄດ້ເນັ້ນໃຫ້ການນຳແຂວງເພີ່ມຄວາມເອົາໃຈໃສ່ເປັນພິເສດໃນການສຶກສາອົບຮົມທາງດ້ານການເມືອງແນວຄິດໃຫ້ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີປອງດອງກັນ,ຮັກສາໄດ້ມູນເຊື້ອດຸໜັ່ນຂະຫຍັນພຽງ, ເອົາໃຈໃສ່ເປັນສຳຄັນໃນການລົງຮາກຖານ ແລະພັດທະນາຊົນນະບົດຮອບດ້ານ ເພາະມັນເປັນຍຸດທະສາດທີ່ຍາວນານ ຊຶ່ງການນຳຂອງແຂວງແລະ ເມືອງຕ້ອງເຮັດເພື່ອເປັນການຮັກສາລະບອບການເມືອງຂອງພວກເຮົາໃຫ້ໝັ້ນຄົງຖາວອນນັ້ນ ມີຄວາມຈຳເປັນຕ້ອງມີການປັບປຸງລະບົບການເມືອງຢຸ່ຮາກຖານ, ເຮັດໃຫ້ຮາກຖານມີຄວາມໜັກແໜ້ນ ແລະເຂັ້ມແຂງທາງດ້ານເສດຖະກິດ-ສັງຄົມ, ສ້າງໃຫ້ບ້ານມີຄອບຄົວແບບຢ່າງໃນການຜະລິດເປັນສິນຄ້າສ້າງລາຍຮັບໃຫ້ແກ່ຄອບຄົວ ແລະເປັນທີ່ຍ້ອມຮັບຂອງຫລາຍຄົນ, ສ້າງໃຫ້ທຸກຄົນຢູ່ໃນຊົນນະບົດມີລາຍຮັບກຸ້ມຕົນເອງ ເພື່ອສ້າງຄວາມເຂັ້ມແຂງຮັ່ງມີມາສູ່ປະເທດຊາດ, ເຮັດໃຫ້ປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກຫລ້າຫລັງເທື່ອລະກ້າວ. ທ່ານ ຮອງປະທານປະເທດ ຍັງໄດ້ກ່າວເນັ້ນຕື່ມອີກວ່າ: ເພື່ອໃຫ້ບັນລຸວຽກງານດັ່ງກ່າວມານັ້ນ ສິ່ງທີ່ຄວນເອົາໃຈໃສ່ຕື່ມອີກກໍ່ແມ່ນການຄັດເລືອກເອົາພະນັກງານທີ່ໄປລົງຮາກຖານຕ້ອງໄດ້ມາດຖານ, ມີຄຸນນະສົມບັດ ແລະຄວາມສາມາດອັນແນ່ນອນ, ສາມາດເຮັດ ແລະປະຕິບັດ ຕາມ 4 ເນື້ອໃນ 4 ຄາດໝາຍທີ່ວາງໄວ້, ການເຮັດວຽກກໍ່ຕ້ອງເຮັດເປັນໝູ່ຄະນະ ລະອຽດແນ່ນອນ, ມີການລົງຕິດຕາມໃກ້ສິດຢ່າງຕໍ່ເນື່ອງ, ສຶກສາ ອົບຮົມຄວາມຮູ້ແກ່ກະສິກອນໃຫ້ມີຄວາມຮູ້ ສ້າງໃຫ້ເປັນຕົວເມືອງໃນຊົນນະບົດ,ເຮັດໃຫ້ຕົວເມືອງ ແລະຊົນນະບົດຍັບເຂົ້າໃກ້ກັນເທື່ອລະກ້າວ, ພ້ອມກັນປຸກລະດົມນັກທຸລະກິດ ແລະທຸກຊັ້ນຄົນເຂົ້າມາມີສ່ວນຮ່ວມໃນການປະກອບສ່ວນຊ່ວຍເຫລືອເຂົ້າໃນການແກ້ໄຂຄວາມທຸກຍາກ./.
ກັບສາລະບານ