ນາຍົກລັດຖະມົນຕີສຳເລັດການເຂົ້າຮ່ວມກອງ ປະຊຸມສຸດຍອດອາຊຽນຄັ້ງທີ 13 ທີ່ສິງກະໂປ
*(ຂປລ): ຄະນະຜູ້ແທນຂັ້ນສູງຂອງລາວ ນຳໂດຍ ພະນະທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 13 ໃນລະຫວ່າງວັນທີ 18-22 ພະຈິກທີ່ປະເທດສິງກະໂປ ແລະ ໄດ້ເດີນທາງກັບຄືນປະເທດ ຊຶ່ງພິທີຕ້ອນຮັບໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 23 ພະຈິກ 2007 ນີ້ ຢູ່ທີ່ສຳນັກງານນາຍົກລັດຖະມົນຕີ. ໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 13 ຊຶ່ງຈັດຂຶ້ນຢ່າງເປັນທາງການ ທີ່ປະເທດສິງກະໂປ, ໄດ້ມີການລົງນາມຮັບເອົາກົດບັດອາຊຽນ ແລະ ແຜນແມ່ບົດວ່າດ້ວຍປະຊາຄົມເສດຖະກິດອາຊຽນ ເຊິ່ງເປັນເອກະສານພື້ນຖານສຳລັບ ອາຊຽນ ເພື່ອກ້າວໄປສູ່ການສ້າງປະຊາຄົມອາຊຽນໜຶ່ງດຽວໃນອະນາຄົດ, ນອກຈາກນີ້, ຜູ້ນຳອາຊຽນ ກໍໄດ້ອອກຖະແຫລງການ 2 ສະບັບວ່າດ້ວຍການປົກປັກຮັກສາ ແລະ ຄຸ້ມຄອງສິ່ງແວດລ້ອມແບບຍືນຍົງ, ພ້ອມທັງໄດ້ພິຈາລະນາຮັບຮອງເອົາ ທ່ານ ດຣ. ສຸຣິດ ພິສຸວັນ, ອາດີດລັດຖະມົນຕິຕ່າງປະເທດໄທ, ໃຫ້ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ ອາຊຽນ ຄົນຕໍ່ໄປ. ກອງປະຊມສຸດຍອດອາຊຽນ ຄັ້ງນີ້, ພາຍໃຕ້ການເປັນປະທານຂອງທ່ານ ລີ ຊິນ ຫລົງ (LEE Hsien Loong), ນາຍົກລັດຖະມົນຕີຂອງສິງກະໂປ, ໂດຍການເຂົ້າຮ່ວມຂອງຜູ້ນຳທັງໝົດ 10 ປະເທດສະມາຊິກອາຊຽນ ຊຶ່ງບັນດາຜູ້ນຳຂອງປະເທດສະມາຊິກອາຊຽນ ໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບສະພາບການພາກພື້ນ ແລະ ສາກົນ, ກົດບັດອາຊຽນ, ແຜນແມ່ບົດ ວ່າດ້ວຍປະຊາຄົມເສດຖະກິດ ອາຊຽນ, ບັນຫາສິ່ງແວດລ້ອມ, ບັນຫາການຮ່ວມມືພາຍໃນອາຊຽນ ແລະ ການຮ່ວມກັນພາຍນອກ./.
ກັບສາລະບານ