ແຜ່ນດິນ​ໄຫວ ອິນ​ໂດ​ເນ​ເຊຍ ​ແລະ ອິນ​ເດຍ

(ຂປລ): ຕາມ​ຂ່າວ​ຕ່າງປະ​ເທດ, ​ເຈົ້າ​ໜ້າ​ທີ່ ອິນ​ໂດ​ເນ​ເຊຍ ​ແຈ້ງວ່າ: ມີ​ຜູ້​ເສຍ​ຊີວິດ​ແລ້ວ 3 ຄົນ, ບາດ​ເຈັບ 45 ຄົນ ຈາກ​ເຫດ​ແຜ່ນດິນ​ໄຫວ​ຮຸນ​ແຮງ​ ຢູ່ນອກ​ແຄມ​ຝັ່ງ ​ເກາະ​ຊຸມ​ບາ​ວາ (ທາງ​ພາກ​ໃຕ້​ຂອງ​ປະ​ເທດ ອິນ​ໂດ​ເນ​ເຊຍ) ​ແລະ ຄາດ​ການ​ວ່າ​ຈະ​ມີ​ຜູ້​ເສຍ​ຊີວິດ ​ແລະ ບາດ​ເຈັບ​ສູງ​ກວ່າ​ນີ້.
​ ແຜ່ນດິນ​ໄຫວ​ຄັ້ງທຳ​ອິດ​ ວັດ​ແທກ​ຄວາມ​ສັ່ນ​ສະ​ເທືອ​ນ​ໄດ້ 6,7 ຣິກ​ເຕີ ເກີດ​ຂຶ້ນຫ່າງ​ຈາກ​ເຂດ ບາ​ວາ ​ໄປ​ທາງ​ພາກ​ຕາ​ເວັນ​ຕົກສຽງ​ເໜືອ 48 ກິ​ໂລ​ແມັດ ເມື່ອກາງຄືນ​ວັນ​ທີ 25 ພະຈິກ​ທີ່​ຜ່ານ​ມາ, ຫລັງ​ຈາກ​ນັ້ນ 4 ຊົ່ວ​ໂມງ ກໍ່​ເກີດ​ແຜ່ນດິນ​ໄຫວ​ອີກ​ ວັດ​ແທກແຮງສັ່ນ​ສະ​ເທືອ​ນ​ໄດ້ 6,8 ຣິກ​ເຕີ ໃນ​ບໍລິ​ເວນ​ດຽວ​ກັນ, ​ເຮັດ​​ໃຫ້​ທາງ​ການ​ປະກາດ​ເຕືອນ​ໄພ ສື​ນາ​ມິ ແຕ່​ໄດ້​ຍົກ​ເລີກ​ໃນ​ເວລາ​ຕໍ່​ມາ. ​ເກາະ ຊຸມ​ບາ​ວາ ​ເປັນ​ເກາະ​ພູ​ເຂົາ​ໄຟ ມີ​ນັກ​ທ່ອງ​ທ່ຽວ​ໜ້ອຍ​ກວ່າ ​ເກາະ ລອມ​ບອກ ​ແລະ ​ເກາະ​ບາ​ຫລີ.
ຂະນະ​ດຽວ​ກັນ, ​ຕອນ​ເຊົ້າ​ມືດ​ວັນ​ທີ 26 ພະຈິກ​ນີ້ ກໍ​ເກີດ​ແຜ່ນດິນ​ໄຫວ​ແທກຄວາມແຮງສັ່ນສະເທືອນ​ໄດ້ 6,0 ຣິກ​ເຕີ ຢູ່ນອກ​ແຄມ​ຝັ່ງ​ເກາະ ສຸ​ມາ​ຕຣາ, ຫ່າງ​ຈາກ​ເຂດ ມູ​ໂກ​ມູ​ໂກ ​ເມືອງ ​ເບ​ງກູ​ລູ ໄປ​ທາງ​ຕາ​ເວັນ​ຕົກສຽງ​ໃຕ້ 100 ກິໂລ​ແມັດ ຫລັງ​ຈາກ​ເມື່ອ​ວັນ​ທີ 25 ພະຈິກ ຫາກໍ​ເກີດ​ແຜ່ນດິນ​ໄຫວ​ສາມາດ​ແທກ​ໄດ້ 6,2 ຣິກ​ເຕີ ໃນ​ບໍລິ​ເວນ​ດຽວ​ກັນ.
ສ່ວນ​ທີ່​ປະ​ເທດ ອິນ​ເດຍ , ແຜ່ນດິນ​ໄຫວ​ເກີດ​ຂຶ້ນ​ເມື່ອ​ເວລາ 6 ​ໂມງ 13 ນາທີ ຂອງວັນ​ທີ 26 ພະຈິກ​ນີ້ ໂດຍ​ມີ​ສູນ​ກາງ​ຢູ່​ໃນ​ພື້ນທີ່ ລະຫວ່າງ ນະຄອນຫລວງ ນິວ ​ແດນ​ລີ ກັບ​ລັດ​ຍາ​ຫາ. ສຳນັກ​ອຸຕຸນິຍົມ​ວິທະຍາ ຂອງ​ອິນ​ເດຍ ລາຍ​ງານ​ວ່າ: ​ແຜ່ນດິນ​ໄຫວ​ຄັ້ງນີ້ ມີ​ຂະໜາດ 4,3 ຣິກ​ເຕີ, ແຮງ​ສັ່ນ​ສະ​ເທືອ​ນ ​ເຮັດ​ໃຫ້ຜູ້​ຄົນ​ຕື່ນ​ຈາກ​ບ່ອນ​ນອນ ​ແລະ ​ແລ່ນ​ອອກ​ໄປ​ຫາ​ບ່ອນ​ເປົ່າຫ່ວາ​ງ ​ແລະ ສະຖານີ​ໂທລະພາບ ອິນ​ເດຍລາຍ​ງານ​ວ່າ ຍັງ​ບໍ່​ມີ​ລາຍ​ງານ​ຄວາມ​ເສຍ​ຫາຍ./.

ກັບສາລະບານ

 

 

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446