ອັດກອງປະຊຸມ ເຄືອຈັກກະພົບ ອັງກິດ
(ຂປລ): ຕາມຂ່າວຕ່າງປະເທດ, ກອງປະຊຸມຜູ້ນຳປະເທດ ສະມາຊິກເຄືອຈັກກະພົບ ອັງກິດ ທີ່ນະຄອນຫລວງ ກຳປາລາ ປະເທດ ອູການດາ ໄດ້ປິດລົງແລ້ວ ໂດຍມື້ສຸດທ້າຍ ຂອງກອງປະຊຸມໃນລະດັບ ຜູ້ນຳລັດຖະບານ ບັນດາຜູ້ນຳປະເທດສະມາຊິກ ເຄືອຈັກກະພົບ ອັງກິດ ຕ່າງສະແດງ ຄວາມວິຕົກກ່ຽວກັບ ສະຖານະການ ການເມືອງໃນປາກິສຖານ ຊຶ່ງເຖິງປະຈຸບັນນີ້ ປະທານາທິບໍດີ ເພີເວສ ມູຊາຣາຟ ຍັງຄົງບໍ່ຍົກເລີກ ພາວະສຸກເສີນ ກ່ອນໜ້າການເລືອກຕັ້ງທົ່ວໄປ ຈະມີຂຶ້ນໃນວັນທີ 8 ມັງກອນປີໜ້າ.
ກ່ອນອອກຖະແຫລງການຮຽກຮ້ອງໃຫ້ ປາກິສຖານ ເລັ່ງແກ້ໄຂສະຖານະການ ໃນປະເທດ ເພື່ອໃຫ້ການເລືອກຕັ້ງດຳເນີນໄປຢາງຍຸຕິທຳ ຊຶ່ງເມື່ອວັນທີ 23 ພະຈິກທີ່ຜ່ານມານີ້ ກຳມະທິການ ລັດຖະມົນຕີການຕ່າງປະເທດ ເຄື່ອຈັກກະພົບອັງກິດ ໄດ້ລົງນາມລະງັບການເປັນສະມາຊິກຂອງ ປາກິສຖານ ທີ່ບໍ່ຍອມຍົກເລີກ ການປະກາດພາວະສຸກເສີນ ຕາມກຳນົດໄວ້ 3 ອາທິດ. ຂ່າວໃຫ້ຮູ້ອີກວ່າ: ອະດິດນາຍົກລັດຖະມົນຕີປາກິສຖານ ນາວາສ ຊາຣິບ ໄດ້ເດີນທາງກັບປະເທດແລ້ວ ເມື່ອວັນທີ 25 ພະຈິກນີ້. ການເດີນທາງກັບປະເທດຄັ້ງນີ້ ເຮັດໃຫ້ ທ່ານ ຊາຣີບ ສາມາດເຮັດໃຫ້ ທ່ານຍື່ນໃບສະຫມັກ ລົງແຂ່ງຂັນເລືອກຕັ້ງ ສະມາຊິກລັດຖະສະພາ ໃນວັນທີ 8 ມັງກອນປີໜ້າໄດ້ທັນເວລາ.
ທີ່ີ່ກອງປະຊຸມ ຂອງຜູ້ນຳເຄືອຈັກກະພົບອັງກິດ ຍັງມີຄວາມເຫັນຕ່າງກັນກ່ຽວກັບການແກ້ໄຂ ບັນຫາພາວະໂລກຮ້ອນ , ແຕ່ທ່ານ ເຄວິນ ຣັດ ວ່າທີ່ຜູ້ນຳຄົນໃໝ່ ຂອງອົສຕຣາລີ ຢືນຢັນວ່າຈະລົງນາມໃນອະນຸສັນຍາກຽວໂຕ ຫລັງຈາກທີ່ປະຕິເສດມາໂດຍຕະຫລອດ./.
ກັບສາລະບານ |