ຜູ້ນຳຝຣັ່ງຢ້ຽມຢາມ ສປ.ຈີນ
(ຂປລ): ຕາມຂ່າວສານຊິນຮວາ, ໂດຍຕອບສະຫນອງຄຳເຊີນຂອງທ່ານ ຫູຈິນທາວ ປະທານປະເທດ ສປ.ຈີນ, ຕອນເຊົ້າວັນທີ 25 ພະຈິກນີ້, ທ່ານ ນິໂກລາສ ຊາໂກຊີ ປະທານາທິບໍດີ ຝຣັ່ງ ໄດ້ເດີນທາງດ້ວຍຍົນພິເສດໄປຮອດສະຫນາມບິນຊຽນຢາງ ເມືອງຊີອານ ເລີ່ມຢ້ຽມຢາມຈີນທາງລັດຖະກິດ ເປັນເວລາ 3 ມື້.
ປະທານາທິບໍດີ ຊາໂກຊີ ຢ້ຽມຢາມ ສປ.ຈີນ ເປັນເທື່ອທຳອິດ ນັບແຕ່ທ່ານໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຝຣັ່ງ ໃນເດືອນພຶດສະພາປີນີ້ເປັນຕົ້ນມາ ແລະ ກໍແມ່ນທ່ານຢ້ຽມຢາມປະເທດອາຊີ ເປັນເທື່ອທຳອິດ ໃນຖານະປະມຸກລັດຝຣັ່ງ.
ໃນເວລາໃຫ້ສຳພາດຕໍ່ນັກຂ່າວຈີນ ກ່ອນອອກເດີນທາງ ທ່ານ ຊາໂກຊີ ກ່າວວ່າ ຝຣັ່ງ ໄດ້ຖືສັດຈຳຕໍ່ຄຳຫມັ້ນສັນຍາຕໍ່ຈີນຍິ່ງກວ່າຍາມໃດຫມົດ, ຢຶດຖືຫລັກການປະເທດຢ່າງຄັກແນ່ທີ່ສຸດ, ຝຣັ່ງມີຄວາມຫມັ້ນໃຈຕໍ່ການພັດທະນາຂອງຈີນ, ຖືວ່າການພັດທະນາຂອງຈີນ ແມ່ນໂອກາດຂອງຈີນ ແລະ ຂອງທົ່ວໂລກ.
ກ່ອນນີ້ ທ່ານ ລິງຈຽນຊາວ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ ປະທານາທິບໍດີ ຊາໂກຊີ ມາຢ້ຽມຢາມຈີນ ແມ່ນສຳຄັນ, ເຮັດໃຫ້ການພົວພັນລະຫວ່າງຈີນກັບຝຣັ່ງ ດີຂຶ້ນ, ຈີນຫວັງ ແລະ ເຊື່ອວ່າ ການຢ້ຽມຢາມຈີນເທື່ອນີ້ ຈະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງຈີນກັບຝຣັ່ງໃຫ້ກ້າວສູ່ໄລຍະໃຫມ່ຕື່ມອີກ./.
ກັບສາລະບານ |