ກວດພົບໄຂ້ຫວັດສັດປີກໃນມຽນມາ ແລະ ຮົງກົງ
(ຂປລ): ຕາມຂ່າວສານຊິນຮວາ, ວັນທີ 25 ພະຈິກນີ້, ສື່ທາງການຂອງມຽນມາຢືນຢັນວ່າ ພາກສ່ວນທີ່ກ່ຽວຂ້ອງໄດ້ກວດພົບເຊື້ອພະຍາດໄຂ້ຫວັດສັດປີກ H5N1 ຈາກສັດປີກສ່ວນຫນຶ່ງ ທີ່ຕາຍຢູ່ບ້ານແຫ່ງຫນຶ່ງ ໃນເມືອງເຄິງຕຸງ, ພາກຕາເວັນອອກຂອງມຽນມາ.
ຕາມຂ່າວລາຍງານວ່າ ພາກສ່ວນທີ່ກ່ຽວຂ້ອງ ຂອງມຽນມາ ໄດ້ນຳໃຊ້ມາດຕະການປ້ອງກັນຄວບຄຸມ ລວມທັງຂ້າສັດປີກຢູ່ແຫ່ງນັ້ນ ແລະ ເຕືອນປະຊາຊົນທ້ອງຖິ່ນດັ່ງກ່າວໃຫ້ລະວັງ ປ້ອງກັນບໍ່ໃຫ້ພະຍາດໄຂ້ຫວັດສັດປີກແຜ່ລະບາດ.
ຂ່າວໄດ້ລາຍງານຕາມແຈ້ງຂ່າວ ຂອງລັດຖະບານມຽນມາວ່າ ມຽນມາກັບອົງການອາຫານ ແລະ ກະເສດຂອງ ສະຫະປະຊາຊາດ ໄດ້ຮັກສາການພົວພັນຮ່ວມມືກັນເປັນຢ່າງດີຕະຫລອດມາ ແລະ ພວມຕັ້ງຫນ້າດຳເນີນວຽກງານປ້ອງກັນ ຄວບຄຸມພະຍາດໄຂ້ຫວັດສັດປີກ ພາຍໃຕ້ການຊີ້ນຳຂອງຜູ້ຊ່ຽວຊານ. ປະຈຸບັນ, ມຽນມາ ຍັງບໍ່ມີຄົນຕິດແປດພະຍາດໄຂ້ຫວັດສັດປີກເທື່ອ.
ທາງດ້ານ ເຈົ້າຫນ້າທີ່ດ້ານກະສິກຳຂອງເຂດພິເສດຮົງກົງ (ຈີນ) ໃຫ້ຮູ້ເມື່ອວັນເສົາທີ່ຜ່ານມາ ວ່າໄດ້ພົບເຫັນສັດປີກໂຕຫນຶ່ງ ຢູ່ໃນອາການເປັນໄຂ້ ໂດຍພົບເຫັນໃນສວນສາທາລະນະແຫ່ງ ຫນຶ່ງ ເມື່ອວັນທີ 18 ພະຈິກ, ຊຶ່ງຜົນການກວດຕົວຢ່າງພະຍາດ ເປັນບວກກັບໄວຣັສ ໄຂ້ຫວັດສັດປີກ H5N1.
ສ່ວນເຈົ້າໜ້າທີ່ທາງການ ອິນໂດເນເຊຍ ຢືນຢັນບໍ່ແບ່ງຕົວຢ່າງເຊື້ອ ໄຂ້ຫວັດສັດປີກ ໃຫ້ອົງການ ອະນາໄມໂລກ ຈົນກວ່າຈະແນ່ໃຈວ່າ ປະເທດທຸກຍາກຈະມີໂອກາດໄດ້ຮັບວັກຊິນ ປ້ອງກັນໄຂ້ຫວັດສັດປີກ ທົ່ວເຖິງກັນກ່ອນ.
ອິນໂດເນເຊຍ ເປັນປະເທດ ທີ່ໄດ້ຮັບຜົນກະທົບ ຈາກໂຣກ ໄຂ້ຫວັດສັດປີກຫລາຍທີ່ສຸດໃນໂລກ ໂດຍມີຜູ້ເສຍຊີວິດໄປແລ້ວເຖິງ 91 ຄົນ ຈາກຍອດຜູ້ເສຍຊີວິດທົ່ວໂລກ 206ຄົນ./.
ກັບສາລະບານ |