ຮັດເຊຍ ລະດົມຕຳຫລວດຮັບມືກັບຜູ້ປະທ້ວງ
(ຂປລ): ຕາມຂ່າວຕ່າງປະເທດ, ທາງການຣັດເຊຍ ລະດົມກຳລັງຕຳຫລວດປາບຈາລາຈົນ ເຂົ້າປະຕິບັດການໃນນະຄອນ ແຊງ ເປແຕກບວກ ເພື່ອຮັບມືການເດີນຂະບວນປະທ້ວງ ຂອງຝ່າຍຕໍ່ຕ້ານ ປະທານາທິບໍດີ ວາລາດີເມຍ ປູຕິນ ຂອງຣັດເຊຍ ກ່ອນການເລືອກຕັ້ງ ສະມາຊິກລັດຖະສະພາ ຣັດເຊຍ ໃນວັນທີ 2 ທັນວາຈະມາເຖິງນີ້.
ແຫລ່ງຂ່າວລາຍງານວ່າ: ຕຳຫລວດໄດ້ຕັ້ງແຖວຕະຫລອດຖະໜົນ ເນັສກີ້ ໃຈກາງນະຄອນ ແຊງ ເປແຕກບວກ ໂດຍມີລົດບັນທຸກພ້ອມຕຳຫລວດ ປາບຈາລາຈົນ ຢາຍກຳລັງຢູ່ ຕາມຖະໜົນໃກ້ຄຽງ.
ລາຍງານ ລະບຸວ່າ: ເຈົ້າໜ້າທີ່ ນະຄອນ ແຊງ ເປແຕກບວກ ອະນຸຍາດໃຫ້ ຜູ້ຊຸມນຸມຈັດການ ລວມຕົວໄດ້ອີກຈຸດໜຶ່ງ ແຕ່ບໍ່ອະນຸຍາດໃຫ້ຈັດການເດີນຂະບວນປະທ້ວງ ຕາມທີ່ກຸ່ມຜູ້ຊຸມນຸມວາງແຜນໄວ້./.
ກັບສາລະບານ |