ໂຄງປະກອບລະບົບການເມືອງ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລວມມີພັກປະຊາຊົນ ປະຕິວັດລາວ, ລັດ ສປປ ລາວ ແລະ ບັນດາອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍບັນດາກົນໄກ ແລະ ລະບອບລະບຽບ ໄປຄຽງຄູ່ກັນ. ພັກປະຊາຊົນປະຕິວັດລາວ ສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ຊຶ່ງເປັນພັກທີ່ໄດ້ນຳພາປະຊາຊົນບັນດາເຜົ່າ ຕ້ານຈັກກະພັດ ຜູ້ຮຸກຮານ ແລະ ໄດ້ຮັບໄຊຊະ ນະໃນວັນທີ 2 ທັນວາ 1975 ແລະ ສືບຕໍ່ພາລະກຳປະຫວັດສາດ ປົກປັກຮັກສາ-ສ້າງສາປະເທດຊາດ ແລະບູລະນະລະບອບປະຊາທິປະ ໄຕປະຊາຊົນກ້າວ ສູ່ສັງຄົມນິຍົມ ເທື່ອລະກ້າວແນໃສ່ເຮັດໃຫ້ປະເທດຊາດຮັ່ງມີເຂັ້ມແຂງ ປະຊາຊົນມີຄວາມຜາສຸກ ສັງຄົມມີຄວາມສີວິໄລ ແລະ ຍຸດຕິທຳ.ພັກປະຊາຊົນ ປະຕິວັດ ລາວ ໄດ້ດຳເນີນກອງປະຊຸມໃຫຍ່ແລ້ວ 9 ຄັ້ງ, ແຕ່ລະຄັ້ງໄດ້ມີບົດລາຍງານການເມືອງວາງແຜນແນວທາງຍຸດທະສາດແຕ່່ລະສະໄຫມ ແລະ ເລືອກ ຜູ້ນຳຍຸດ ທະສາດ ແຕ່ລະຄັ້ງ ແລະ ຮັບຮອງເອົາກົດລະບຽບຂອງພັກ. ປະທານ ໄກສອນ ພົມວິຫານໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ແລະ ປະທານ ຄະນະບໍລິ ຫານ ງານສູນກາງພັກ ແຕ່ຄັ້ງທີ 1-5, ຈາກນັ້ນໄດ້ເລືອກຕັ້ງທ່ານ ຄຳໄຕ ສີພັນດອນ ເປັນປະທານພັກ ແຕ່ຄັ້ງທີ 6-7 ແລະ ທ່ານ ຈູມມາລີ ໄຊຍະສອນ ເປັນເລຂາທິການໃຫຍ່ ແລະ ປະທານຄະນະບໍລິຫານງານສູນກາງພັກ ຈົນຮອດປະຈຸບັນ. ການຈັດຕັ້ງ ຂອງພັກມີ 4 ຂັ້ນຄື: ຂັ້ນສູນກາງ, ແຂວງ, ເມືອງ ແລະ ຮາກຖານ ເຊິ່ງເປັນແກນນຳໃຫ້ແກ່ຂະບວນການການຕໍ່ສູ້ກູ້ຊາດໃນເມື່ອ ກ່ອນ ແລະ ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປະຈຸບັນ. ລັດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນລັດປະຊາທິປະໄຕ ປະຊາຊົນ. ອຳນາດທັງຫມົດເປັນຂອງປະຊາຊົນ,ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ຊຶ່ງປະກອບດ້ວຍບັນດາຊັ້ນຄົນຢູ່ໃນສັງຄົມ ໂດຍແມ່ນກຳມະກອນ, ກະສິກອນ ແລະ ນັກຮຽນ ຮູ້ປັນຍາຊົນເປັນຫລັກແຫລ່ງ. ໂດຍມີປະທານປະເທດເປັນປະມຸກລັດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເປັນຜູ້ຕາງຫນ້າໃຫ້ປະຊາ ຊົນລາວ ບັນດາເຜົ່າ ທັງຢູ່ພາຍໃນແລະຕໍ່ຕ່າງປະເທດ ຊຶ່ງແມ່ນສະພາແຫ່ງຊາດ ເປັນຜູ້ເລືອກຕັ້ງ ໂດຍໄດ້ຮັບຄະແນນສຽງຢ່າງຫນ້ອຍ 2/3 ຂອງຈຳນວນສະມາ ຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ. ປະທານປະເທດມີອາຍຸການ 5 ປີ. ປະຈຸບັນແມ່ນທ່ານ ຄຳໄຕ ສີພັນດອນ ເປັນປະທານ.ລັດ ປະຊາທິປະໄຕປະຊາ ຊົນ ປະກອບດ້ວຍ 3 ອຳນາດຄື: ສະພາແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດອຳນາດ ແລະ ຜົນປະໂຫຍດຂອງປະຊາຊົນ ບັນດາເຜົ່າ,ເປັນອົງການອຳນາດ ແຫ່ງລັດ ແລະ ທັງເປັນອົງການນິຕິບັນຍັດ ທີ່ມີສິດຕົກລົງ ບັນຫາພື້ນຖານຂອງປະເທດຊາດ, ຕິດຕາມກວດກາການ ເຄື່ອນໄຫວຂອງອົງການບໍລິຫານ, ສານປະ ຊາຊົນ ແລະ ອົງການໄອຍະການປະຊາຊົນ. ການກໍ່ສ້າງ ແລະ ປັບປຸງກົດຫມາຍມາຮອດປະຈຸບັນ ມີທັງ ຫມົດ 58 ສະບັບ. ສະພາແຫ່ງຊາດແຕ່ລະ ຊຸດມີອາຍຸ ຸການ 5 ປີ. ປະຈຸບັນແມ່ນສະແຫ່ງຊາດຊຸດທີ V ໂດຍແມ່ນທ່ານ ສະຫມານວິຍະເກດ ເປັນປະທານ.ລັດຖະບານແມ່ນອົງການບໍລິຫານແຫ່ງລັດ. ລັດຖະບານຄຸ້ມຄອງຢ່າງເປັນເອກະພາບການ ປະຕິບັດຫນ້າທີ່ຂອງລັດໃນທຸກດ້ານ:ການເມືອງ,ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນ ຄວາມ ສະຫງົບ ແລະ ການຕ່າງປະເທດ. ລັດຖະບານປະກອບດ້ວຍ ນາຍົກລັດ ຖະມົນຕີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຫົວຫນ້າອົງການທຽບເທົ່າ ກະຊວງ. ມີອາຍຸການເທົ່າກັບອາຍຸການຂອງສະພາແຫ່ງຊາດ. ປະຈຸບັນ ແມ່ນ ທ່ານ ບຸນຍັງ ວໍລະຈິດ ເປັນນາຍົກລັດຖະ ມົນຕີ ໂດຍໄດ້ຮັບການແຕ່ງຕັ້ງຈາກປະ ທານປະເທດ ພາຍຫລັງສະພາແຫ່ງຊາດຮັບຮອງເອົາ ແລ້ວ.
ກັບສາລະບານ