ລົບລ້າງຄວາມທຸກຍາກ

ຮັັ່ງມີ​ຈາກ​ການ​ຫັນປ່ຽນ​ແບບ​ແຜນການ​ຜະລິດ

* ບໍ່​ວ່າ​ຈະ​ເປັນ​ວຽກ​​ໃຫຍ່, ວຽກ​ນ້ອຍ​ຢູ່​ຕາມ​ທົ່ງ​ໄຮ່​ທົ່ງ​ນາ ຫຼື ຕາມ​ໂຮງ​ຈັກ​ໂຮງງານ ແລະ ຕາມ​ສຳນັກ ງານ​ອົງ​ການ​ພັກ-ລັດ ​ກໍ​ຄື​ຫົວໜ່ວຍ​ທຸລະ​ກິດ​ ເມື່ອ​ໃດ ​ຫາກ ດຸໝັ່ນ ຂະຫຍັນພຽນ, ອົດທົນ ແລະ ພະຍາຍາມ​ແລ້ວ ​ຕ້ອງ​ສຳ​ເລັດ​ຕາມ​ເປົ້າໝາຍ​ຢ່າງ​ແນ່ນອນ ນີ້​ແຫຼະ​ເພິ່ນ​ວ່າ ຄວາມ​ພະຍາຍາມ ຢູ່​ໃສ​ຄວາມ​ສຳ​ເລັດ​ກໍ​ບັງ​ເກີດ ​ຜົນ, ທີ່​ສຳຄັນຕ້ອງ​ແມ່​ວຽກ​ທີ່ບໍ່ຂັດກັບລະ ບຽບ ກົດໝາຍ. ສຳລັບ​ຊາວ ​ໄຮ່​ຊາວນາ ຫຼື ຊາວ​ສວນ​ແລ້ວ ສິ່ງ​ທີ່​ທຸກ ຄົນ​ມີ​ກໍ​ຄື​ຄວາມ​ອົດທົນ​ພະຍາຍາມ ດັ່ງ​ດຽວ​ກັບ ​ຄອບຄົວ​ຂອງ​ລຸງ ບົວ​ຈູ ຢູ່​ເມືອງ​ວຽງ​ໄຊ ​ແຂວງ​ຫົວ ພັນ ທີ່​ປະສົບ ຜົນສຳ​ເລັດ​ຈາກ​ຄວາມ ທຸກ​ຍາກ ກາຍ​ມາ​ເປັນ​ຄອບຄົວ​ຮັ່ງມີ.
ເມື່ອກາງເດືອນມີນາ, ຜູ້ຂຽນໄດ້​​ເຄື່ອນ​ໄຫວ​ເກັບ​ກຳ​ຂ່າວ​ຄາວ​ນຳທີມ ງານນັກຂ່າວ ວິທະຍຸກະ ຈຽງສຽງ ແລະ ໂທລະພາບແຫ່ງຊາດລາວ ຢູ່​ບ້ານ ພູ​ໄຊ ກຸ່ມ​ບ້ານ​ ນາ ​ໄກ່ ເມືອງ ​ວຽງ​ໄຊ ​ແຂວງ​ ຫົວພັນ ເຊິ່ງຢູ່​ບ້ານນີ້ມີ​ຫຼາຍ​ຂະ​ບວນການ​ສ້າງສາ​ພັດທະນາ​ທີ່​ພົ້ນ​ເດັ່ນ ໂດຍ​ສະ​ເພາະ​ ການ​ສ້າງ​ເສດຖະກິດ​ຄອບຄົວ ​ແລະ ໜຶ່ງ​ໃນ ​ຫຼາຍໆ​ ຄອບຄົວ​ຂອງ​ບ້ານນີ້ ກໍ​ມີຄອບຄົວລຸງ ບົວຈູ ທີ່​ໄດ້​ກາຍ​ເປັນ​ຄອບຄົວ​ ຕົວ​ແບບ​ໃນ​ການ​ຜະລິດ​ເປັນ​ສິນ ຄ້າ​ຈົນ​ຫຼຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ. ບໍ່​ເຊື່ອ ​ສາຍຕາ​ຂອງ​ຕົນ​ເອງ​ເລີຍ​​ເມື່ອ​ເຫັນ​ຊາຍ​ຜູ້ໜຶ່ງ​ທີ່​ເນື້ອໜັງ​ ວັງຊາ ກໍ​ຫ່ຽວ​ຍານ​ຫຼາຍ​ແລ້ວ ຈະ​ສາມາດ​ດຶງ​ເອົາ​ຊີວິດ​ຂອງ​ຕົນ ແລະ ຄອບຄົວ ​ທັງ 9 ຊີວິດ​ອອກ​ ຈາກ ​ຄວາມ ທຸກ ​ຍາກ​ຂາດ​ເຂີນ​ໄດ້​ເຖິງ​ປານ​ ນີ້ ໂດຍ​ພໍ່ລຸງ​ຜູ້ນີ້ ກໍ​ມີ​ອາຍຸ​ເຖິງ 65 ປີ​ແລ້ວ“ ລຸງເປັນເຜົ່າມົ້ງລາຍ ​ແລະ ​ໄດ້​ຍຶດອາ ຊີບການເຮັດນາປູກເຂົ້າ, ລ້ຽງ ປາ, ປູກ ພືດເປັນສິນຄ້າ ແລະ ປູກຕົ້ນໄມ້​ໃຫ້ໝາກ ​ເຊິ່ງກ່ອນ​ໜ້ານີ້10 ກວ່າປີ, ໄດ້ພາຄອບຄົວ ຍົກຍ້າຍຈາກເຂດພູສູງ ລົງມາຕັ້ງຖິ່ນຖານ ຢູ່ບ້ານພູໄຊນີ້ ໂດຍໃນ ເບື້ອງ ຕົ້ນ, ກໍຫຍຸ້ງຍາກຫຼາຍ​ຕໍ່​ຫຼາຍບັນຫາແຕ່ກໍ​ບໍ່​ເຄີຍ​ທໍ້ຖອຍ ​​ເພາະມີທຶນ​ທີ່​ລ້ຳຄ່າ​ຂອງ​ຊີວິດກໍ​ຄືຄວາມອົດທົນ,ດຸໝັ່ນຫ້າວຫັນ, ຄວາມສາ ມາດ ຕົວ ຈິງຂອງຄອບຄົວ.​ ເມື່ອ ໄດ້ມີດິນແລ້ວ​ກໍບຸກເບີກເປັນນາ 1 ເຮັກຕາແຕ່ລະປີສາມາດຜະລິດເຂົ້າໄດ້ 4-4,5 ໂຕນ ແລະ ຖ້າສະເລ່ຍ​ໃສ່​ຄົນໃນຄອບຄົວ​ແລ້ວ ຖື​ວ່າໄດ້ຮັບ ເຂົ້າເປືອກ 400 ກິໂລ ຕໍ່ຄົນ ຕໍ່ປີ ຊຶ່ງກໍໝາຍ​ຄວາມ​ວ່າ​ຄອບຄົວ​ຂ້ອຍມີ ເຂົ້າກຸ້ມກິນ ຕະຫລອດປີ ແລະ ມີສ່ວນ ແຮໄວ້. ບໍ່​ພຽງ​ເທົ່າ​ນັ້ນ, ຂ້ອຍຍັງ​ໄດ້​ນຳ​ໃຊ້ ເນື້ອທີ່ດິນສ່ວນໜຶ່ງ ຂຸດກົ່ນ​ຄົ້ນປ່ຽນເປັນໜອງລ້ຽງປາ 4 ໜອງ​ ແລະ ໄດ້ນຳເອົາແນວປາພື້ນເມືອງ ແດ່, ປາ ກິນຫຍ້ານຳມາລ້ຽງ ​ແລະ ຢູ່ບໍລິເວນໜອງປາ, ຂ້ອຍ​ກໍໄດ້ເຮັດ ສວນ ປູກຜັກກາດ ແລະ ພືດຕະກຸນຖົ່ວ​ເພື່ອແກ້ ໄຂຊີວິດປະຈຳວັນຊື່ໆ ​ແຕ່​ພັດ​ໄດ້ຜົນ​ຫຼາຍ​ກໍ​ເລີຍ​ເອົາ​ໄປ​ຂາຍ.
ຄວາມ​ພະຍາຍາມ​ຂອງ​ຂ້ອຍ​ບໍ່​ໝົດພຽງ​ເທົ່າ​ນີ້ ໂດຍ ​ໄດ້​ປູກ​ສາລີ ແລະ ໝາກໝັ້ນຫວານຂາຍ​ຕື່ມ​ອີກ.ຈາກ​ນີ້​ແຫຼະ, ຈຶ່ງ​ເຮັດ​ໃຫ້ ຄອບຄົວຂ້ອຍມີລາຍຮັບ​ເກືອບ 50 ລ້ານ​ກີບ​ໃນ​ປີ​ໜຶ່ງໆ​ເຊິ່ງກໍ​ໄດ້ ຈາກການຂາຍປາ 10 ລ້ານ ກວ່າກີບ, ພືດຜັກຕ່າງໆ 3 ລ້ານກວ່າກີບ, ສາ ລີ 11 ລ້ານກວ່າກີບ ແລະ ໝາກໝັ້ນ ຫວານເກືອບ 5 ລ້ານກີບ. ລາຍ​ຮັບ​ຈຳນ ວນ​ນີ້, ​ເມື່ອ​ສະ​ເລ່ຍ​ໃສ່​ສະມາຊິກ ໃນ​ຄອບຄົວ​ແລ້ວ ຖື​ວ່າຜູ້​ໜຶ່ງ​ໄດ້​ກວ່າ 4 ລ້ານ​ກີບ​ໃນ​ແຕ່ລະ​ປີ, ຂະນະ​ດຽວກັນ​ກໍ​ມີ​ເງິນ​ມີ​ຄຳ​ແຮ​ ໄວ້​ຈຳ ນວນ ​ໜຶ່ງ​ໂດຍ​ນຳ​ໃຊ້​ເຂົ້າ​ໃນ​ກາ ນ​ຊື້​ເຄື່ອງ​ໃຊ້​ຂອງ​ສອຍ​ທີ່​ຈຳ ​ເປັນທັງ​ໄດ້​ຊື້​ເຄື່ອງນຸ່ງ​ຂອງ​ຖື​ອຸປະກອນ​ການ​ຮ່ຳ ຮຽນ​ເພື່ອ​ສົ່ງ​ເສີມ​ລູກໆ​ເຂົ້າ​ໂຮງ ຮຽນ​ທັງ​ໃຊ້​ ຈ່າຍ ​ເຂົົ້າ​ໃນ​ການ​ ປິ່ນປົວ​ສຸຂະ ພາບ​ໃນ​ເວລາ​ເຈັບ​ເປັນ​ເອັນ​ອຸ່ນ.
ທ່ານ ຈົງເນັງເຮີ ຮອງເລຂາໜ່ວຍ ພັກ, ຮອງນາຍບ້ານໆພູໄຊ ກ່າວວ່າ: ຄອບຄົວ ລຸງບົວຈູ ແມ່ນຄອບຄົວ ທີ່ດຸໝັ່ນຂະຫຍັນພຽນຫ້າວຫັນ ໃນການ ພັດທະນາ ເສດຖະກິດແກ້ ໄຂຊີວິດ ການເປັນຢູ່ຂອງ​ຄອບຄົວຈົນຫລຸດ ພົ້ນອອກ​ຈາກຄວາມທຸກຍາກ ແລະ ກ້າວໄປສູ່ຄວາມອຸດົມ ສົມບູນຮັ່ງມີ ເຂັ້ມແຂງ. ທີ່​ສຳຄັນ,​ ໄດ້​ ກາຍ ເປັນ ຄອບຄົວແບບຢ່າງລ້ຽງປາ ສ້າງ ລາຍຮັບ​ໃຫ້​ແກ່​ຄອບຄົວ.
ກ່ອນ​ຈາກ​ກັນ​ໃນ​ມື້ນັ້ນ, ລຸງ ບົວຈູ ຍິ້ມຢ່າງ​ພູມ​ໃຈ ​ແລະ ​ເວົ້າວ່າ: ​ໃນ ຕໍ່ໜ້າ, ຈະສືບຕໍ່ນຳພາຄອບຄົວ ດຳ ເນີນ ​ການຜະລິດ ​ໂດຍ​ສະ​ເພາະ​ ການ​ລ້ຽງ​ປາ ໃຫ້ຫລາຍ ກວ່າ ​ເກົ່າທັງຂະຫຍາຍ ເນື້ອທີ່ປູກສາລີ ແລະ ພືດຜັກ ຕ່າງໆ, ເອົາໃຈໃສ່ບົວລະບັດຮັກສາສວນ ໝາກ ໝັ້ນຫວານ ໃຫ້ດີກວ່າເກົ່າ ​ເພື່ອ​ເຮັດ​ໃຫ້​ຄອບ ຄົວ​ຂ້ອຍ ​ສາມາດ ສ້າງ​ ລາຍ​ຮັບ​ໄດ້​ແຕ່ 90-100 ລ້ານກີບ ຂຶ້ນໄປ​./.

 

 

 

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446