ຈຸດສຸມ ເຊກື-ພູມະລີ ຫວັງຜະລິດອາຫານໃຫ້ພຽງພໍ ແລະ ຂາຍເປັນສິນຄ້າໃນປີ 2010
*ຖ້າຢ້ອນຫລັງ 5-6 ປີກ່ອນໜ້າ ນີ້ຈຸດສຸມເຊກື-ພູມະລີ ຍັງຖືເປັນເຂດຫ່າງໄກສອກຫລີກການພັດທະນາ ຢູ່ ໃນລະດັບຕ່ຳອັດຕາຄອບຄົວທີ່ຍັງທຸກຍາກ ກວມ ໃນລະດັບສູງ ປະຊາຊົນໃນເຂດນີ້ຍຶດຖືອາຊີບການປູກຝັງ-ລ້ຽງສັດ ທີ່ອາໄສແຕ່ທຳມະຊາດ ເຊິ່ງໄດ້ກາຍເປັນສາເຫດເຮັດໃຫ້ປະຊາຊົນຫລາຍຄອບຄົວ ຂາດ ເຂົ້າ ກິນ ອີກ ດ້ານໜຶ່ງສະພາບດິນປູກຝັງ ໃນເຂດນີ້ ເປັນດິນເຄັມຂາດທາດອາຫານ ບາງຢ່າງເພື່ອຫລໍ່ລ້ຽງຕົ້ນເຂົ້າ ແລະ ພືດພັນ ເປັນສາເຫດເຮັດ ໃຫ້ສະມັດ ຕະພາບ ການປູກຝັງຢູ່ໃນລະດັບຕ່ຳ. ແຕ່ວ່າ ມາຮອດປະຈຸບັນນີ້ຈຸດສຸມເຊກື-ພູມະລີ ໄດ້ ກາຍເປັນເຂດໜຶ່ງ ທີ່ມີການພັດທະນາຮອບດ້ານ ເປັນຈຸດສຸມຂອງ ແຂວງທີ່ຂຶ້ນກັບ ເມືອງ ທ່າປາງທອງ ແຂວງ ສະຫວັນນະເຂດ ປະຊາຊົນໃນເຂດນີ້ໄດ້ເດີນທາງເຂົ້າອອກລະ ຫວ່າງ ບ້ານ ຫາເມືອງ ແລະ ເມືອງຫາແຂວງ ໄດ ້ຢ່າງສະ ບາຍ ເພາະມີເສັ້ນທາງທີ່ສາ ມາດ ທຽວໄດ້ສອງລະດູ. ທ່ານ ບົວຜັນ ແກ້ວວົງສັກ ຫົວໜ້າຈຸດສຸມເຊກື-ພູມະລີ ກ່າວວ່າ: ປະຈຸບັນຈຸດສຸມເຊກື-ພູ ມະລີ ປະກອບມີ 889 ຫລັງຄາເຮືອນ, ມີ 1.166 ຄອບຄົວ ມີພົນລະ ເມືອງທັງໝົດ 6.260 ຄົນ ຍິງ 3.161 ຄົນ, ມີແຮງງານ ຕົ້ນຕໍ 2.163 ຄົນ ຍິງ 1.072 ຄົນ ໃນນັ້ນເປັນ ຊົນເຜົ່າກະຕາງກວມເອົາ 95% ແລະ ອີກ ແມ່ນ ລາວ ໂດຍ ອີງ ໃສ່ບາດກ້າວ ແລະ ຂັ້ນ ຕອນການຈັດຕັ້ງປະຕິບັດຄຳສັ່ງແນະນຳ ເລກທີ 09/ກມສພ ແລະ ເລກທີ 14/ຄລສພ ເລກທີ 13/ນຍ, ຈຸດສຸມເຊກື-ພູມະລີ ໄດ້ກຳນົດ ການໂຮມບ້ານນ້ອຍເຂົ້າເປັນບ້ານໃຫຍ່ ເຊິ່ງທົ່ວເຂດຈຸດ ສຸມ ເຊກື-ພູມະລີ ໄດ້ມີ 8 ບ້ານ ມີ 2 ກຸ່ມບ້ານ ດ້ານການແກ້ໄຂຄວາມທຸກຍາກ ປະຈຸ ບັນຍັງມີບ້ານ ທີ່ ທຸກຍາກ 3 ບ້ານ ຄອບຄົວທຸກຍາກມີ 310 ຄອບຄົວ ຜ່ານມາສາມາດລົບລ້າງບ້ານທີ່ທຸກຍາກແລ້ວ 5 ບ້ານ ແລະ 510 ຄົວເຮືອນ. ທົ່ວ ເຂດຈຸດ ສຸມ ຍັງມີກອງ ທຶນທະນາຄານເຂົ້າ, ກອງທຶນແບ້, ກອງ ທຶນ ຄວາຍ, ກອງທຶນງົວ ແລະ ກອງ ທຶນລວມຂອງບ້ານ 688 ລ້ານກວ່າກີບ, ວຽກງານປູກຝັງ ທົ່ວເຂດ ມີເນື້ອທີ່ນາ ປີ ທັງ ໝົດ 1.283 ເຮັກຕາ ສະມັດຕະພາບ 2,3 ໂຕນ/ເຮັກຕາ ສະເລ່ຍໃສ່ຫົວຄົນໄດ້ 505 ກິໂລ/ປີ, ອັນໄດ້ເຮັດໃຫ້ 48 ຄອບຄົວ ມີເຂົ້າ ເຫລືອກິນ ແລະ ຂາຍ ເປັນສິນ ຄ້າ ເດັ່ນກວ່າໝູ່ແມ່ນບ້ານ ນາປ່າ ຊາດ, ແດນສະຕິງ, ພູຜານາງ ແລະ ມີຕົວແບບ ໃນການຜະລິດເຂົ້າ 3 ຄອບຄົວ. ດ້ານການລ້ຽງສັດ ມີຄວາຍທັງໝົດ 1.415 ໂຕ, ງົວ 1.998 ໂຕ, ແບ້ 69 ໂຕ, ໝູ 250 ໂຕ ແລະ ສັດປີກ 1.000 ກວ່າ ໂຕ, ດ້ານການສຶກສາ ມີໂຮງຮຽນປະຖົມ 14 ແຫ່ງ ໃນນັ້ນ ປະ ຖົມສົມບູນມີ 4 ແຫ່ງ, ມັດທະ ຍົມຕົ້ນ 1 ແຫ່ງ ແລະ ໃນປີນີ້ ກຳລັງກຽມສ້າງໂຮງຮຽນມັດທະຍົມ ສົມບູນ ປະ ຈຳເຂດ ມີນັກຮຽນທັງໝົດ 943 ຄົນ, ດ້ານສາທາລະນະສຸກມີສຸກສາລາ 2 ແຫ່ງ, ມີເຮືອນລໍຖ້າເກີດລູກ 5 ແຫ່ງ, ກອງທຶນຢາ ສຸກສາລາ ເຊກື 10 ລ້ານກວ່າກີບ, ມີນ້ຳບາດານ 39 ບໍ່, ໂອ່ງໂຕ່ງນ້ຳຝົນ 36 ໜ່ວຍ, ອັດ ຕາ ການຊົມ ໃຊ້ນ້ຳ ສະອາດ 100%. ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 8 ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ 6 ຂອງອົງຄະນະພັກ ແຂວງສະຫວັນນະເຂດນັ້ນ ຈະສ້າງໃຫ້ຈຸດສຸມເຊກື-ພູມະລີ ມີຄວາມສະຫງົບ-ສັງຄົມມີຄວາມເປັນ ລະ ບຽບ ຮຽບຮ້ອຍ ມີລະບົບການເມືອງທີ່ໜັກແໜ້ນ ແລະ ເຂັ້ມແຂງ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ ແກ່ ການ ພັດທະນາເສດຖະກິດ-ສັງຄົມ ຂະຫຍາຍຕົວຢ່າງຕໍ່ເນື່ອງ ຮັບປະກັນທາງດ້ານສະບຽງອາຫານ ໃຫ້ພຽງ ພໍ ກັບຄວາມຕ້ອງການ ແລະ ຂາຍເປັນ ສິນຄ້າ ເອົາໃຈໃສ່ສ້າງບ້ານ ແລະ ກຸ່ມບ້ານພັດທະນາ ລົບລ້າງຄວາມ ທຸກ ຍາກໃຫ້ສຳເລັດໂດຍພື້ນຖານໃນປີ 2010 ./.
ກັບສາລະບານ