ລົບລ້າງຄວາມທຸກຍາກ

ປະຊາຊົນ​ບ້ານ​ນາ​ຂ້ອຍ​ສາວ ຫລຸດ​ພົ້ນ​ອອກ​ຈາກ​ ຄວາມທຸກ​ຍາກ​ໄດ້​ເກືອບ 100%

*ໂດຍ​ຜັນ​ຂະ​ຫຍາຍ​ມະ​ຕິ 9 (ສະ​ໄຫມ​ທີ 5) ຂອງ​ສູນ​ກາງ​ພັກ​ກ່ຽວ​ກັບ​ການ​ກໍ່ ສ້າງ​ຄອບ​ຄົວ ແລະບ້ານ ​ວັດ​ ທະ​ນະ​ ທຳ ປະ​ຕິ​ບັດ​ຕາມ​ມະ​ຕິ 7 ຂອງ​ສູນ​ກາງ​ພັກ ແລະ ມະ​ຕິ 6 ຂອງ​ແຂວງ ຂອງ​ເມືອງ ອີງ​ຕາມ ​ຄຳ ​ສັ່ງ​ແນະ​ນຳ ເລກ​ທີ 129/ຖວ, ລົງ​ວັນ​ທີ 14/02/09 ຂອງ​ກະ​ຊວງ​ຖະ​ແຫລງ​ຂ່າວ ວັດ​ທະ​ນະ​ທຳ ວ່າ​ດ້ວຍ​ ການ ​ຮີບຮ້ອນ​ການ​ປັບ​ປຸງ ແລະກໍ່​ ສ້າງ​ຄອບ​ຄົວ ແລະ ບ້ານ​ວັດ​ທະ​ນະ​ທຳ​ຢູ່​ແຕ່​ ລະ​ແຂວງ​ໃນ ທົ່ວ​ປະ​ເທດ ​ໃຫ້​ບັນ​ລຸ​ຄາດ​ຫມາຍ​ວາງ​ອອກ. ອີງ​ຕາມ​ຄຳ​ ສັ່ງ​ ແນະ​ ນຳ ​ເລກ​ທີ 09/ ກມ​ສ​ພ ລົງ​ວັນ​ທີ 08/06/04 ວ່າ​ດ້ວຍ ການ​ສ້າງ​ບ້ານ ແລະ ກຸ່ມ​ບ້ານ​ພັດ​ທະ​ນາ ແລະຜ່ານ​ຈາກ​ ການ​ຮັບ​ຮອງ​ເອົາ​ແຜນ​ການສ້າງ ​ບ້ານ​ວັດ​ທະ​ນະ​ທຳ​ໃນ​ປີ 2005, ໃນ​ທີ່​ສຸດ​ບ້ານ​ນາ ຂ້ອຍ ສາວ​ຈຶ່ງ​ໄດ້​ຮັບ​ຮອງ ແລະ ປະ​ກາດ​ເປັນ​ບ້ານ​ວັດ​ທະ​ນະ​ທຳ​ໃນ ທ້າຍ​ເດືອນ ​ມິ​ຖຸ​ນາ 2009.
ທ່ານ ​ທອງ​ພັນ ນາຍ​ບ້ານໆ​ນາ ຂ້ອຍສາວ ໄດ້​ກ່າວ​ວ່າ: ນາ​ຂ້ອຍສາວ ​ເປັນ ບ້ານ​ຫນຶ່ງ​ທີ່​ຕັ້ງ​ ຕາມ​ສາຍ​ທາງ ​ເລກ​ທີ 20 ຫ່າງ​ຈາກ​ຕົວ​ເມືອງ 8 ກ​ິ​ໂລ​ແມັດ, ມີ​ເນື້ອ​ ທີ່​ທັງ​ຫມົດ 734,4 ເຮັກ​ຕາ, ປະ​ກອບ​ມີ 3 ຄູຸ້ມ​ຄື: ຄຸ້ມ​ນາ​ຂ້ອຍ​ສາວ, ຄຸ້ມ​ຫມາກ​ນາວ ນອກ ແລະ ຄຸ້ມ​ຫມາກ​ ນາວ​ໃນ ມີ 253 ຫລັງ​ຄາ​ເຮືອນ 298 ຄອບ​ຄົວ, ມີ​ພົນ ​ລະ​ເມືອງ​ທັງ​ຫມົດ 1.658 ຄົນ. ຍິງ 843 ຄົນ. ອາ​ຊີບ​ຕົ້ນ​ຕໍ​ແມ່ນ​ເຮັດ​ນາ ອາ​ຊີບ​ສຳ​ຮອງ ແມ່ນ​ລ້ຽງ​ສັດ ແລະ ປູກ​ຫມາກ​ໂມ ​ຂາຍ​ຈົນ​ໄດ້​ຂຶ້ນ​ຊື່​ວ່າ (ຫມາກ​ ໂມ​ນາ​ ຂ້ອຍ​ສາວ ເຫລົ້າ​ຂາວ​ເມືອງ​ຄົງ ປີ້ງ​ໄກ່​ນາ​​ປົ່ງ ລຳ​ວົງ ​ສາ​ລະ​ວັນ ຫມາກ​ພ້າວ​ຫວາ​ນາ​ໄຊ ດ້ວຍ​ຄວາມ​ຂະ​ຫຍັນ ​ຫ້າວ​ຫັນ​ ຈຶ່ງ ​ເກີດມີ​ຄອບ​ຄົວ​ຮັ່ງ​ມີ 47 ຄອບ​ຄົວ, ຄອບ ​ຄົວ​ ປານກາງ 243 ຄອບ​ຄົວ. ທັງ​ນີ້ ບ້ານ​ນາ​ຂ້ອຍ​ສາວ​ເປັນ​ບ້ານ​ທີ່​ມີ​ຊົນ​ລະ​ປະ​ທານ​ ໄຫ​ລ​ຜ່ານສ່ວນ​ຫນຶ່ງ​ ເຫມາະ​ສົມ​ ກັບ​ການ​ປູກ​ຝັງ ເປັນ​ຕົ້ນ​ເນື້ອ​ທີ່​ນາ 474,620 ເຮັກ​ຕາ ບັນ​ລຸ ສະ​ມັດ​ຕະ​ພາບ​ການ​ຜະ​ລິດ 3 ໂຕນ/ເຮັກ​ຕາ, ຜົນ​ຜະ​ລິດ​ໄດ້​ທັງ​ຫມົດ 1.424 ໂຕນ. ເນື້ອ​ທີ່​ນາ​ແຊງ 900 ເຮັກ​ຕາ ບັນ​ລຸ​ສະ​ມັດ​ຕະ ​ພາບ​ ການ ​ຜະ​ລິດ 3,5 ໂຕນ/ ເຮັກ​ຕາ. ຈາກ​ນີ້, ຈຶ່ງ​ເຮັດ​ໃຫ້​ປະ​ຊາ​ຊົນ​ພາຍ​ໃນ​ບ້ານ ໂດຍສະ​ເລ່ຍ​ຄົນ​ຫນຶ່ງ​ໄດ້​ ຮັບ​ເຂົ້າ​ ເປືອກ​ປະ ​ມານ 878 ກິ​ໂລ​ກ​ຼາມ/ ຄົນ/ ປີ, ມີ​ ເຂົ້າ​ກິນເຫລືອຂາຍເປັນ​ສິນ​ຄ້າ 875 ໂຕນ/ປີ. ນອກ​ຈາກ​ນີ້, ຍັງ​ມີ​ເນື້ອ​ທີ່​ປູກ​ຫມາກ​ໂມ 40 ເຮັກ​ຕາ, ຜົນ​ຜະ​ລິດ 200 ໂຕນ. ຂາຍ​ເປັນ​ເງິນ​ສົດ​ໄດ້ 400 ລ້ານ​ກີບ, ເນື້ອ​ ທີ່​ ປູກ​ຫມາກ​ແຕງ, ຖົ່ວ ແລະ ຜັກ​ຊະ​ນິດ​ຕ່າງໆ 5 ເຮັກ​ຕາ. ຜົນ​ຜະ​ລິດ 10 ໂຕນ, ຂາຍ​ເປັນ​ເງິນ​ໄດ້ 40 ລ້ານ ກີບ/ ປີ, ມີ​ເນື້ອ​ທີ່​ປູກ​ໄມ​້​ອຸດ​ສາ​ຫະ​ກຳ 31.500 ເຮັກ​ຕາ, ມີ​ຕົ້ນ​ໄມ້ 15.275 ຕົ້ນ, ໃນ​ນັ້ນ​ເດັ່ນ​ກວ່າ​ ຫມູ່​ແມ່ນ ​ຄອບ​ຄົວ ນາງ ເພດ ປູກ​ໄມ້​ວິກ ມີ​ເນື້ອ​ທີ່​ປູກ 4 ເຮັກ​ຕາ, ປູກ​ໄມ້​ຈຳ​ນວນ 4.800 ຕົ້ນ, ສຳ​ລັບ ​ການ ​ຜະ​ລິດ​ ປູກ​ ເຂົ້າ​ນາ​ປີ​ເດັ່ນ​ກວ່າ​ຫມູ່​ແມ່ນ​ຄອບ​ຄົວ ທ້າວ ຄຳ​ໃສ ມີ​ເນື້ອ​ທີ່ 1,8 ເຮັກ​ຕາ, ຜົນ​ຜະ​ລິດ​ໄດ້ 8,5 ໂຕນ. ສະ ​ເລ່ຍ ​ສະ​ມັດ​ຕະ​ພາບ​ການ​ຜະ​ລິດ 4,7 ໂຕນ/ເຮັກ​ຕາ, ແລະ ຂາຍ​ຜົນ​ຜະ​ລິດ​ອື່ນໆ ມີ​ລາຍ​ໄດ້​ທັງ​ຫມົດ 47 ລ້ານ ກີບ/ປີ, ສະ​ເລ່ຍ​ຄົນ​ໃນ​ຄອບ​ຄົວ​ໄດ້​ຮັບ 6,7 ລ້ານ ກີບ/ ຄົນ/ ປີ, ຄອບ​ຄົວ ທ້າວ ສົມ​ໃຈ ມີ​ ເນື້ອ​ທີ່ 1,5 ເຮັກ​ຕາ, ຜົນ​ຜະ​ລິດ 8 ໂຕນ. ສະ​ເລ່ຍ​ສະ​ມັດ​ຕະ​ພາບ ການ​ຜະ​ລິດ 5,3 ໂຕນ/ເຮັກ​ຕາ, ແລະ ຂາຍ​ຜົນ ​ຜະ​ ລິດ ​ອື່ນໆ ມີ​ ລາຍ ​ໄດ້ 40 ລ້ານກີບ/ທ​ປີ, ສຳ ລັບ​ການ​ປູກ​ຫມາກ​ໂມ​ຂາຍ​ເປັນ​ສິນ​ຄ້າ​ເດັ່ນ​ກວ່າ​ຫມູ່​ແມ່ນ​ຄອບ​ຄົວ ທ້າວ ພົງ​ ສະ​ຫວັນ ມີ​ເນື້ອ​ທີ່ 1 ເຮັກ​ຕາ, ຜົນ​ຜະ​ລິດ 4 ໂຕນ / ເຮັກ​ຕາ, ມີ​ລາຍ​ຮັບ​ຈາກ ​ການ ​ຂາຍ​ ຫມາກ​ໂມ 10 ລ້ານ ກີບ, ຄອບ​ຄົວ ທ້າວ ບຸນ​ຈັນ ມີ​ເນື້ອ​ທີ່ 1,5 ເຮັກ​ຕາ. ຜົນ​ຜະ​ລິດ​ໄດ້ 8 ໂຕນ, ມີ​ລາຍ​ຮັບ​ ຈາກ​ການ​ຂາຍ ​ຫມາກ ​ໂມ 20 ລ້ານກີບ, ການ​ ເຮັດ​ນາ​ແຊງ​ເດັ່ນ​ກວ່າ​ຫມູ່​ແມ່ນ​ຄອບ​ຄົວ​ນາງ ອ້ອຍ ຜະ​ລິດ​ເຂົ້າ​ໄດ້ 4 ໂຕນ/ເຮັກ​ຕາ, ແລະ ລ້ຽງ​ປາ ຜົນ​ຜະ​ລິດ​ໄດ້ 3 ໂຕນ, ເຊິ່ງ​ມີ​ປີ​ນີ້​ຄອບ​ຄົວ​ດັ່ງ​ກ່າວ ​ໄດ້​ຈາກ​ ການ​ຂາຍ​ຜົນ​ຜະ​ ລິດ​ເປັນ​ກຳ​ໄລ​ ຫລາຍກວ່າ 60 ລ້ານກີບ, ພາຍ​ໃນ​ບ້ານ​ມີ​ສັດ​ປະເພດ ຄວາຍ 205 ໂຕ, ງົວ 190 ໂຕ, ຫມູ 215 ໂຕ, ແບ້ 46 ໂຕ, ສັດ​ປີກ 4.033 ໃນ​ດ້ານ​ອຸດ​ສາ​ຫະ​ກຳ-​ການ​ຄ້າ ແລະ ບໍ​ລິ​ການ​ພາຍ​ໃນ​ບ້ານ​ມີ​ຂາຍ​ເຄື່ອງ​ຍ່ອຍ 14 ຮ້ານ, ຮ້ານ​ກິນ​ດື່ມ 2 ຮ້ານ, ຮ້ານ​ສ້ອມ​ແປງ 1 ຮ້ານ. ຮ້ານ​ຂາຍ ​ຫມາກ​ໂມ-​ຫມາກ​ແຕງ 30 ຮ້ານ. (ຂາຍ​ ສະ​ເພາະ​ລະ​ດູ​ແລ້ງ) ປະ​ຈຸ​ບັນ​ມີ​ໄຟ​ຟ້າ​ໃຊ້​ແລ້ວ 2 ຄຸ້ມ, ຍັງ 1 ຄຸ້ມ, ມີ​ໂຮງ​ສີ​ເຂົ້າ 1 ແຫ່ງ. ຈັກ​ຟາດ​ເຂົ້າ 6 ເຄື່ອງ, ມີ​ລະ​ບົບ​ ນ້ຳ​ບາ​ດານ​ອ່າງ​ສູງ 1 ແຫ່ງ,ຄະ​ນະ​ທີ່​ວຽກ​ງານ​ຄົມ​ມະ​ນາ​ຄົມ, ກໍ່​ສ້າງ​ພື້ນ​ຖານ​ໂຄ່ງ​ລ່າງ ຜ່ານ​ມາ​ອຳ​ນາດ ການ​ປົກ​ຄອງ​ບ້ານ​ ໄດ້​ເອົາ​ໃຈ​ ໃສ່​ສ້ອມ​ແປງ​ທໍ່​ລອດ​ ທາງ​ ເຂົ້າ​ບ້ານ ຈຳ​ນວນ 5 ແຫ່ງ. ຄິດ​ເປັນ​ມູນ​ຄ່າ 60 ລ້ານກວ່າ​ກີບ. ອັນ​ພົ້ນ​ເດັ່ນ​ແມ່ນ​ສຳ​ເລັດ​ການ​ກໍ່​ສ້າງ ​ລະ​ບົບ​ນ້ຳ​ປະ​ປາ​ ຊົນ​ນະ​ບົດ ມູນ​ຄ່າ 100 ລ້ານກວ່າ​ກີບ, ດ້ວຍ​ທຶນ​ຂອງ​ປະ​ຊາ​ຊົນ​ເອງ 100%, ບ້ານ​ນາ​ຂ້ອຍ​ສາວ​ມີ​ລົດ​ຮຸນ​ໄດ 8 ຄັນ. ລົດ​ໄຟ​ນາ 65 ຄັນ. ລົດ​ຈັກ 161 ຄັນ. ສຳ ​ເລັດ ການ​ກໍ່​ສ້າງ​ໂຮງ​ຮຽນ​ມັດ​ທະ​ຍົມ 1 ຫລັງ, ມູນ​ຄ່າ 350 ລ້ານກີບ. ໃນ​ ນັ້ນ​ທຶນ​ຊ່ວຍ​ລ້າ​ຈາກ​ສາ​ກົນ 320 ລ້ານກີບ, ວຽກ​ຖະ​ແຫລງ​ຂ່າວ-​ວັດ​ທະ​ນະ​ທຳ ໄດ້​ຕິດ​ ຕັ້ງ​ໂທ​ລະ​ໂຄ່ງ 1 ຊຸດ, ມີ 3 ປາກ ເພື່ອ​ ແຈ້ງ​ຂ່າວ​ຖ່າຍ​ທອດ​ຂ່າວ​ປະ​ຈຳ​ວັນ ແລະ ການ​ປະ​ຊາ​ສຳ​ພັນ​ຕ່າງໆ ພາຍ​ໃນ​ບ້ານ​ມາ ​ຮອດ​ປະ​ຈຸ​ບັນ​ໄດ້​ສຳ​ເລັດ​ການ ມອບ​ ໃບ​ຢັ້ງ​ຢືນ​ຄອບ​ຄົວ​ວັດ​ທະ​ນະ​ທຳ ໄປ​ ແລ້ວ 2 ຄັ້ງ, ລວມ​ທັງ​ຫມົດ 259 ຄອບ​ຄົວ, ເທົ່າ​ກັບ 86,91% ຂອງ​ຈຳ​ນວນ​ຄອບ​ຄົວ​ທັງ​ຫມົດ. ວຽກ​ງານ​ສາ​ທາ. ທົ່ວ​ບ້ານ ​ມີນ​ບາ​ດານ 24 ບໍ່, ໃນ​ນັ້ນ ​ຂອງ​ ບຸກ​ ຄົນ 17 ບໍ່, ນ້ຳ​ປະ​ປາ​ຊົນ​ນະ​ບົດ 1 ແຫ່ງ, ວິດຖ່າຍ 109 ຫນ່ວຍ, ເທົ່າ​ກັບ 43% ການ​ສັກ​ ຢາ ແລະ ຢອດ​ຢາ​ກັນ​ພະ​ຍາດ ​ເດັກ​ອາ​ຍຸ​ລຸ່ມ 1 ປີ ສຳ​ເລັດ 100% ພົ້ນ ​ເດັ່ນ​ສ້າງ​ຄອບ​ຄົວ 3 ສະ​ອາດ​ໄດ້ 261 ຄອບ​ຄົວ, ເທົ່າ​ກັບ 87,5% ວຽກ​ງານ​ການ​ສຶກ​ສາ. ເດັກ​ໃນ​ເກນ​ອາ​ຍຸ​ ໄດ້​ເຂົ້າ ​ໂຮງ​ ຮຽນ 100% ສາ​ມາດ​ລົບ ​ລ້າງ​ການ​ກືກ​ ຫນັງ​ ສື​ໄດ້ 100%.
ບ້ານ​ດັ່ງ​ກ່າວ ນອກ​ຈາກ​ຈະ​ໄດ້​ຮັບ​ນາມ​ມະ​ຍົດ​ເປັນ​ບ້ານ​ທີ່​ໄດ້​ກ່າວ​ມາ​ຂ້າງ​ນີ້​ແລ້ວ ຍັງ​ໄດ້​ຮັບ​ນາມ​ມະ​ຍົດ​ເປັນ ​ບ້ານ ຫນ່ວຍ​ພັກ​ແຂວງ ຮູ້​ນຳ​ພາ​ຮອບ​ດ້ານ. ບ້ານ​ ປອດ ​ຄະ​ດີ ແລະ ເປັນ​ບ້ານ​ລົບ​ລ້າງ​ຄວາມ​ບໍ່​ຮູ້​ຫນັງ​ສື./.

 

 

 

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446