
ແຂວງອຸດົມໄຊ ເປັນແຂວງໃຈກາງທາງພາກເໜືອ ຂອງ ສປປ ລາວ, ເປັນແຂວງຕັ້ງໃໝ່ ໃນສະໄໝສົງຄາມ. ມີເນື້ອທີ່ 15.370 ກມ2, ມີປະຊາກອນ 264.830 ກວ່າຄົນ, ຍິງ:132.328 ກວ່າຄົນ, ຄວາມໜາແໜ້ນ ຂອງ ປະຊາກອນ ແມ່ນ 17 ຄົນ/ກມ2 (ສະຖິຕິປີ 2005). ແຂວງອຸດົມໄຊ ແບ່ງອອກເປັນ 7 ເມືອງຄື: ເມືອງໄຊ, ເມືອງ ຫລາ, ເມືອງ ໝໍ້, ເມືອງງາ, ເມືອງແບ່ງ, ເມືອງຮຸນ ແລະ ເມືອງປາກແບ່ງ. ມີ 587 ບ້ານ. ທີ່ວ່າການແຂວງຄື ເມືອງ ໄຊ. ແຂວງ ອຸດົມໄຊ ປະກອບດ້ວຍຫລາຍຊົນເຜົ່າຄື: ເຜົ່າລາວ, ລື້, ໄທດຳ, ໄທແດງ, ຍວນ, ກໍ່, ຮາຕິງ, ປິດ, ແລນ ແຕນ, ມົ້ງ ລາຍ, ມົ້ງຂາວ, ກຶມມຸຮອກ, ກຶມມຸອູ. ມີປະຊາຊົນບາງເຜົ່າ ຍັງປາກເວົ້າ ແລະ ນຸ່ງຖືຕາມປະເພນີ ຂອງ ເຜົ່າຕົນ.
ບຸນປະເພນີທີ່ສຳຄັນໄດ້ແກ່ ບຸນປີໃໝ່, ບຸນກິນຈຽງ, ບຸນຂຶ້ນເຮືອນໃໝ່ ແລະ ການເຢົາຢາ ພາຍໃນຄອບຄົວ. ຍ້ອນພື້ນທ ີ່ສ່ວນ
ໃຫຍ່ ເປັນພູຜາ, ພູມອາກາດທົ່ວໄປຈິ່ງເຢັນ ແລະ ຊຸມຊື່ນ. ປະຊາຊົນ ທຳການຜະລິດດ້ວຍການ ເຮັດ ນາ ແລະ ເຮັດໄຮ່ຕາມເປີ້ນພູ.
ສຳລັບຜູ້ທີ່ຈະເດີນທາງໄປແຂວງອຸດົມໄຊ ສາມາດໄປໄດ້ດ້ວຍທາງລົດ, ທາງນ້ຳ ແລະ ທາງຍົນ.