
ແຂວງ ສະຫວັນນະເຂດ ຕັ້ງຢູ່ພາກກາງຂອງປະເທດລາວ, ມີເນື້ອທີ່ 21.774 ກິໂລແມັດມົນທົນ ເປັນ ແຂວງ ກ້ວາງໃຫຍ່ທີ່ສຸດ ອານາເຂດທິດເໜືອ ຕິດກັບ ແຂວງ ຄຳມ່ວນ, ທິດຕາເວັນອອກ ຕິດກັບແຂວງກວາງຈິ ແລະ ແຂວງ ກວາງບິ່ງ (ສ.ສ. ຫວຽດນາມ) ທິດໃຕ້ຕິດກັບ ແຂວງ ສາລະວັນ, ທິດຕາເວັນຕົກຕິດກັບແຂວງມຸກດາຫານ, ນະຄອນ ພະ ນົມ, ອຸບົນລາດສະທານີ ແລະ ແຂວງອຳນາດຈະເລີນ ( ປະເທດໄທ ) ໂດຍມີນ້ຳຂອງຮ່ວມເປັນຊາຍແດນ.
ໃນນັ້ນເນື່ອທີ່ປ່າໄມ້ກວມ 61,05 % ຂອງເນື້ອທີ່ທັງໝົດປະກອບໄປດ້ວຍປ່າດົງດິບ,ປ່າໂຄກ, ແລະ ປ່າສະ ນວນ150.000 ເຮັກຕາ ຮ່ວມກັບແຂວງ ສະລະວັນປາ່ເລົ່ານັ້ນອຸດົມສົມບູນດ້ວຍພຶດພັນປ່າໄມ້ ແລະ ຊີວະນາໆພັນ.
ມີສາຍນ້ຳຫຼາຍສາຍໄຫຼລິນຫຼໍ່ລ້ຽງຕະຫຼອດປີເຊັ່ນ: ເຊບັ້ງໄຟ 293 ກມ ເຊິ່ງເປັນຊາຍກັບແຂວງ ຄຳມ່ວນ, ເຊ ບັ້ງຫຽງ 338 ກມ ( ມີສາຂາຄື : ເຊໂປນ, ເຊລະນອງ, ເຊຈຳພອນ, ເຊຊັງຊອຍ ແລະ ເຊບັ້ງນວນ ນອກນັ້ນ ກໍ່ມີຫ້ວຍ ຮ່ອງຄອງບຶງອື່ນໆອີກ.
ແຂວງສະຫວັນນະເຂດ ປະກອບມີ 15 ຕົວເມືອງຄື : ເມືອງ ໄຊບູລີ, ເມືອງ ອຸທຸມພອນ,ເມືອງ ອາດສະພອນ, ເມືອງ ວິລະບູລີ, ເມືອງ ອາດສະພັງທອງ, ເມືອງພະລານໄຊ, ເມືອງ ເຊໂປນ, ເມືອງ ພີນ, ເມືອງ ນອງ , ເມືອງ ໄຊພູ ທອງ, ເມືອງ ຊົນນະບູລີ, ເມືອງ ຈຳພອນ, ເມືອງ ສອງຄອນ, ເມືອງ ທ່າປາງທອງ ແລະ ເມືອງ ໄກສອນ ພົມວິ ຫານເຊິ່ງເປັນເທດສະບານແຂວງ.
ມີປະຊາກອນທັງໝົດແມ່ນ 825.902 ຄົນ (2007) ປະກອບດ້ວຍ 11 ເຜົ່າຄື : ລາວ, ຜູ້ໄທ, ໄທດຳ, ກະ ຕາງ, ມັງກອງ, ຈາລີ, ລະວາ, ສ່ວຍ, ປາໂກະ, ກະເລິງ ແລະ ຕະໂອ້ຍ.
ມີຊັບພະຍາກອນແຮ່ທາດ ຫຼາຍປະເພດເຊັ່ນ : ເກືອ, ຫີນກາວ, ຫີນກຣານິດ, ທອງແດງ, ເງິນ ແລະ ຄຳ ທີ່ເມືອງ ວິລະບູລີ ເປັນຕົ້ນ.
ປະຊາກອນສ່ວນຫຼາຍດຳລົງຊີວິດຕາມທົ່ງພຽງອາໃສ່ອາຊີບເຮັດໄຮ່, ເຮັດສວນ ແລະ ຄ້າຂາຍເປັນຕົ້ນ.