
ແຂວງຊຽງຂວາງ ເປັນແຂວງໜຶ່ງຕັ້ງຢູ່ທາງພາກເໜືອ ຂອງ ສປປ ລາວ ໂດຍທິດເໜືອຕິດກັບ ແຂວງຫົວພັນ ຍາວ 168 ກມ; ທິດໃຕ້ ຕິດກັບແຂວງ ບໍລິຄຳໄຊ ມີຄວາມຍາວ 76 ກມ; ທິດຕາເວັນອອກ ຕິດກັບ ສສ. ຫວຽດນາມ ມີຄວາມຍາວ 163 ກມ ແລະ ທິດຕາເວັນຕົກ ຕິດກັບແຂວງ ຫລວງພະບາງ ແລະ ແຂວງວຽງຈັນ ມີຄວາມຍາວ 272 ກມ. ແຂວງຊຽງຂວາງ ໃນສະໄໝບູຮານ ມີຊື່ວ່າ ເມືອງ ພວນ ແລະ ຊາວເມືອງນີ້ ກໍ່ເອີ້ນກັນວ່າ ໄທພວນ. ຊຽງ ຂວາງ ເປັນແຂວງທີ່ມີຄວາມສຳຄັນທາງດ້ານຍຸດທະສາດການເມືອງ ແລະ ການທະຫານ, ຊຶ່ງໃນສະໄໝສົງ ຄາມ ຕໍ່ສູ້ກູ້ຊາດ ຊຽງຂວາງ ແມ່ນແຂວງໜຶ່ງທີ່ເປັນຍຸດທະສາດ ແລະ ຍາດແຍ່ງ ຊຶ່ງໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ຈາກສົງ ຄາມ ທຳລາຍຂອງຈັກກະພັດຜູ້ຮຸກຮານ.
ແຂວງຊຽງຂວາງ ມີເນື້ອທີ່ທັງໝົດ ປະມານ15.880 ກມ2, ມີປະຊາກອນ ປະມານ 239.800 ກວ່າຄົນ, ປະກອບມີ 8 ເມືອງຄື: ເມືອງ ແປກ, ເມືອງ ຄຳ, ເມືອງ ໜອງແຮດ, ເມືອງ ຄູນ, ເມືອງ ໝອກ, ເມືອງ ພູກູດ, ເມືອງ ຜາໄຊ ແລະ ເມືອງທ່າໂທມ. ທີ່ວ່າການແຂວງແມ່ນ ເມືອງ ແປກ.