ບໍລິສັດ ລອງແທ໋ງ ຈຳກັດ ຊ່ວຍເຫລືອປັບປຸງສະຖານີໂທລະພາບເຊກອງ
*(ຂປລ): ທ່ານ ສົມຫວັງ ຂຳມະວົງ ຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ປະຈຳແຂວງເຊກອງ ໄດ້ຮັບເງິນຈຳນວນ 10.000 ໂດລາສະຫະລັດ ຈາກທ່ານ ລີກິມ ຮອງປະທານ ບໍລິສັດ ລອງແທ໋ງ ຮຸ້ນສ່ວນ ແລະ ທຸລະກິດກ໋ອບ ຈຳກັດ ນະຄອນໂຮ່ຈິມິນ ແຫ່ງ ສສ ຫວຽດນາມ ໃນວັນທີ 31 ມັງກອນ 2012. ເພື່ອຈະນຳໄປປັບປຸງຫ້ອງສົ່ງສະຖານີໂທລະພາບ ຂອງແຂວງດັ່ງກ່າວ. ໂດຍມີທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງເຊກອງ ພ້ອມດ້ວຍ ພະນັກງານວິຊາການສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານນຳ.
ທ່ານ ຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຊົມເຊີຍຕໍ່ທ່ານຮອງປະທານບໍລິສັດ ລອງແທ໋ງ ຮຸ້ນສ່ວນ ແລະ ທຸລະກິດກອບ ຈຳກັດ ພ້ອມທັງໄດ້ຢືນຢັນວ່າຈະນຳເງິນຈຳນວນນີ້ ໄປມອບໝາຍໃຫ້ວິຊາການສະຖານີໂທລະພາບແຂວງ ເປັນຜູ້ຂຶ້ນແຜນນຳໃຊ້ ໂດຍກຳນົດເອົາໜ້າວຽກປັບປຸງ ຕົກແຕ່ງຫ້ອງສົ່ງຂອງສະຖານີ ແລະ ປັບປຸງດ້ານເຕັກນິກຕ່າງໆພາຍໃນສະຖານີ ເພື່ອຮັບປະກັນ ( ແສງ,ສີ ແລະສຽງ ) ເພື່ອເຮັດໃຫ້ຜູ້ຊົມໂທລະພາບພາຍໃນແຂວງຂອງຕົນມີຄວາມຈັບອົກຈັບໃຈດີຂຶ້ນກວ່າເກົ່າ.
ໃນໄລຍະຜ່ານມາທາງບໍລິສັດ ລອງແທ໋ງ ໄດ້ໃຫ້ການສະໜັບສະໜູນດ້ານເຄື່ອງສົ່ງໂທລະພາບ ແລະ ອຸປະກອນຮັບໃຊ້ວຽກໂທລະພາບ ແລະ ຍົກລະດັບ ດ້ານວິຊາການໃຫ້ແກ່ພະນັກງານພາຍໃນສະຖານີເພື່ອເຮັດໃຫ້ວຽກງານມີຄວາມສະດວກດີຂຶ້ນກວ່າເກົ່າ ແລະ ຫວັງວ່າຄົງຈະໄດ້ຮັບການສະໜັບສະໜູນອີກ ໃນຄັ້ງຕໍ່ໄປ./.
ກັບສາລະບານ