​ແຂວງ ສາລະ​ວັນ ​ເປັນ​ໜຶ່ງ​ໃນ​ສີ່​ແຂວງ​ພາກ​ໃຕ້ ຂອງ ສປປ ລາວ, ມີ​ເນື້ອທີ່ 10.691 ກມ2, ມີ​ພົນລະ​ເມືອງ ​ປະມານ 324.400 ກວ່າ​ຄົນ (ສະຖິຕິ​ປີ 2005). ມີ 14 ເຜົ່າເຊັ່ນ: ເຜົ່າລາວລຸ່ມ, ກະຕາງ, ສ່ວຍ, ປະໂກະ, ຢົວ, ຕະ ໂອ້ຍ, ຜູ້ໄທ, ກຣຽງ. ອິນ, ຕົ້ງ, ກະໂດ, ຕະຕູ, ກາໃນ ແລະ ອາລັກ. ແຂວງ ສາລະ​ວັນ ​ແບ່ງ​ອອກ​ເປັນ 653 ບ້ານ, ມີ 8 ເມືອງ​ຄື: ​ເມືອງ​ສາລະ​ວັນ, ​ເມືອງ ຕາ​ໂອ້​ຍ, ​ເມືອງ ຕຸ້ມ​ລານ, ​ເມືອງ ນະຄອນເພັງ, ເມືອງ ວາປີ, ເມືອງ ຄົງເຊໂດນ, ເມືອງ ເລົ່າງາມ ແລະ ເມືອງສະມ້ວຍ. ເມືອງ ສາລະວັນ ເປັນທີ່ວ່າການແຂວງ. ທິດຕາເວັນອອກ ຂອງ ແຂວງ ຕິດ ກັບແຂວງ ເຊກອງ ແລະ ສສ.ຫວຽດນາມ. ທິດເໜືອ ຕິດກັບ ແຂວງ ສາຫວັນນະເຂດ. ທິດໃຕ້ ຕິດກັບແຂວງຈຳປາສັກ ແລະ ທິດຕາ ເວັນຕົກ ຕິດກັບແມ່ນ້ຳຂອງ ຊາຍແດນລະຫວ່າງສາລະວັນ ກັບ ຈັງຫວັດ ອຸບົນ ຣາຊະທານີ ຂອງ ໄທ.

   ກ່ອນໜ້ານີ້ ສາມສິບກວ່າປີ, ແຂວງ ສາລະວັນ ເປັນແຂວງໜຶ່ງທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງຈາກ ສົງຄາມ. ຍ້ອນວ່າ ແຂວງ ມີພູພຽງບໍລະເວນ ຊຶ່ງເປັນພູເຂົາໄຟເກົ່າ ທີ່ຢູ່ສູງກວ່າລະດັບນ້ຳທະເລເຖິງ 1.000 ແມັດ, ຈຶ່ງເໝາະແກ່ການປູກພືດ ເຊັ່ນ: ກາເຟ, ໝາກແໜ່ງ, ທຸລຽນ, ນອກນີ້ ຍັງເໝາະແກ່ການລ້ຽງສັດ. ບໍ່ພຽງແຕ່ເທົ່າ ນັ້ນ ແຂວງ ສາລະວັນ ຍັງມີແມ່ນ້ຳລຳເຊ ທີ່ສາມາດສ້າງເຂື່ອນຜະລິດກະແສໄຟຟ້າໄດ້ເຊັ່ນ: ເຊເສັດ, ເຊໂປນ, ເຊໂດນ, ເຊລະນອງ.

   ແຂວງ ສາລະວັນ ຍັງມີແຮ່ທາດເຊັ່ນ: ຖ່ານຫີນ, ບໍ່ດິນໜຽວ, ທາດອາຍແກ໋ດ, ນ້ຳມັນ, ພູຫີນບູນ ແລະ ອື່ນໆ. ນອກນີ້ ແຂວງ ຍັງມີແຫລ່ງທ່ອງທ່ຽວທີ່ສວຍງາມອີກຫລາຍບ່ອນໃຫ້ນັກທ່ອງທ່ຽວໄດ້ມາທ່ຽວຊົມ.

 

 

ກັບຫນ້າສາລະບັນ

 

ຂ່າວສານປະເທດລາວ(ຂປລ) -80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: (856-21)215402 ແຟັກ: 212446