ແຂວງເຊກອງ ເປັນແຂວງນ້ອຍສຸດທີ່ນອນຢູ່ໃນ 4 ແຂວງພາກໃຕ້ຂອງ ສປປ ລາວ. ທົ່ວແຂວງ ມີເນື້ອທີ່ທັງໝົດ 7.665 ຕາຕະລາງກິໂລແມດຊຶ່ງເປັນແຂວງທີ່ມີພື້ນທີ່ອັນດັບທີ 15 ຂອງປະເທດ, ໃນນັ້ນ ເນື້ອທີ່ເຂດພູດອຍ ກວມເອົາ 65%, ເໝາະແກ່ການປູກຕົ້ນໄມ້ ອຸດສາຫະກຳ ແລະ ລ້ຽງສັດ; ເຂດພູພຽງ 30% (ເປັນສ່ວນໜຶ່ງຂອງພູພຽງບໍລິເວນ) ເໝາະແກ່ການ ປູກກາເຟ, ພືດຜັກ, ຕົ້ນໄມ້ໃຫ້ໝາກ,​ ຢາງພາລາ ແລະ ອື່ນໆ......ແລະ ມີເນື້ອທີ່ເຂດທົ່ງພຽງ ກວມ 5% ເໝາະແກ່ການປູກເຂົ້າ ຊຶ່ງປະກອບດ້ວຍ 4 ເມືອງ ຄື: ເມືອງລະມານ, ເມືອງທ່າແຕງ, ເມືອງກາລືມ ແລະ ເມືອງດາກຈຶງ.

 
ແຂວງ​ເຊກອງ

ແຂວງເຊກອງ ມີ 10 ຊົນເຜົ່າ ຄື ຊົນເຜົ່າຕຣຽງ, ຊົນເຜົ່າຮາຣັກ, ຊົນເຜົ່າກະຕູ, ຊົນເຜົ່າກຣຽງ (ແງະ), ຊົນເຜົ່າຢຣຸ (ລະເວນ), ຊົນເຜົ່າຊ່ວຍ, ຊົນເຜົ່າຕະໂອ້ຍ, ຊົນເຜົ່າລະວີ, ຊົນເຜົ່າແຢະ ແລະ ຊົນເຜົ່າລາວ.

ແຂວງເຊກອງ ມີ 229 ບ້ານ, ມີພົນລະເມືອງທັງໝົດ 101.364 ຄົນ, ຍິງ 51.521 ຄົນ. ປະຊາກອນ 90% ແມ່ນຕັ້ງຖິ່ນຖານ ແລະ ດຳລົງຊີວິດຢູ່ເຂດຊົນນະບົດ. ແຂວງເຊກອງ ມີ 2 ເມືອງ ຄື ເມືອງດາກຈຶງ ແລ ເມືອງກະລືມ ຖືກຈັດຢູ່ໃນ 47 ເມືອງທຸກຍາກຂອງ ສປປ ລາວ. ແຂວງເຊກອງ ຍັງມີບ້ານທຸກຍາກ 151 ບ້ານ, ກວມເອົາ 65,54% ຂອງຈຳນວນ ບ້ານທັງໝົດ ແລະ ມີ 5.626 ຄົວເຮືອນ ຍັງທຸກຍາກ, ກວມເອົາ 34,08% ຂອງຄົວເຮືອນ ທັງໝົດ ທຽບໃສ່ມື້ສ້າງຕັ້ງແຂວງເຊກອງໃນວັນທີ 14/4/1984 ອັດຕາຄົວເຮືອນທຸກຍາກ ແມ່ນ ຫຼຸດລົງ 55,92%.

ທີ່ຕັ້ງຂອງແຂວງເຊກອງ ຕິດກັບ 3 ແຂວງຂອງລາວ ແລະ 3 ແຂວງຂອງ ສສ ຫວຽດນາມ ຄື ທິດເໜືອ ຕິດກັບແຂວງສາລະວັນ, ທິດໃຕ້ ຕິດກັບແຂວງອັດຕະປື, ທິດຕາ ເວັນຕົກ ຕິດກັບແຂວງຈຳປາສັກ ແລະ ທິດຕາເວັນອອກ ຕິດກັບ (ແຂວງກອນຕຸມ, ແຂວງ ກວາງນາມ ແລະ ແຂວງເທື່ອທ່ຽນເຫວ້) ສສ ຫວຽດນາມ.

ແຂວງເຊກອງ ມີຊັບພະກອນທຳມະຊາດທີ່ອຸດົມສົມບູນ:
ມີເນື້ອທີ່ປ່າໄມ້ ປົກຫຸ້ມ 4.665 ຕາຕະລາງກິໂລແມດ, ກວມເອົາ 65% ຂອງພື້ນ ທີ່ທົ່ວແຂວງ ປະກອບດ້ວຍ ໄມ້ທີ່ມີຄ່າ ເຊັ່ນ ໄມ້ແປກ, ໄມ້ດູ່, ໄມ້ແດງ, ໄມ້ແຄນ, ໄມ້ຈຳປາປ່າ, ໄມ້ປະດົງ, ໄມ້ເກດສະໜາ, ໄມ້ຈິກ, ໄມ້ຮັງ ແລະ ໄມ້ອື່ນໆ.

ມີແມ່ນ້ຳຫຼາຍສາຍເຊັ່ນ: ເຊກອງ, ເຊໂດນ, ເຊຂະໝານ, ເຊນ້ຳນ້ອຍ, ຫ້ວຍລຳພັນ ແລະ ຫ້ວຍອື່ນໆຊຶ່ງມີເງື່ອນໄຂໃນການສ້າງເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່.

ມີແຮ່ທາດຫຼາຍຊະນິດ ເຊັ່ນ: ບໍ່ຖ່ານຫີນ, ບໍ່ຄຳ, ບໍ່ເຫຼັກ, ບໍ່ບົກຊິດ, ບໍ່ທອງແດງ, ບໍ່ຫີນສີ ແລະ ແຮ່ທາດອື່ນໆ.

 

 

ກັບຫນ້າສາລະບັນ

 

 

ຂ່າວສານປະເທດລາວ(ຂປລ) -80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: (856-21)215402 ແຟັກ: 212446