​​ໄດ້​ແລ້ວ​ຊະນະ​ເລີດ​ເທັນ​ນິດຊາຍ​ດ່ຽວ​ຂັນ​ເປັບ​ຊີ​ເປີດ​ກ້ວາງ

* ການ​ແຂ່ງ​ຂັນ​ກິ​ລາ​ເທັນ​ນິດ​ ແປບ​ຊີ ເປີດ​ກວ້າງ ຄັ້ງ​ທີ່ 12 ເພື່ອ​ສ້າງ​ບັນ​ຍາ​ກາດ​ຕ້ອນ​ຮັບວັນ​ຊາດ​ ຄົບ​ຮອບ 32 ປີ ຮອບ​ຊີງ ​ຊະ​ນະ​ເລີດ ປະ​ເພດ​ເຍົາ​ວະ​ຊົນ​ຊາຍດ່ຽວ ລຸ້ນ​ອາ​ຍຸ 18-​25 ປີ ໄດ້​ຈັດ​ຂຶ້ນ​ໃນ ວັນ​ທີ 30 ຕຸ​ລາ 2007 ທີ່​ສະ​ໜາມ​ກິ​ລາ​ເທັນ​ນິດ​ວຽງ​ຈັນ ນະ​ຄອນ​ຫລວງວຽງ​ຈັນ ເປັນ​ການ ໂຄ​ຈອນ​ມາ​ພົບ​ກັນ ຂອງ​ນັກ​ກິ​ລາ​ລຸ້ນ​ສືບ​ທອດ​ກໍ​ວ່າ​ໄດ້​ເພາະ​ວ່າ​ນັກ​ກິ​ລາ​ທັງ​ສອງ​ຄົນຍັງ​ໜຸ່ມ​ແໜ້ນ ລະ​ຫວ່າງ​ນັກ​ກິ​ລາ​ເທັນ​ນິດຊາຍ​ ສົມ​ໃຈ ​ເທບ​ທິ​ທັກ​ ​ ແຂວງ ສະ​ຫວັນ​ນະ​ເຂດ ແລະ ແສງ​ເດືອນ ​ແກ້ວ​ດາ​ລາ​ສຸກ ​ນະ​ຄອນ​ຫລວງ ວຽງ​ຈັນ, ເກມ​ການ​ແຂ່ງ​ຂັນ​ໃນ​ຮອບ​ນີ້​ແມ່ນ​ສົມ​ສັກ​ສີ​ເປັນ​ຄູ່​ຊີງ​ຊະ​ນະ​ເລີດ ໃນ​ແຕ່​ລະ​ເຊັດ​ການ​ແຂ່ງ​ຂັນ ຕ່າງ​ຝ່າຍ ຕ່າງ​ກໍ​ພະ​ຍາ​ຍາມ ຮັກສາເກມ​ການ​ເສີບ​ຂອງໃຜ​ລາວ ເພື່ອ​ຫວັງ​ເອົາ​ຊະ​ນະ​ເຊິ່ງ​ກັນ ແລະ ກັນ ​ເຮັດ​ໃຫ້​ຄະ​ແນນສູ​ສີ​ກັນ ຖ້າແມ່ນ​ໃຜ ​ຜິດ​ພາດ​ກໍ​ແມ່ນ​ເສຍ​ຄະ​ແນນ​ໂລດ. ອັນໄດ້​ເຮັດ​ໃຫ້​ບັນ​ຍາ​ກາດ​ການ​ແຂ່ງ​ຂັນ​ໃນ​ສະ​ໜາມຟົດ​ຟື້ນ​ມ່ວນຊື່ນທຸກ​ເວລານາທີ ໂດຍ​ສະ​ເພາະ​ແມ່ນ​ໄດ້​ຮັບ​ການເຊຍ​ຮ້ອງ ຈາກກອງ​ເຊຍຂອງ​ແຕ່​ລະ​ຝ່າຍ ຢ່າງ​ບໍ່​ຂາດສາຍ ວ່າ​ແຕ່​ໄດ້​ຄະ​ແນນ​ກໍ​ໄດ້​ຮັບ​ສຽງ​ຕົບມື ໂຮຮີວ ຊົມ​ເຊີຍ ຟົດສະນັ່ນ ແລະ ໃນ​ທີ່​ສຸດ ນັກ​ກິ​ລາ​ທັງ​ສອງ​ກໍ​ສະ​ເໝີ​ກັນ
ໄປ​ຕັດ​ສິນ​ຢູ່​ໃນ​ເຊັດ​ສຸດ​ທ້າຍ, ສົມ​ໃຈ ອາ​ໄສ​ປະ​ສົບ​ການ ຮັກ​ສາ​ການ​ເສີບ , ສາມາດສະກັດຮັບ​ການ​ເສີບ ຂອງ ແສງ​ເດືອນ​ ໄດ້ ຈຶ່ງເປັນ ຝ່າຍ​ຊະ​ນະ ດ້ວຍ​ຄະ​ແນນ 1/6, 6/5,7/5 ຮັບຂັນ​ລາງວັນ​ໄປ​ຄອງ​ພ້ອມ​ເງິນ​ສົດ 8 ແສນ​ກີບ, ອັນ​ດັບ ສອງ ແສງ​ເດືອນ ໄດ້​ຂັນ ໜຶ່ງ​ໜ່ວຍ ພ້ອມ​ເງິນ 5 ແສນ​ກີບ.
ສຳ​ລັບ​ຜົນ​ການ​ແຂ່ງ​ຂັນ ເຍົາ​ວະ​ຊົນ​ຊາຍ​ດ່ຽວ ອາ​ຍຸ 10-​12 ປີ ຊະ​ນະ​ເລີດ ຄຳ​ປະ​ເສີດ ບຸນ​ສະ​ອາດ, ຮອງ​ຊະ​ນະ​ເລີດ ສົມ​ຊາຍ ວັນ​ນະ​ລັກ, ເຍົາ​ວະ​ຊົນ 10-​12 ປີ​ ຄູ່ ຊະ​ນະ​ເລີດ ອາ​ນັນ​ດາ ຄຳ​ພູ​ດີ + ສັນ​ຍາ​ລັກ ໂພ​ຊະ​ນາ​ລັກ ຮອງ​ຊະ​ນະ​ເລີດ ທະ​ນົງ​ສິນ ສີ​ຣິ​ລັກ+ຈິນ​ນະ​ລີ ແສງ​ຈັນ, ເຍົາ​ວະ​ຊົນ​ຊາຍ​ດ່ຽວ 12-​14 ປີ ຊະ​ນະ​ເລີດ ອາ​ນັນ​ດາ ຄຳ​ພູ​ມີ, ຮອງ​ຊະ​ນະ​ເລີດ ພອນ​ຜາ​ສຸກ,ເຍົາ​ວະ​ຊົນ​ຊາຍ​ດ່ຽວ 14-​16 ປີ ຊະ​ນະ​ເລີດ ພອນ​ຜາ​ສຸກ ແກ້ວ​ຜາ​ຄູນ, ຮອງ​ຊະ​ນະ​ເລີດ ອະ​ນຸ​ລັກ ສັກ​ປະ​ເສີດ, ເຍົາ​ວະ​ຊົນ​ຊາຍ​ດ່ຽວ 16-​18 ປີ ຊະ​ນະ​ເລີດ ແສງ​ເດືອນ ແກ້ວ​ດາ​ລາ​ສຸກ ຮອງ​ຊະ​ນະ​ເລີດ ວິ​ທະ​ຍາ ລາ​ຊະ​ວະ​ດີ, ເຍົາ​ວະ​ຊົນ​ຄູ່ 18-​25 ປີ ຊະ​ນະ​ເລີດ ວິ​ລະ​ໄຊ ຈົນ​ດາ​ຮາ+ ສົມ​ໃຈ ​ເທບ​ທິ​ທັກ ຣອງ​ຊະ​ນະ​ເລີດ ຈຳ​ນຽນ​ສີ​ທາ​ວົງ+ແສງ​ສິ​ລິ​ວັນ ສີ​ມະ​ຫາ​ໂນ.
ການ​ແຂ່ງ​ຂັນ​ກິ​ລາ​ເທັນ​ນິດ​ແປບ​ຊີ​ເປີດກວ້າງ​ປະ​ຈຳ​ປີ​ໃນ​ຄັ້ງ​ນີ້​ກໍ​ເໝືອນ ​ກັບ​ທຸກໆ​ປີ ຜ່ານ​ມາ ເພື່ອ​ເນັ້ນ​ພັດ​ທະ​ນາ​ນັກ​ກິ​ລາ ​ເທັນ​ນິດ​ຂອງ​ພວກ​ເຮົາ ມີ​ປະ​ສົບ​ການ ມີ​ເຕັນ​ນິດ ​ສີ​ມື ໃນ​ການ​ຫລິ້ນ​ເທັນ​ນິດ​ນັບ​ມື້​ນັບ​ກ້າວ​ຂຶ້ນ​ສູ່​ຄຸນ​ນະ​ພາບ​ໃໝ່ ແລະ ທັງ​ເປັນ​ປັດ​ໄຈ​ກຽມ​ຄັດ​ເລືອກ​ນັກ​ກິ​ລາຜູ້​ດີ​ເດັ່ນ ເຂົ້າ​ສູ່​ທີມ​ຊາດ​ເພື່ອ​ເຂົ້າ​ຮ່ວມ​ແຂ່​ງ​ຂັນ​ໃນ​ລາຍ​ການ​ໃຫຍ່​ສາ​ກົນ ແລະ ພາກ​ພື້ນ ຕໍ່ໄປ.
​ ຜ່ານ​ການ​ແຂ່ງ​ຂັນ ເຫັນ​ໄດ້​ວ່າ ວ​ົງການ​ກິ​ລາ​ເທັນ​ນິດ ໄດ້​ມີ​ການ ​ພັດ​ທະ​ນາຂຶ້ນ​ອີກ​ບາດ​ກ້າວ​ໜຶ່ງ​ນັ້ນ​ກໍ​ຄື ​ໄດ້​ມີ​ນັກ​ກິ​ລາ​ຜູ້​ໜຸ່ມ​ນ້ອຍ​ໄດ້​ຫັນ​ມາ​ຫລິ້ນ​ກິ​ລາ​ປະ​ເພດ​ນີ້ ນັບ​ມື້​ນັບ​ຫລາຍ​ຂຶ້ນ ເພື່ອ​ເປັນ​ອອກ​ກຳ​ລັງ​ກາຍ, ຮັກ​ສາ​ສຸ​ພາບ, ຫ່າງ​ໄກ​ຈາກ​ສິ່ງ​ເສບ​ຕິດ ກໍ​ຄື​ການ​ຍົກ​ລະ​ດັບ​ເຕັກ​ນິກ​ການ​ຫລິ້ນ​ກິ​ລາ​ປະ​ເພດ​ນີ້​ໃຫ້​ດີ​ຂຶ້ນ​ເລື້ອຍໆ ເຂົ້າ​ສູ່​ທີມ​ຊາດ ກໍ​ຄື​ການ​ແຂ່ງ​ຂັນ​ໃນ​ລະ​ດັບ​ສຳ​ຄັນ​ອື່ນໆ.
ພາຍ​ຫລັງ ການ​ແຂ່ງ​ຄູ່​ຊີງ​ຊະ​ນະ​ເລີດ ສຳ​ເລັດ ກໍ​ໄດ້​ມີ​ການມອບ​ຂອງ​ຂວັນ​ໃຫ້​ແກ່​ນັກ​ກິ​ລາ ​ທີໜຶ່ງ ແລະ ສອງ ມີ​ທັງ​ຂັນ ແລະ ເງິນ​ສົດ ຊຶ່ງ​ເຂົ້າ​ຮ່ວມ​ໃນ​ການ​ແຂ່ງ​ຂັນ​ຄັ້ງ​ນີ້ ມີ​ທ່ານ ສົມ​ພົງ ມົງ​ຄົນວິ​ໄລ ລັດ​ຖະ​ມົນ​ຕີ ປະ​ຈຳ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ , ປະ​ທານ​ສະ​ຫະ​ພັນ​ເທັນ​ນິດ​ແຫ່ງ​ຊາດ.

 
   ກັບສາລະບານກິລາ                                                                                                                  ກັບຫນາ້ພາສາລາວ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446