ຫວຽດນາມຖ່າຍທອດຄວາມ ຮູ້ໃຫ້ລາວໃນການຈັດມະຫະກຳກິລາຊີເກມ
ດັ່ງທີ່ບັນດາທ່ານໄດ້ຮັບຮູ້ ນຳກັນແລ້ວວ່າ ສປປ ລາວເຮົາໄດ້ຮັບກຽດເປັນເຈົ້າພາບຈັດມະຫະກຳກິລາຊີເກມຄັ້ງທີ 25 ປີ 2009 , ຖ້າຈະນັບຖອຍຫລັງກໍຍັງບໍ່ພໍເທົ່າໃດປີຂ້າງໜ້າ ຊຶ່ງໃນການກະກຽມ ໃນດ້ານຕ່າງໆກໍຢູ່ໃນໄລຍະການຂຸ້ນ ຂ້ຽວ ເປັນຕົ້ນແມ່ນສະຖານທີ່ ຫລື ສະ ໜາມການແຂ່ງຂັນກິລາແຕ່ລະປະເພດລວມໄປເຖິງການບໍ ລິການ ໂຮງແຮມ ເຮືອນພັກ, ການຄົມມະນາຄົມຂົນສົ່ງ ແລະຄວາມເປັນລະບຽບຮຽບຮ້ອຍຕ່າງໆໃນນະຄອນຫລວງ ວຽງຈັນ ແລະ ບັນ ດາແຂວງທີ່ມີລາຍຊື່ໃນສະໜາມແຂ່ງຂັນ. ໃນເວລານັ້ນແຂກຕ່າງດ້າວທ້າວຕ່າງແດນ ກໍ່ຈະຫຼັ່ງໄຫລ ເຂົ້າມາຮ່ວມງານ. ທ່ານ ຫງວຽນ ວັນ ກວນ ຫົວ ໜ້າກົມພົວພັນຕ່າງປະເທດຂອງຄະນະກຳມະການກິລາແຫ່ງຊາດ ຂອງກະ ຊວງວັດທະນະທຳ ທ່ອງທ່ຽວແລະກິລາ ສສ ຫວຽດນາມໄດ້ກ່າວໃນການສຳມະນາການກະ ກຽມເປັນເຈົ້າພາບຊີເກມຄັ້ງທີ 25 ປີ 2009 ໄດ້ຍົກໃຫ້ເຫັນວ່າ: ການເປັນເຈົ້າພາບຈະຕ້ອງໄດ້ປັບປຸງໃຫ້ເປັນລະບົບຄົບຊຸດແລະມີຄຸນນະພາບສູງຂຶ້ນບໍ່ວ່າຈະເປັນໃນດ້ານການສ້າງບຸກຄະລາ ກອນ, ອາສາສະໝັກຮັບໃຊ້ຝ່າຍຕ່າງໆ, ວຽກງານພິທີການຮັບຕ້ອນແຂກຄົນ, ວຽກງານທີ່ພັກ, ໂຮງແຮມ, ຮ້ານອາຫານ, ການຄົມມະນາຄົມຂົນສົ່ງແລະສູນຂໍ້ມູນຂ່າວສານ, ການ ວາງແຜນສ້າງບຸກຄະລາກອນຮັບໃຊ້ກຳມະການແຕ່ລະຝ່າຍ. ບົດຮຽນແລະປະສົບການຕົວຈິງຜ່ານມາຫວຽດນາມ ທີ່ໄດ້ຮັບກຽດເປັນເຈົ້າ ພາບຈັດງານຊີເກມຄັ້ງທີ 22 ປີ 2003ໄດ້ຮັບຜົນສຳເລັດຢ່າງຈົບງາມ, ເຖິງວ່າ ສສ ຫວຽດນາມຈະເປັນເທື່ອທຳອິດທີ່ໄດ້ເປັນເຈົ້າພາບຈັດການແຂ່ງ ຂັນກິລາຊີເກມແລະກໍມີການແຂ່ງຂັນ 42 ປະເພດກິລາ ຢູ່ 13 ແຫ່ງທົ່ວປະເທດ ຊຶ່ງມີຂະບວນຄົນເຂົ້າຮ່ວມງານ 11 ພັນກວ່າຄົນ, ແຕ່ຫວຽດນາມ ກໍ ສາມາດດຳເນີນ ງານເປັນຜົນສຳ ເລັດຜ່ານໄປໄດ້ດີ; ທັງນີ້ກໍຍ້ອນຄວາມຕັດສິນໃຈເດັດ ດ່ຽວຜ່ານຜ່າຕໍ່ໜ້າທີ່ວຽກງານແລະການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມເຮັດໃຫ້ງານສຳເລັດໄປໄດ້ຢ່າງຈົບ ງາມ. ການສຳມະນາຖ່າຍຖອດບົດຮຽນຈາກຫວຽດນາມໃຫ້ແກ່ລາວ ຄັ້ງນີ້ໄດ້ມີຂຶ້ນໃນລະຫວ່າງວັນທີ 10- 13ຕຸລານີ້ຢູ່ຫ້ອງການກິລາແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍມີຄະນະກຳມະການກິລາ, ກົມກິລາ, ກົມພົວ ພັນຕ່າງປະເທດ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມນຳ./.