ກອງທຶນແກ້ໄຂຄວາມທຸກຍາກແຫ່ງຊາດ ຮ່ວມກັບ ສະພັນກິລາ ກ໋ອບ ໄດ້ຈັດງານແຂ່ງຂັນກິລາກ໋ອບນັດພິເສດ ເພື່ອສົມທົບທຶນເພື່ອແກ້ໄຂຄວາມທຸກຍາກ ຂຶ້ນໃນທ້າຍອາທິດຜ່ານມານີ້ ທີ່ສະໜາມກ໋ອບ ຫລັກ 14 ຖະໜົນທ່າເດື່ອ , ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານ ຂອງພະນະ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຊຶ່ງມີ ນັກກິລາກ໋ອບ ທັງລາວ ແລະ ຕ່າງປະເທດເຂົ້າຮ່ວມ 200 ກວ່າຄົນ. ຕະຫລອດໄລຍະການແຂ່ງຂັນ ຊຶ່ງເລີ່ມຕັ້ງແຕ່ເຊົ້າ ຈົນເທົ້າຄ່ຳ ໄດ້ດຳເນີນໄປດ້ວຍບັນຍາກາດ ອັນມ່ວນຊື່ນ. ການແຂ່ງຂັນຄັ້ງນີ້, ນອກຈາກເປັນການແຂ່ງຂັນເພື່ອລະດົມທຶນ ເຂົ້າໃນການແກ້ໄຂຄວາມທຸກຍາກແຫ່ງຊາດແລ້ວ ຍັງເປັນການ ແຂ່ງຂັນ ເພື່ອໄມຕີຈິດແຫ່ງມິດຕະພາບ, ສຸຂະພາບ ແລະ ຄວາມສາມັກຄີ ຊຶ່ງ ບັນດານັກກິລາທຸກໆຄົນ ຕ່າງກໍ່ໄດ້ສຸມຈິດສຸມໃຈ , ຄວາມສາມາດເຂົ້າໃນການແຂ່ງຂັນ ເລີ່ມຕັ້ງແຕ່ຂຸມທຳອິດ ໄປເຖິງຂຸມສຸດທ້າຍ ດ້ວຍໃຈນັກກິລາ. ສຳລັບຜົນການແຂ່ງຂັນໃນຄັ້ງນີ້ມີດັ່ງນີ້: ຊະນະເລີດບໍ່ມີຄະແນນ ໄດ້ແກ່ ທ່ານ ເພັດສະໝອນ ຊາພົນດີ, ຊະນະເລີດມີແຕ້ມຕໍ່ ແມ່ນ ທ່ານ ບຸນນຳ ແກ້ວຫລວງໂຄດ, ສາຍ ກ ຊະນະເລີດ ພຸດວຽງສີສຸລາດ, ຮອງຊະນະເລີດ ທ່ານ ເດສສົງຄາມ ທຳມະວົງ, ສາຍ ຂ ຊະນະເລີດ ທ່ານ ຄຳໄຕ ຄຳແພງເພັດ, ຮອງຊະນະເລີດ ທ່ານ ສັງທອງດາວແກ້ວປະເສີດ, ສາຍ ຄ ທ່ານ ຫຸມພັນ ພົມມະຈັນ, ຮອງຊະນະເລີດ ທ່ານ ວິສຸດ, ປະເພດ ອາວຸໂສ ຊະນະເລີດ ທ່ານ ພົງສະຫວັດ ບຸບຜາ, ຮອງຊະນະເລີດ ທ່ານ ດາລາກອນ ປະຖຳມະວົງ. ຢ່າງໃດກໍ່ດີ ໃນຕອນຄ່ຳຂອງ ວັນດຽວກັນ ກໍ່ໄດ້ມີພິທີມອບລາງ ວັນ ໃຫ້ແກ່ນັກກິລາກ໋ອບ ຜູ້ດີເດັ່ນ ແລະ ຮັບບໍລິຈາກເງິນ ແລະ ແຈ້ງຈຳນົງເຂົ້າກອງທຶນລຶບລ້າງຄວາມທຸກຍາກ ແຫ່ງຊາດປະຈຳປີ 2007 ຂຶ້ນຢູ່ທີ່ ສູນການຄ້າລາວ-ໄອເຕັກ; ທັງນີ້ກໍ່ ເພື່ອເປັນການສ້າງຂະບວນການ ກະຕຸກຊຸກຍູ້ ວຽກງານແກ້ໄຂຄວາມທກຍາກ ເພາະ ເງິນຈຳນວນດັ່ງກ່າວຈະນຳໄປພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ແຫ່ງຊາດປະກອບສ່ວນຊ່ວຍໃຫ້ ແຜນລຶບລ້າງຄວາມທຸກຍາກຂອງ ລັດຖະບານປະກົດຜົນເປັນຈິງເທື່ອ ລະກ້າວ. ສະຫລຸບການແຈ້ງເຈດຈຳນົງບໍລິຈາກ ແລະ ຮັບບໍລິຈາກເງິນສົດ, ເຊັກ ໃນຄັ້ງນີ້ໄດ້ທັງໝົດປະມານ 2 ຕື້ກວ່າກີບ. ການແຂ່ງຂັນກິລາກ໋ອບຄັ້ງນີ້ ໄດ້ຮັບການສະໜັບສະໜູນຫລັກ ໂດຍ ບໍລິສັດເບຍລາວ.