ຫຼຽນ​ຄຳ​ແມ່ນ​ຄວາມ​ມຸ້ງ​ຫວັງ​ຂອງ​ທີ​ມ​ເຕະບານ​ຫວຽດນາມ​ໃນ​ຊີ​ເກ​ມ24

 

ກິ​ລາ​ເຕະ​ບານແມ່ນ​ກິ​ລາ​ ຍອດ​ນິ​ຍົມໃນ​ລາຍ​ການ​ກິ​ລາ​ໃຫ​ຍ່ໆ ບໍ່​ວ່າ​ໃນ​ທະ​ວີບເອີຣົບ, ອາ​ຊີ ກໍ​ຄື​ບັນ​ດາປະ​ເທດ​ຕ່າງໆທົ່ວໂລກ ດັ່ງ​ດຽວ ກັນກັບ ມະຫະກຳກິລາແຫ່ງອາຊີ ຫຼື ຊີ​ເກ​ມ ຂອງ​ບັນ​ດາ​ປະ​ເທດ​ໃນທະວີບ ອາຊີ ເຊິ່ງປະ​ເທດ​ໃດໆ​ກໍ​ຫວັງ​ສ້າງ​ໃຫ້ໄດ້​ຜົນ​ງານ​ອັນ​ໂດດ​ເດັ່ນ ເພື່ອ​ຍາດ​ເອົາ​ຂັນ​ຊະ​ນະ​ເລີດ​ມາ​ຄອງ; ປະ​ຈຸ​ບັນ ຍັງ​ເຫລືອ​ເວ​ລາ​ເກືອບ 2 ເດືອນ ການ​ແຂ່ງ​ຂັນ​ກິ​ລາ​ຊີ​ເກ​ມ ຄັ້ງ​ທີ 24 ກໍ​ຈະ​ໄດ້​ເປີດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ຢູ່ ທີ່ນະຄອນລາຊະສິມາ ລາຊະອານາ ຈັກໄທ ເຊິ່ງມີ​ຫລາຍໆປະເພດກິລາ ຂອງຫຼາຍໆປະເທດ​ໄດ້​ມີ​ການກະ ກຽມເພື່ອສົ່ງ​ນັກ​ກິ​ລາເຂົ້າຮ່ວມ ໂດຍ ສະເພາະທີມກິລາ​ເຕະ​ບານ ສສ. ຫວຽດນາມ ທີ່ກຽມເຂົ້າ​ຮ່ວມ​ແຂ່ງ​ຂັນ ກໍໄດ້ຕັ້ງຄວາມຫວັງເອົາສູງສຸດ ນັ້ນຄື ຫລຽນຄຳ ເຊິ່ງຄູ​ຝຶກ​ເຕະ​ບານ​ທີມ​ຊາດ​ຫວຽດ​ນາມ ທ່ານ ຣິເອວ (Riedl) ຊາວອີຕາລີ ໄດ້​ໃຫ້​ສຳ​ພາດ ຕໍ່​ນັກ​ຂ່າວ​ກິ​ລາຫວຽດ​ນາມວ່າ: “ຄວາມ​ຫວັງ” ຂອງ​ທີມ​ເຕະ​ບານ​ຊາດ​ຫວຽດ​ນາມ ແມ່ນ ເຂົ້າ​ຮອບ​ກ່ອນ ຮອງ​ຊະ​ນະ​ເລີດ ຫລື 4 ທີມ​ສຸດ​ທ້າຍ ໃນ​ ກິ​ລາ​ຊີ​ເກມ ຄັ້ງ​ທີ 24 ທີ່ ປະ​ເທດ​ໄທ, ເຖິງ​ແມ່ນ​ວ່າ ໃນ​ຕົວ​ຈິງ ທ່ານ ຣິເອວ ກໍ​ມີ​ຄວາມຫວັງອັນ​ແຮງ​ກ້າກ່ອນ​ໝົດ​ອາ​ຍຸ​ສັນ​ຍາ ການ​ຄຸມ​ທີມ​ເຕະ​ບານ​ບານ​ຫວຽດ​ນາມ ນັ້ນ​ກໍ​ຄື ນຳ​ພາ​ທີມ​ຊາດ​ເຕະ​ບານ​ຫວຽດ​ນາມ ຍາດເອົາຂັນຊະ​ນະ​ເລີດ​ມາ​ຄອງ ພາຍ​ຫລັງ ພາດ​ໂອ​ກາດ​ມາ​ຫລາຍ​ຄັ້ງ. ຄູ​ຝຶກ​ເຕະ​ບານ​ຫວຽດ​ນາມ​ ໃຫ້​ຮູ້​ວ່າ: “ອີງ​ໃສ່​ຜົນ​ງານ ຂອງ​ທີມ​ເຕະ​ບານ​ຫວຽດ​ນາມ ໃນ​ລາຍ ການ​ເຕະ​ບານລາຍ​ການໃຫຍ່​ຢູ່ ໄຕ້​ຫວັນ ສ​ປ. ຈີນ ແມ່ນ​ຫລິ້ນໄດ້​ຢ່າງ​ປະ​ທັບ​ໃຈ​ຫລາຍ ທາງ​ດ້ານ​ເຕັກ​ນິກ ກໍ​ຄື​ພະ​ລະ​ກຳ​ລັງ​. ສ່ວນ​ຕໍ່​ກັບ​ທີມ​ເຕະ​ບານ​ຂອງ​ປະ​ເທດໄທ ເຊິ່ງເປັນ​ເຈົ້າ​ຂອງ​ແຊ໋ມ ຊີ​ເກ​ມ , ທີມ​ເຕະ​ບານ ລຸ້ນອາຍຸບໍ່ເກີນ 23 ປີ ຫຼື U23 ຊາດ​ໄທ ເຖິງ​ແມ່ນ​ເຕັມ​ໄປ​ດ້ວຍ​ປະ​ສົບ​ການໃນ​ການ​ລົງ​ສະ​ໜາມ​ແຂ່ງ​ຂັນ ​ລາຍ​ການ​ໃຫຍ່​ກໍ​ຕາມ, ແຕ່ ນັດທີ່​ຂ້ອຍ ໄປ​ນະ​ຄອນ​ຫລວງ ບາງກອກ ຕິດ​ຕາມ​ການ​ແຂ່ງ​ຂັນ​ເຕະ​ບານ​ນັດ​ມິດ​ຕະ​ພາບ​ລະ​ຫວ່າງ ທີມ​ຊາດ​ໄທ ແລະ ສ. ອາຣັບເອເມີເຣດ ເຫັນ​ວ່າ ທີມ​ເຕະ​ບານ​ໄທ​ນຳ​ໃຊ້​ຜູ້​ຫລິ້ນ ​ລົງ​ສະ​ໜາມ ຄົນ​ໜຸ່ມ​ນ້ອຍ​ມີ​ໜ້ອຍ​ທີ່​ສຸດ. ໃນ​ທີມ​ເຕະ​ບານ​ແຫ່ງ ຊາດທີ່​ລົງ​ສະ​ໜາມ​ແຂ່ງ​ຂັນ ໃນ​ຄັ້ງ​ນັ້ນ ​ແມ່ນ​ລຸ້ນ​ລາວ​ຄາວ​ດຽວ​ກັບ ກຽດ​ຕິ​ສັກ ແລະ ນັກ​ກິ​ລາ​ຄົນ​ອື່ນໆ. ອາດ​ເວົ້າ​ໄດ້​ວ່າ ມາ​ຮອດ​ປະ​ຈຸ​ບັນ, ທີມ​ເຕະ​ບານ U 23 ໄທ ເປັນ​ທີມ​ທີ່​ໜ້າ​ຢຳເກງ ກ່ອນ​ໝູ່​ໃນ​ຫລາຍ​ທີມ. ຈາກ​ນັ້ນ ກໍ​ແມ່ນ​ທີມ​ເຕະ​ບານ ສິງ​ກະ​ໂປ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ ຊຶ່ງ​ຍັງ​ເປັນ​ອີກ​ເວ​ລາ​ປະ​ມານ ເກືອບສອງ​ເດືອນ ກິ​ລາ ຊີ​ເກ​ມຈະ​ເລີ່ມ​ຕົ້ນ​ເປີດ​ການ​ແຂ່ງ​ຂັນ ແລະ ທຸກ​ບັນ​ຫາ ​ອາດ​ມີ​ການ​ປ່ຽນ​ແປງ​ໄດ້ , ເຖິງວ່າ​ພວກ​ເຮົາໄດ້ກະ​ກຽມດີ , ມີ​ບາງ​ກໍ​ລະ​ນີ ອາດ​ຈະ​ມີການ​ບາດ​ເຈັບ​ກ​ອ່ນ​ລົງ​ແຂ່ງ​ຂັນ​ກໍ​ໄດ້”.
ທ່ານ ຣິເອວ ຍັງໄດ້ກ່າວ​ເຖິງ​ແຕ່​ລະ​ທີມ​ເຕະ​ບານ ວ່າອາດ​ຈະ​ມີການ​ພິກລັອກ​ຂຶ້ນ​ໄດ້​ກໍ​ມີ , ແຕ່​ໂດຍ​ລວມ ເມື່ອຫລິ້ນ​ຢູ່ເດີ່ນ​ແຂກ ທີມ​ເຕະ​ບານ U 23 ຫວຽດ​ນາມ ແນ່ນອນ​ອາດ​ຈະ​ເອົາ​ຊະ​ນະ ສິງ​ກະ​ໂປ, ອິນ​ໂດ​ເນ​ເຊຍ ໄດ້ ຊຶ່ງ​ຂ້​ອຍ​ເຊື່ອ​ແນ່​ວ່າ ທີມ​ເຕະ​ບານ ຫວຽດ​ນາມ ຈະ​ພົບ​ກັບ​ທີມ​ເຕະ​ບານ​ໄທ 50/50 ໃນ​ຮອບ​ກ່ອນ​ຮອງ​ຊະ​ນະ​ເລີດ . ຖ້າ​ປີ​ນີ້ ການ​ແຂ່ງ​ຂັນ​ຊີ​ເກ​ມ ບໍ່​ໄດ້​ຈັດ​ຂຶ້ນ​ທີ່​ປະ​ເທດ​ໄທ ຂ້ອຍ​ເຊື່ອ​ແນ​່ວ່າ ຈະ​ນຳພາ​ທີມ​ເຕະ​ບານ​ຫວຽດ​ນາມ​ໄປ​ສູ່​ຮອບ​ຊີງ​ຊະ​ນະ​ເລີດ​ໃຫ້​ໄດ້ , ນັ້ນ​ກໍ​ຄື​ບັນ​ດາ​ທ່ານ​ຮັບ​ຮູ້​ແລ້ວ​ວ່າ: ຢູ່​ປະ​ເທດ​ໃດ​ກໍ​ແລ້ວ​ແຕ່ ເຈົ້າ​ພາບ​ລ້ວນ​ແຕ່ ໄດ້​ປຽບ​ສູງ. ເຖິງທີມເຕະ​ບານ U23 ຫວຽດ​ນາມອາດ​ຈະເສຍ​ປຽບ ທາງ​ດ້ານ​ສະ​ໜາມ​ແຂ່ງ​ຂັນ, ແຕ່ຖ້າ ກຳ​ມະ​ການຕັດ​ສິ​ນຢ່າງ​ຍຸຕິທຳ , ຂ້ອຍ​ກໍ​ເຊື່ອ​ໝັ້ນວ່າ​ຈະ​ພາ​ທີມ​ເຕະ​ບານ U23 ຫວຽດນາມໄປ​ສູ່ຈຸດ​ສູງສຸດນັ້ນ ຄື ເອົາຫລຽນ​ຄຳ​ຊີ​ເກ​ມ ມາ​ຄອງ.


   ກັບສາລະບານກິລາ                                                                                                                  ກັບຫນາ້ພາສາລາວ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446