​​ເທ​ຄັວນ​ໂດ​ໄດ້1​ຫຼຽນ​ຄຳ3​ຫຼຽນ​ທອງ​ໃນ​ກິລາ​ອາ​ຊຽນ


* ນີ້ກໍ​ຖື​ວ່າ​ເປັນ​ຂີດ​ໝາຍ​ອັນ​ສຳ ຄັນໃນ​ວົງ​ການ​ກິລາ​ບ້ານ​ເຮົາທີ່ເລີ່​ມ​ແຕກ​ໜໍ່​ຈໍ່​ແໜງ​ຂຶ້ນມາຄຶ້ກ​ຄື້ນຢ່າງ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ແລ້ວ​ວ່າການ​ແຂ່ງຂັນ
​ ກິລາແຕ່ລະ​ປະ​ເພດນັບ​ມື້​ນັບ​ໄດ້​ເປີດ​ກວ້າງ​ແລະ​ຂະຫຍາຍ​ຫລາຍ ໄປ​ທຸກ​ມູມ.​ ບັນດາ​ສຳນັກງານ​ ອົງ ການຈົນ​ລົງ​ໄປ​ສູ່​ບ້ານ​ເຂດ​ຫ່າງ​ໄກ​ສອກຫລີກທີ່​ມີ​ເງື່ອນ​ໄຂ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ຖ້າ​ຈະ​ເວົ້າ​ແລ້ວ​ວົງ​ການ​ກິລາ​ບ້ານ​ກໍ​ຄ່ອຍ​ຫຍັບ​ເຂົ້າໃກ້ ຫາ​ກິລາ​ໂລກທຸກ​ໄລຍະຊຶ່ງ​ມັນສະ​ແດງ​ອອກ​ໃນ​ການ​ແຂ່ງຂັນ​ເຊັ່ນ: ກິລາ​ຊີ​ເກ​ມ, ອາ​ຊຽນ​ເກ​ມ​ແລະກິລາ​ອື່ນໆ​. ອັນ​ທີ່ເຫັນ​ໄດ້​ແຈ້ງ​ຄືເມື່ອ​ມໍ່ໆ ມານີ້ທີມນັກ​ກິລາ​ເທ​ຄວັນ​ໂດ​ຂອງ​ລາວ​ມີ​ເກ​ມການ​ຫລິ້ນ ທີ່​ດີ​ສາມາດ​ຍາດ​ໄດ້ 1 ຫລຽນ​ຄຳ ​ແລະ 3 ຫລຽນ​ທອງ​ໃນ​ການ​ແຂ່ງຂັນ​ເທ​ຄວັນ​ໂດ​ຊີງ​ແຊ໋ມອາ​ຊຽນຄັ້ງທີ 8 ທີ່​ນະຄອນໂຮ່ຈີ່​ມີນ ສສ. ຫວຽດນາມ​ເຊິ່ງ​ຈັດ​ຂຶ້ນ​ໃນ​ຫວ່າງ​ວັນ​ທີ 10- 14 ຕຸລາ 2007 ນີ້. ບັນດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ ຂັນ​ກິລາ​ເທ​ຄວັນ​ໂດ​ຊີງ​ແຊ໋ມອາ​ຊຽນ ຄັ້ງນີ້ ປະກອບ​ມີ 7 ປະ​ເທດ​ຄື: ປະ​ເທດມາ​ເລ​ເຊຍ, ຟິລິບ​ປິນ, ສິງກະ​ໂປ, ກຳປູ​ເຈຍ,​ໄທ, ຫວຽດນາມ ​ແລະ​ລາວ.
ຕາມ​ພາກສ່ວນ​ກ່ຽວຂ້ອງ​ແຈ້ງ​ໃຫ້​ຮູ້​ວ່າ: ທີມນັກ​ກິລາ​ທີ່​ສົ່ງ​ເຂົ້າ​ຮ່ວມ​ມີ​ຈຳນວນ 8 ຄົນ​ລວມມີ 2 ລຸ້ນຄື: ລຸ້ນ​ເຍົາວະ​ຊົນ ​ແລະ​ຊາວ​ໜຸ່ມ. ສາມາດ​ຍາດ​ໄດ້​ 1 ຫລຽນ​ຄຳຈາກ​ລຸ້ນຊາວ​ໜຸ່ມ ​ໂດຍ​ແມ່ນ ທ້າວ​ພຸດທະ​ສອນ​ທຳ​ມະ​ວົງ ​ແລະ 1 ຫລຽນ​ທອງ ຈາກ​ທ້າວ​ພຸດ​ທະ​ວົງ​ອຸດທະ​ຈັກ ສ່ວນ​ລຸ້ນ​ເຍົາວະ​ຊົນ​ກໍ​ໄດ້ 2 ຫລຽນ​ທອງ​ຈາກຄື​ທ້າ​ວ ບຸນ​ເລີດ​ດາລາ​ສານ ​ແລະ​ທ້າວ​ສີສະ​ຫວັນ​ແກ້ວ​ໄຊ​ຍະ​ເດດ. ການໄດ້ຮັບ​ຫລຽນ​ຕ່າງໆມາ​ໄດ້ກໍ​ຖື​ວ່າ​ເປັນ​ໃບ​ໜ້າ​ໃບຂອງ​ປະ​ເທດ​ຊາດໂດຍ​ສະ​ເພາະ​ວົງ​ການ​ກິລາ​ເທ​ຄວັນ​
ໂດ​ຂອງ​ລາວ​ໃຫ້​ຊາວ​ໂລກ​ໄດ້​ຮັບ​ຮູ້; ນອກ ຈາກ​ນີ້ຜົນ​ໄດ້​ຮັບຫລື​ປະສົບ​ການ​ຄັ້ງນີ້ເປັນບົດຮຽນ​ທີ່​ດີ​ເພື່ອ​ໄປ​ແຂ່ງ ຂັນ​ໃນ​ຄັ້ງຕໍ່​ໄປ​ໂດຍ​ສະ​ເພາະ​ແມ່ນ​ຈະ​ກະກຽມ​ເຂົ້າຮ່ວມ​ການ​ແຂ່ງຂັນ​ໃນ​ຊີ​ເກ​ມຄັ້ງທີ 24 ທີ່​ປະ​ເທດ​ໄທ​ເປັນ​ເຈົ້າ ພາບ​ໃນ​ທ້າຍ​ປີນີ້ ແລະ​ສະຫະພັນ​ເທ​ຄວັນ​ລາວ​ກໍຫວັງວ່າ​ຈະ​ໄດ້ຫລຽນ​ຄຳ​ຕື່ມ​ອີກ./.

 
   ກັບສາລະບານກິລາ                                                                                                                  ກັບຫນາ້ພາສາລາວ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446