​ເຕະບານ​ຊິງ​ຂັນ​ພະນພທ່ານ​ນາຍົກ​ລັດ​ຖະ​ມົນຕີ​ເຂົ້າ​ຮອບ8​ທີ​ມສຸດ​ທ້າຍ

* ມາ​ເຖິງ​ປະ​ຈຸ​ບັນ ການ​ແຂ່ງ​ຂັນ ເຕະ​ບານ​ຊີງ​ຂັນ ​ພະ​ນະ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ສ​ປ​ປ​ລາວ ຄັ້ງ​ທີ IV ປີ 2007 ເພື່ອເປັນ​ການ​ສະ​ເຫລີມ​ສະ​ຫລອງ ການ​ສ້າງ​ຕັ້ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ຄົບ​ຮອບ 32 ປີ ແລະ ທັງ​ເປັນ​ການ​ພັດ​ທະ​ນາ​ວົງ​ການ ກິ​ລາ​ເຕະ​ບານ ລາວ​ໃຫ້​ນັບ​ມື້​ນັບ​ມີ​ຄຸນ​ນະ​ພາບ​ດີ​ຂຶ້ນ, ກຽມ​ປັດ​ໄຈ​ກ້າວ​ສູ່​ການ​ເປັນ​ເຈົ້າ​ພາບ​ຊີ ເກມ 2009 ຢ່າງ​ສຳ​ເລັດ​ຜົນ​ດີນັ້ນ ພວມ​ດຳ​ເນີນ​ໄປ​ດ້ວຍ​ບັນ​ຍາ​ກາດ​ອັນ​ຄຶກ​ຄື້ນ ແລະມີ​ຄວາມ​ໝາຍ, ​ຫລາຍໆ​ທີມ​ເຕະ​ບານ ກໍ​ສາ​ມາດ​ເອົາ​ຊະ​ນະ​ຄູ່​ຕໍ່​ສູ້ ເຂົ້າ​ສູ່​ຮອບ II ໄດ້​ຢ່າງ​ສຳ​ເລັດ​ຜົນ​ດີ.
ທ່ານ ​ກະ​ເສມ ອິນ​ທິ​ລາດ ປະ​ທານ​ສະ​ຫະ​ພັນ​ເຕະ​ບານ​ແຫ່ງ​ຊາດ​ລາວ ໄດ້​ຈັດຖະ​ແຫລງ​ຂ່າວ ກ່ຽວ​ກັບ ການ​ແຂ່ງ​ຂັນ​ເຕະ​ບານ​ຊີງ​ຂັນ​ພະ​ນະ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຕໍ່​ສື່​ມວນ​ຊົນ​ທຸກ​ຂະ​ແໜງ​ການຊາບ​ເມື່ອ​ທ້າຍ​ອາ​ທິດ​ຜ່ານ​ມາ​ນີ້ ທີ່​ສະ​ຫະ​ພັນ​ເຕະ​ບານ​ແຫ່ງ​ຊາດຫ້ວຍ​ຫົງ ນະ​ຄອນ​ຫລວງວຽງ ຈັນ​ວ່າ:ການ​ແຂ່ງ​ຂັນ​ແຂ່ງ​ຂັນ​ເຕະ​ບານ ຊີງ​ຂັນ​ພະ​ນະ​ທ່ານ​ນາ​ຍົກ ໃນ​ຄັ້ງ​ນີ້ເພື່ອ​ເປັນ​ການ​ປຸກ​ລະ​ດົມ​ຂະ​ບວນ​ການ​ເຕະ​ບານ​ຂອງ ສ​ປ​ປ​ລາວ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ໂດຍ​ພວກ​ເຮົາ​ຈະ​ຈັດ​ເປັນ 2 ບັ້ນ, ບັ້ນ​ໜຶ່ງ​ແມ່ນ ແມ່ນ​ເປັນ​ການ​ຄັດ​ເລືອກ ຢູ່​ໃນ​ເຂດ​ຕ່າງໆ ເຊິ່ງ​ພວກ​ເຮົາ​ໄດ້​ແບ່ງ​ເປັນ 5 ເຂດຄື: ເຂດ​ທີ I ພາກ​ເໜືອ ມີ ແຂວງ ອຸ​ດົມ​ໄຊ ເປັນ​ເຈົ້າ​ພາບ​ໃນ​ນີ້​ປະກອບ​ມີ​ 4 ແຂວງ ຄື ແຂວງ ອຸ​ດົມ​ໄຊ, ຫລວງ​ນ້ຳ​ທາ, ບໍ່ແກ້ວ ແລະ ແຂວງ ຜົ້ງ​ສາ​ລີ. ເຂດ II ກໍ​ແມ່ນ​ພາກ​ເໜືອ​ເຊັນ​ກັນ​ມີ ແຂວງ​ພະ​ບາງ​ ເປັນ​ເຈົ້າ​ພາບ, ໄຊ​ຍະ​ບູ​ລີ, ຊຽງ​ຂວາງ ແລະ ຫົວ​ພັນ. ນະ​ຄອນ​ຫລວງ ​ຈັນ ເຂດ III ເອົາ​ລະ​ດັບ ສາຍ ກ ມີ 8 ຄະ​ນະ​ ຄື ກະ​ຊວງ ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ໄປ​ສະ​ນີ ແລະ ກໍ່ ສ້າງ, ວິ​ທະ​ຍາ​ໄລ​ລາວ ອາ​ເມ​ລິ​ກາ, ກະ​ຊວງ​ປ້ອງ​ກັນ​ຊາດ, ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ສະ​ໂມ​ສອນ​ມຸນເດີ​ໄນ, ກະ​ຊວງ​ຖະ​ແຫລງ​ຂ່າວ ແລະ ວັດ​ທະ​ນະ​ທຳ, ນະ​ຄອນ​ຫລວງ ແລະ ທະ​ນາ​ຄານ. ເຂດ IV ມີ 3 ແຂວງ ໂດຍ​ແມ່ນ​ແຂວງ​ບໍ​ລິ​ຄຳ​ໄຊ ເປັນ​ເຈົ້າ​ພາບ. ຢູ່​ໃນ​ເຂດ 4 ເຊິ່ງ ປະກ​ອບ​ມີ ​ແຂວງ​ຄຳ​ມ່ວນ ແລະ ສະ​ຫວັນ​ນະ​ເຂດ.ເຂດ​ນີ້ຂາດ​ແຂວງ​ວຽງ​ຈັນ ເພາະ​ຍັງ​ຢູ່​ໃນ​ໄລຍະ​ຫ້າມ​ລົງ​ແຂ່ງຂັນ​ເປັນ​ເວລາ 2 ປີ; ​ເນື່ອງ​ຈາກ​ຄັ້ງ​ຜ່ານ​ມາ ທີ​ມນີ້ບໍ່​ໄດ້​ແຂ່ງ ຂັນ​ສຸດ​ກົກ​ສຸດ​ປາຍ. ເຂດ​ພາກ​ໃຕ້ ຈະ​ມີ​ແຂວງ​ອັດ​ຕະ​ປື​ເປັນ​ເຈົ້າ​ພາບ, ຈຳ​ປາ​ສັກ ແລະ ແຂວງ​ສາ​ລາ​ວັນ. ພາຍ​ຫລັງ​ແຂ່ງ​ຂັນ​ຮອບ​ຄັດ​ເລືອກ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ​ຈະ​ມາ​ແຂ່ງ​ຂັນ​ໃນ​ຮອບ​ທີ II ຢູ່​ນະ​ຄອນ​ຫລວງວຽງ​ຈັນ ເລີ່ມ​ຕັ້ງ​ແຕ່ ວັນ​ທີ 20 ເຖິງ ວັນ​ທີ 30 ພະຈິກ ເປັນ​ມື້​ຊີງ​ຊະ​ນະ​ເລີດ ຊຶ່ງ​ຈະ​ໄດ້​ແບ່ງ​ເປັນ ສອງ​ສາຍ​ແຂ່ງ​ຂັນ​ພົບ​ກັນ​ໝົດ ສາຍ​ລະ 4 ທີມ ໂດຍ​ຈະ​ເອົາ 4 ທີມ​ຂອງ​ນະ​ຄອນ​ຫລວງ ຢູ່​ຄົນ​ລະ​ສາຍ ໂດຍ ເອົາ ວິ​ທະ​ຍາ​ໄລ ລາວ ອາ​ເມ​ລິ​ກາ​ຢູ່ ສາຍ 1 ແລະ ນະ​ຄອນ​ຫລວງ​ຢູ່ ອີກ​ສາຍ​ໜຶ່ງ; ຈາກ​ນັ້ນ ຈະ​ເລືອກ​ເອົາ​ທິມ​ ທີ່​ມີ​ຄະ​ແນນ​ດີ ອີກ ສອງ​ທີມ ​ຊັບ​ຊ້ອນ​ໃນ​ແຕ່​ລະ​ສາຍ ແລະ ຈະ​ເອົາ​ຜູ້​ຊະ​ນະ​ເລີດ​ບັນ​ດາ​ແຂວງ​ຕ່າງໆ​ທີ່​ຄັດ​ເລືອກ​ມາ​ໄດ້​ນັ້ນ ໄປ​ຈົກ​ສະ​ຫລາກ​ໃສ່​ຢູ່​ໃນ​ສອງ​ສາຍ​ນີ້ ແລະ ຈະ​ແຂ່ງ​ຂັນ​ແບບ​ພົບ​ກັນ​ໝົດເລືອກ​ເອົາ​ທີມ​ມີ​ຄະ​ແນນ​ດີ ເຂົ້າ​ສູ່​ຮອບ​ກ່ອນ​ຮອງ​ຊະ​ນະ​ເລີດ. ສຳ​ລັບ​ໃນ​ຮອບ​ເຂົ້າ​ສູ່ ຊີງ​ຊະ​ນະ​ເລີດ​ນັ້ນ ຈະ​ເອົາ​ທີ I ຂອງ​ສາຍ ກ ມາ​ແຂ່ງ​ຂັນ​ກັບ ທີ II ຂອງ​ສາຍ ຂ ແລະ ເອົາ ທີ I ຂອ​ງສາຍ ຂ ມາ​ແຂ່ງ​ຂັນ ກັບ ທີ II ຂອງ​ສາຍ ກ ແລະ ການ​ແຂ່ງ​ຂັນ​ໃນ ປີ​ນີ້ ຈະແຕກ​ຕ່າງ​ກັບ​ປີ​ຜ່ານ​ມາ ຄື: ການ​ແຂ່ງ​ຂັນ​ແມ່ນ​ພວກ​ເຮົາ​ເປີດ ກວ້າງ​ເອົາ​ລະ​ດັບ​ບັນ​ດາ​ນັກ​ກິ​ລາ​ທີ່​ມີ​ສີ​ມື​ຕ່າງໆ ແລະ ກໍ​ສາ​ມາດ​ເອົາ​ນັກ​ກິ​ລາ​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ແຂ່ງ​ຂັນ​ໄດ້ 5 ຄົນ ໃນ​ແຕ່​ລະ​ນັດ ແມ່ນ​ລົງ​ສະ​ໜາມ​ໄດ້ 3 ຄົນ ແລະ ຢູ່ຕ່າງ​ແຂວງກໍສາ​ມາດ​ເອົາ​ນັກ​ກິ​ລາ​ຢູ່​ແຂວງ ແລະ ເຂດ​ຂອງ​ເຂົາ​ເຈົ້າ​ເຂົ້າ​ມາ​ປະ​ສານ​ສົມ​ທົບ​ໄດ້ ເພື່ອ​ມາ ແຂ່ງ​ຂັນ​ຢູ່​ນະ​ຄອນ​ຫລວງ. ເພື່ອ​ເພີ່ມ​ສີ​ສັນ​ໃຫ້​ການ​ແຂ່ງ​ຂັນ ເຕັມ​ໄປ​ດ້ວຍ ເຕັກ​ນິກ ກໍ​ຄື​ຄຸນ​ນະ​ພາບ​ໃໝ່.
ສຳ​ລັບ​ຕໍ່​ກັບ​ງົບ​ປະ​ມານ​ໃນ​ການ​ໃຊ້​ຈ່າຍ​ເຂົ້າ​ໃນ​ການ​ແຂ່ງ​ຂັນ​ຄັ້ງ​ນີ້ ທ່ານ ບຸນ​ກັນ ກຸນ​ລະ​ບຸດ ຫົວ​ໜ້າ​ການ​ຕະ​ຫລາດ​ບໍ​ລິ​ສັດ​ເບຍ​ລາວ​ໄດ້​ກ່າວ​ວ່າ: ການ​ແຂ່​ງ​ຂັນ​ໃນ​ຄັ້ງ​ນີ້ ພວກ​ເຮົາ​ໄດ້​ຈັດ ອອກ​ເປັນ​ແຕ່​ລະ​ພາກ ແລະ ກໍ​ໄດ້​ເພີ່ມ​ເງິນ​ລາງວັນ​ໃຫ້​ແກ່ ທີມ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ ພ້ອມ​ທັງ​ມີ​ການ​ຈັດ​ກິດ​ຈະ​ກຳ ມອບ​ໂຊກ​ໃຫ້​ແກ່​ຜູ້​ຖືກ​ທວາຍ​ຜົນ​ການ​ແຂ່ງ​ຂັນ ຄາດ​ວ່າ ລາງວັນ​ທີ່ I ຈະ​ເປັນ​ຄຳ ມີ​ນ້ຳ​ໜັກ 5 ບາດ ແລະລາງ​ວັນ​ອື່ນໆ​. ຕໍ່​ກັບ​ການ​ແຂ່ງ​ຂັນ ​ ພວກ​ເຮົ​າ​ໄດ້​ສະ​ໜັບ​ສະ​ໜູນປະ​ມານ ເຖິງ 700 ລ້ານ​ກີບ; ນັບ​ຕັ້ງ​ແຕ່​ລາຍ​ຈ່າຍ ການ​ແຂ່ງ​ຂັນໃນ​ຮອບ​ຄັດ​ເລືອກ​ຈົນ​ເຖິງ​ຮອບ​ຊີງ​ຊະ​ນະ​ເລີດ ຊຶ່ງມາ​ເຖິງ​ປະ​ຈຸ​ບັນ ການ​ແຂ່ງ​ຂັນ​ໃນ​ຮອບ​ທຳ​ອິດ ໃນ​ຫລາຍ ພາກ​ກໍ​ໄດ້​ແຂ່ງ​ຂັນ​ສຳ​ເລັດ​ເປັນ​ທີ່ ຮຽບ​ຮ້ອຍ; ໃນ​ນີ້ ເຂດ III ເອົາ​ລະ​ດັບ​ສາຍ ກ ທີມ​ເຕະ​ບານ ນະ​ຄອນ​ຫລວງວຽງ ເອົາ​ຊະ​ນະ ທີມ​ເຕະ​ບານ ກ/ຊ ຖະ​ແຫລ່ງ​ຂ່າວ ແລະ ວັດ​ທະ​ນະ​ທຳ ດ້ວຍ​ການ​ຍິງລູກ​ຈຸດ​ໂທດ , ລາວ-ອາ​ເມ​ລິ​ກາ ຊະ​ນະ ມຸນ​ເດີ​ໄນ​ 2/1; ກ/ຊ ຄ​ຂ​ປກ ຊະ​ນະ ກອງ​ທັບ 2/1 ແລະ ທີມ​ເຕະ​ບານ ທະ​ນາ​ຄານ ເອົາ​ຊະ​ນະ ກ/ຊ ປ້ອງ​ກັນ​ຄວາມ​ສະ​ຫງົບ 1/ 0 . ສ່ວນ ຢູ່ ເຂດ​ພາກ​ເໜືອ ແຂວງ ອຸ​ດົມ​ໄຊ ແລະ ຫລວງ​ພະ​ບາງ ກໍ​ໄດ້​ເຂົ້າ​ສູ່ ຮອບ 8 ທີມ​ສຸດ​ທ້າຍ ແລະ ອີກ​ໃນ​ສອງ​ພາກ ຈະ​ນຳ​ຜົນ​ມາ​ແຈ້ງ​ໃຫ້​ຊາບ​ຕາມ​ພາຍ​ຫລັງ.
ການ​ແຂ່ງ​ຂັນ​ໃນ​ຮອບ 8 ທີມສຸດ​ທ້າຍຈັດ​ຂຶ້ນ ໃນ​ລະ​ຫວ່າງວັນ 20 -30 ຕຸ​ລາ 2007 ທີ່ ສະ​ໜາມ​ກິ​ລາ​ແຫ່ງ​ຊາດ​ນະ​ຄອນ​ຫລວງວຽງ​ຈັນ.

 
   ກັບສາລະບານກິລາ                                                                                                                  ກັບຫນາ້ພາສາລາວ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446