​ເປີດ​ແລ້ວ​​ເຕະບານ​ຊິງ​ຂັນ​ປະທານ​ຄະນະ​ກຳມະການ​ກວດກາ​ສູນ​ກາງ​ພັກ


ການ​ເປີດ​ການ​ແຂ່ງຂັນ​ກິ ລາເຕະບານ​ຊີງ​ຂັນ​ປະທານ​ຄະນະ​ກຳມະການ​ກວດກາ​ສູນ​ກາງ​ເພື່ອ​ເປັນ​ການ​ສ້າງ​ຂະ​ບວນການ​ຂ່ຳນັບ​ຮັບ​ຕ້ອນ​ວັນຊາດ​ທີ 2 ທັນວາ​ທີ່​ຈະ​ໝູນວຽນ​ມາ​ບັນຈົບ​ຄົບ​ຮອບ 32 ປີ​ທີ່​ຈະ​ເຖິງ​ນີ້, ທັງເປັນ​ການ ຕ້ອນ ຮັບ​ກອງ​ປະຊຸມ​ວຽກ​ງານ​ກວດກາ​ປະຈຳ​ປີ 2007- 2008 ທີ່​ຈະ​ໄຂ​ຂຶ້ນ​ໃນຕໍ່ໜ້າ ​ແລະ​ ສິ່ງສຳຄັນແມ່ນ​ເປັນ​ສ້າງສາ​ຍພົວພັນ ​ແລະ ​ຜູກ​ແໜ້ນ​ຄວາມ​ສາມັກຄີ​ລະ​ຫວ່າງ​ນັກ​ກິລາ​ຂອງ​ຄະນະ​ກຳມະການ​ກວດກາ​ສູນ​ກາງ​ກັບ​ນັກ​ກິລາ​ບັນດາ​ກະ ຊວງ, ​ອົງການ, ບໍລິສັດ ​ແລະ​ ລັດ​ວິ​ສາ​ຫະກິດ​ຕ່າງ​ໆ​ອ້ອມຂ້າງ​ສູນ​ກາງ​ໃຫ້​ນັບ​ມື້​ແໜ້ນ​ແຟ້ນຍິ່ງໆ​ຂຶ້ນ.
ການ​ແຂ່ງຂັນ​ໄດ້​ເລີ່​ມມີ​ໃນ ​ວັນ​ທີ 24 ຕຸລາ​ ຫາ​ວັນ​ທີ 30 ພະຈິກ​ຢູ່​ທີ່​ເດີ່ນບານ​ຄະນະ​ກຳມະການ​ກວດ ກາ​ສູນ​ກາງ ນະຄອນຫຼວງວຽງ ຈັນ, ​ໂດຍ​ມີ 12 ທີມ​ເຂົ້າ​ຮ່ວມ​ຄື: ທີມ​ເຕະບານ​ຂອງ​ຄະນະ​ກຳມະການ​ກວດກາ​ສູນ​ກາງ(​ເຈົ້າພາບ), ຫ້ອງ​ວ່າການ​ສູນ​ກາງ​ພັກ, ຄະນະ​ຈັດ ຕັ້ງສູນ​ກາງ, ສຳນັກງານ​ນາຍົກ ລັດຖະມົນຕີ, ກະຊວງ​ພະລັງງານ​ບໍ່​ແຮ່, ໜັງສື​ພິມປະຊາຊົນ, ບໍລິສັດ​ເຊື້ອ​ໄຟ​ລາວ, ລັດ​ວິ​ສາ​ຫະກິດ​ໂທ ລະ​ຄົມ​ລາວ, ບໍລິສັດ​ປະສົມ​ລາວ​ໂທລະ​ຄົມ​, ບໍລິສັດ​ເຊື້ອ​ໄຟ​ອິນດູຈີນ, ລັດ​ວິ​ສາ​ຫະກິດ​ຫວຍ​ກິລາ​ລາວ​ແລະ​ ກົມ​ພາສີ. ການ​ແຂ່ງຂັນ​ໄດ້​ແບ່ງ​ອອກ​ເປັນ 4 ສາຍ ​ແຕ່​ລະສາຍ​ມີ 3 ທີມ. ລາງວັນ​ການ​ແຂ່ງຂັນ​ແບ່ງ​ເປັນ 4 ລາງວັນ ຄື ທີມຊະນະ​ເລີດ​, ຮອງ​ຊະນະ​ເລີດ​ແລະ​ ທີ 3 ໄດ້​ຮັບ​ຂັນ​ໜຶ່ງ​ໜ່ວຍ​ ພ້ອມດ້ວຍເງິນ ສົດ​ຈຳນວນ​ໜຶ່ງ, ທີ 4 ຈະ​ໄດ້​ຮັບ​ເງິນສົດ. ສ່ວນ​ທີມທີ່​ຕົກ​ຮອບ​ຈະ​ໄດ້​ຮັບ​ລາງວັນ​ຊົມ​ເຊີຍ.
ຄູ່​ເປີດ​ສະໜາມ​ລະຫວ່າງ​ທີມ​ເຕະບານ​ຄະນະ​ກຳມະການ​ກວດ ກາ​ສູນ​ກາງ​ (​ເຈົ້າພາບ) ພົບ​ກັບ​ໜັງ ສື​ພິມປະຊາຊົນ ຊຶ່ງ​ດຳ​ເນີນ​ໄປ​ຢ່າງ​ດຸ​ເດືອດ​ປ່ຽນ​ກັນ​ບຸກປ່ຽນ​ກັນ​ຮັບ​ ​ໃນ ທີ່ສຸດ ​ໜັງສື​ພິມປະຊາຊົນ ເຊິ່ງມີ ຄວາມວ່ອງໄວ ແລະ ຄຸມບານໄດ້ດີ ກວ່າ​ກໍ​ສາມາດ​ຍິງ​ປະຕູ​ນຳ​ຂຶ້ນ ກ່ອນ ເປັນ 1 ປະຕູ ຕໍ່ 0. ຫຼັງຈາກ ນັ້ນ ທີມ ຄະນະ​ກຳມະການກວດກາ​ສູນ​ກາງກໍອອກແຮງໜັກຂຶ້ນ ພ້ອມ ທັງ ປັບປ່ຽນກົນລະຍຸດກັນໃໝ່ ທັງ ໃນການເຂົ້າບານ ແລະ ສົ່ງບານ ກໍ ແມ່ນຢຳຂຶ້ນ ຈຶ່ງສາມາດຕີ​ໄຂ່​ແຕກ ຕາມຂຶ້ນມາເປັນ 1 ປະຕູ ຕໍ່ 1. ຈາກ ນັ້ນ ການແຂ່ງຂັນກໍເຂັ້ມຂຸ້ນຂຶ້ນ ເຊິ່ງຕ່າງຝ່າຍຕ່າງບຸກ ແລະ ຕັ້ງ ຮັບໄດ້ເປັນຢ່າງດີ ຈົນໃນທີ່ສຸດ ຝ່າຍໜັງສື​ພິມປະຊາຊົນ​ ເຊິ່ງມີພະ ລະກຳລັງ ແລະ ທັກສະດີກວ່າ ກໍ ເປັນຝ່າຍຍິງ​ປະຕູຄູ່ຕໍ່ສູ້ ນຳ​ຫ່າງ ມາເປັນ 3 -1. ຈົບ​ເກ​ມການ​ແຂ່ງ ຂັນ 90 ນາທີ​ ​ໜັງສື​ພິມປະຊາຊົນ​ຊະ ນະ​ເຈົ້າພາບ ກຽມເຂົ້າສູ່ຮອບ​ຕໍ່​ໄປ ໄດ້ຢ່າງງົດງາມ./.

 
   ກັບສາລະບານກິລາ                                                                                                                  ກັບຫນາ້ພາສາລາວ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446