* ຍັງອີກປະມານ 20 ກວ່າວັນ, ການແຂ່ງຂັນເຕະບານຊີງຂັນ ພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປລາວ ຄັ້ງທີ IV ປະຈຳປີ 2007 ເພື່ອເປັນການສະເຫລີມສະຫລອງ ວັນຊາດທີ 2 ທັນວາ ຄົບຮອບ 32 ປີ ຮອບ 8 ທີມສຸດທ້າຍຈະໄດ້ເປີດການແຂ່ງຂັນຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນ 20 - 30 ພະຈິກ 2007 ທີ່ ສະໜາມກິລາແຫ່ງຊາດນະຄອນຫລວງວຽງຈັນ. ໜຶ່ງໃນທີມ ສາຍ ກ ນອນຢູ່ໃນເຂດ 3 ນະຄອນຫລວງວຽງຈັນ ກໍຄືທີມເຕະບານ ທະນາຄານ ທີ່ໄດ້ເອົາ ຊະນະ ທີມ ປກສ ຢ່າງຫວຸດຫວິດ 1 ຕໍ່ 0 ເຂົ້າສູ່ຮອບ II ຄັ້ງທຳອິດດ້ວຍຜົນສຳເລັດ . ຕໍ່ກັບການນຳທີມເຕະບານ ທະນາຄານ ເຂົ້າມາເຖິງຈຸດນີ້ໄດ້ນັ້ນ, ຄູຝຶກ ທີມເຕະບານທະນາຄານໄດ