ຂ່າວກິລາ

ກິລາ​ແລ່ນ ​- ລານ ​ແຂ່ງຂັນ ​ແລະ​ຊີງ​ຫລຽນ​​ 12 ລາຍການ

(ຂປລ): ສະຫະພັນ ​ແລ່ນ-ລານ ​ໃນ​ງານ​ມະຫາ​ກຳກິ​ລາ​ແຫ່ງ​ຊາດ ​​ຄັ້ງທີ IX ຫລື​ໄກ່​ຜູ້​ໂອກ​ເກ​ມ ​ໃນ​ວັນ​ທີ 18 ທັນວາ 2011 ທີ່ ສະໜາມກິລາ​​ແຂວງ ​ນາ​ຫລວງ ​ໄດ້​ລົງ​ແຂ່ງຂັນ ​ແລະ ຊີງ​ໄຊ 12 ລາຍການ ​​​​​​​​​​​​​​​​:

ລາຍການ ​ເຕັ້ນ 3 ກ້າວ​ຍິງທີ1 ກະຊວງ​ປ້ອງ​ກັນ​ປະ​ເທດ, ທີ2 ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ທີ 3 ​ແຂວງ​ສະຫວັນ​ນະ​ເຂດ. ລາຍການ ​ເຕັ້ນ 3 ກ້າວ​ຊາຍ​ທີ 1 ​ແຂວງ​ບໍລິ​ຄຳ​ໄຊ, ທີ 2 ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ທີ 3 ​ແຂວງ​ສະຫວັນ​ນະ​ເຂດ. ລາຍການ ​​​ແຂ່ງຂັນ 400 ​ແມັດ ​ຮົ້ວ​ຍິງ ທີ 1 ນະຄອນຫລວງ​ວຽງ​ຈັນ, ທີ 2 ​ແຂວງ​ສະຫວັນ​ນະ​ເຂດ ​ແລະ ທີ 3 ​ນະຄອນຫລວງ​ວຽງ​ຈັນ. ລາຍການ ​​​ແຂ່ງຂັນ 400 ​ແມັດ ​ຮົ້ວ​ຊາຍ ທີ 1 ນະຄອນຫລວງ​ວຽງ​ຈັນ, ທີ 2 ​ແຂວງ​ສະຫວັນ​ນະ​ເຂດ ​ແລະ ທີ 3 ​​ແຂວງ​ບໍລິ​ຄຳ​ໄຊ. ລາຍການ​ແລ່ນ 200 ​ແມັດ​ຍິງ​ທີ 1 ​ແຂວງ​ສະຫວັນ​ນະ​ເຂດ, ທີ 2 ນະຄອນຫລວງ​ວຽງ​ຈັນ ​ແລະ ທີ 3 ​ແຂວງ​ສະຫວັນ​ນະ​ເຂດ.

ລາຍການ​ແລ່ນ 200 ​ແມັດ​ຊາຍ​ທີ 1 ​ແຂວງ​ຫລວງ​ພະ​ບາງ, ທີ 2 ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ທີ 3 ​ນະຄອນຫລວງ​ວຽງ​ຈັນ. ລາຍການ​ແລ່ນ 800 ​ແມັດ ​ຍິງ​ ທີ 1 ​ນະຄອນຫລວງ​ວຽງ​ຈັນ, ທີ 2 ​ແຂວງ​ສະຫວັນ​ນະ​ເຂດ ​ແລະ ທີ 3 ​​ແຂວງ​ຫລວງ​ພະ​ບາງ. ລາຍການ​ແລ່ນ 800 ​ແມັດ​ຊາຍ ​ທີ 1 ​ນະຄອນຫລວງ​ວຽງ​ຈັນ, ທີ 2 ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ທີ 3 ​​ແຂວງ​ຫລວງ​ພະ​ບາງ. ລາຍການ ​ແກ່ວ​ງຈານ ຍິງ​ທີ 1 ກະຊວງ​ປ້ອງ​ກັນ​ປະ​ເທດ, ທີ 2 ​ແຂວງ​ສະຫວັນ​ນະ​ເຂດ ​ແລະ ທີ 3 ນະຄອນຫລວງ​ວຽງ​ຈັນ. ລາຍການແກ່ວ​ງ ຈານ ຊາຍທີ 1 ນະຄອນຫລວງ​ວຽງ​ຈັນ, ທີ 2 ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ທີ 3 ​ແຂວງ​ສະຫວັນ​ນະ​ເຂດ. ລາຍການ​ແຂ່ງຂັນ​ຍ່າງ 5.000 ​ແມັດ​ຊາຍ ທີ 1 ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ທີ 2 ​ນະຄອນຫລວງ​ວຽງ​ຈັນ​​ ແລະ ທີ 3 ນະຄອນຫລວງ​ວຽງ​ຈັນ. ລາຍການ​ແຂ່ງຂັນ​ຍ່າງ 3.000 ​ແມັດ​ຍິງ ທີ 1 ນະຄອນຫລວງ​ວຽງ​ຈັນ, ທີ 2 ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​​ແລະ ທີ 3 ​ແຂວງ​ເຊ​ກອງ.

ສ່ວນ​ການ​ແຂ່ງຂັນ​ປິ່ງ​ປ່ອງ​ ໃນ​ວັນ​ທີ 18 ທັນວາ 2011 ທີ່​ສະໜາມກິລາ​ໃນ​ຮົ່ມ​ວິທະຍາ​ໄລຄູ ແຂ່ງຂັນ ​ແລະ ຊີງ​ໄຊ 2 ຄູ່​ຄື: ຄູ່​ຊາຍ ທີ 1 ​ແຂວງ​ຫລວງ​ພະ​ບາງ, ທີ 2 ​ແຂວງ​ບໍລິ​ຄຳ​ໄຊ ​ແລະ ທີ 3 ຮ່ວມກະຊວງ​ສຶກສາ​ທິການ ​ແລະ ກິລາ ​ແລະ ​ແຂວງ​ຈຳປາ​ສັກ. ຄູ່​ຍິງ ທີ 1 ​ແຂວງ​ຫລວງ​ພະ​ບາງ, ທີ 2 ​ແຂວງອຸດົມ​ໄຊ ​ແລະ ທີ 3 ຮ່ວມ ນະຄອນຫລວງ​ ວຽງ​ຈັນ ​ແລະ ​ແຂວງ​ຄຳ​ມ່ວນ.

 

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446