ສິ່ງທ່ີພວກຂອ້ຍໄດ້ຮັບ ຫລັງການຮັບໃຊ້ຊີເກມ
* ເຖິງວ່າຊີເກມ ຄັ້ງທີ 25 ໄດ້ ຜ່ານມາເປັນເວລາຫລາຍເດືອນແລ້ວ ,ແຕ່ຜູ້ຂຽນເອງກໍໄດ້ໄປພົບນ້ອງນັກສຶກສາທີ່ມາຮັບໃຊ້ຊີເກມ ຈຳ ນວນຫນຶ່ງ ຫລື ທີ່ເອີ້ນ ກັນວ່າ: LO ແລະ VO ແລະ ໄດ້ຖາມກຸ່ມນັກສຶກສາວ່າ:ພວກນ້ອງໄດ້ຫຍັງຈາກການຮັບໃຊ້ຊີເກມຄັ້ງ ທີ 25? ນັກສຶກສາຈຳນວນນີ້ຕ່າງກໍ ຕອບເປັນສຽງດຽວກັນວ່າ:ພາກ ພູມໃຈທີ່ສຸດທີ່ໄດ້ຮັບໃຊ້ເກມເພາະນັ້ນຄືການເກັບກ່ຽວປະສົບການອັນລ້ຳຄ່າ ເປັນຕົ້ນໄດ້ຮຽນ ຮູ້ວິທີການ ເຮັດວຽກຂອງແຕ່ລະຫນ່ວຍງານທີ່ຕົນສັບຊ້ອນຢູ່,ໄດ້ເຮັດວຽກຮ່ວມກັບຄົນຕ່າງປະເທດ ທີ່ມີຮີດຄອງປະເພນີແຕກຕ່າງຈາກບ້ານເຮົາທັງຍັງ ເປັນ ຕົວ ແທນໃຫ້ ແກ່ຄົນລາວນຳເອົາຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງລາວເຮົາເຜີຍສູ່ສາກົນຕື່ມອີກ. ສິ່ງສຳຄັນຄືໄດ້ຮຽນຮູ້ການເຮັດວຽກ ຮ່ວມ ກັນເປັນ ຫມູ່ຄະນະ,ຮູ້ໃຫ້ກຽດ,ໃຫ້ອະໄພ ແລະ ພ້ອມກັນແກ້ໄຂບັນຫາ ຫລື ອຸປະສັກທີ່ເກີດຂຶ້ນໂດຍສະຕິປັນຍາມຮ່ວມກັນ. ມີບາງຄຳເວົ້າທີ່ຫນ້າຍົກຍ້ອງ ຄືຖ້າຈະຖາມພວກນ້ອງວ່າເມື່ອຍບໍ່?ຂໍຕອບໄດ້ເລີຍວ່າເມື່ອຍ. ແຕ່ເປັນເລື່ອງນ້ອຍໆຈົນບໍ່ໄດ້ເກັບເອົາມາຄິດ ກົງກັນຂ້າມພວກ ນ້ອງ ພາກພູມໃຈ ທີ່ໄດ້ຮັບການຄັດເລືອກມາຮັບໃຊ້ຍ້ອນວ່າເຮົາເປັນຄົນລາວ ຜູ້ຫນຶ່ງຍາມປະເທດຕ້ອງການ, ພວກ ເຮົາກໍພ້ອມອອກເຫື່ອເທແຮງ ທັງສຸມ ສະ ຕິປັນຍາຮັບໃຊ້ຊາດຢ່າງບໍລິສຸດໃຈ./.
ກັບສາລະບານ