ຂ່າວກິລາ

FBT ໄດ້ສະຫນັບສະຫນູນ ສຕລ

* ບໍລິສັດ ​ໂຮງງານ ຟຸດ​ບອນ​ໄທ ສະປອດຕິງ​ກູ​ສ ຈຳກັດ (FBT) ໄດ້ສະຫນັບສະຫນູນ ສະຫະພັນ ບານ​ເຕະ​ແຫ່ງ​ຊາດ (ສຕລ) ດ້ານ​ອຸປະກອນ​ການ​ແຂ່ງຂັນ ແລະ ​ເຄື່ອງນຸ່ງ ລວມມູນ​ຄ່າ​ເກືອ​ບ 20 ລ້ານ​ກີບ ​ໃນ​ເວລາ 4 ປີ.
ພິທີ​ເຊັນ​ສັນຍາການ​ຊ່ວຍ​ເຫລືອ​ດັ່ງກ່າວ ​ໄດ້​ຈັດ​ຂຶ້ນໃນ​ທ້າຍ​ອາທິດ​ຜ່ານ​ມາຢູ່ສຕລ ລະຫວ່າງ ທ່ານ​ ພູ​ວັນ ວົງ​ສຸດທິ ປະທານ​ສະຫະພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ​ແລະ ທ່ານ ມົນ​ໄຊ ​ໂຊ​ກ​ໄພ​ບູນກິດ ຜູ້ອຳນວຍການ ບໍລິສັດ FBT ໂດຍ​ໃນ​ສັນຍາ​, FBT ຈະ​ຊ່ວຍ​ເຫລືອ ນັກ​ກິລາ​ບານ​ເຕະ​ທີ​ມຊາດ​ລາວທັງ​ຊາຍ ​ແລະ ຍິງ ທຸກ​ລຸ້ນ ລວມ​ເຖິງ​ກຳມະການ​ຕັດສິນ ເຊັ່ນ: ​ຊຸດ​ແຂ່ງຂັນ ແລະ ຊຸດ​ຝຶກ​​ແອບ, ບານ​ເຕະ, ກະ​ເປົ໋າ...ສຳລັບຜົນ​ປະ​ໂຫຍ​ດ ທີ່ FBT ໄດ້​ຮັບ​ນັ້ນກໍ​ຄືສາມາດ​ນຳ ​ເອົາ​ສັນຍະ ລັກບໍລິສັດ​ຕົນມາ​ໂຄສະນາ​ຢູ່ສະຫນາມ​ແຂ່ງຂັນ​ໄດ້,​ສາມາດ​ນຳ​ເອົາ​ນັກ​ກິລາ​ທີ​ມຊາດ ​ໄປ​ແຂ່ງຂັນ ປີ​ລະ 3 ເທື່ອ ​ເພື່ອ​​ເປັນ​ການ​ໂຄສະ​ນາ ​ປະຊາ ສຳ ພັນ ​ໃຫ້​ແກ່​ບໍລິສັດລວມທັງ​ສິດພິ​ເສດ​ອື່ນໆ​ອີກ​ຈຳນວນ​ຫນຶ່ງ.
ເອສຣາ ພິກ​ຊະນະ ຄຂປກ 3-2 ​ເຖິງ​ວ່າ ​ເອສຣາ ຖືກ ຄຂປກ ນຳ​ໄປ​ກ່ອນເຖິງ 2 ປະຕູ,​ແຕ່​ກໍ​ສາມາດ​ແກ້​ເກ​ມການ​ຫລິ້ນ ຈຶ່ງພິກ​ມາ​​ຊະນະ ຄູ່​ແຂ່ງ​ສຳ​ເລັດ 3-2 ໃນການ​ແຂ່ງຂັນ​ບານ​ເຕະ​ປະຈຳ​ປີ ຫລື ລາວ​ລີກ ​​ທ້າຍ​ອາທິດ​ຜ່ານ​ມາ.
ວັນ​ທີ 27 ມີນາ 2010, ຢູ່ສະ ຫນາມກິລາ​ເຈົ້າ​ອະນຸວົງ ​ທີ​ມ ​ເອສຣາ ພົບ ຄຂປກ ​ເຊິ່ງໃນ​ເບື້ອງ ຕົ້ນ ​ທີ​ມ ຄຂປກ ຫລິ້ນ​ໄດ້​ດີ ແລະ ມີ​ ເກ​ມບຸກທີ່​ເຫນືອກ​ວ່າ, ພຽງ 2 ນາທີ ກອງ​ຫນ້າ​ຄົນ​ເກັ່ງ ຄື ລຳ​ເນົາ ສິງ​ໂຕ ກໍ​ຍິງ​ປະຕູໃຫ້​ແກ່​ທີ​ມ ຂຶ້ນນຳ​ 1-0 ແລະ ​ໃນ​ນາທີ​ທີ 2 ລຳ​ເນົາ ກໍ​ຍິງ​ປະຕູ​ທີ 2 ໃຫ້​​ທີ​ມ ໜີ​ຫ່າງເປັນ 2-0.ເມື່ອ ​ເສຍ ​ເຖິງ 2 ປະຕູ​,ຄູ​ຝຶກ​ຂອງ ​ເອສຣາ ຈຶ່ງ​ປ່ຽນ​​ຜູ້​ຫລິ້ນ ໂດຍ​ເອົາ​ນັກ​ເຕະບານ​ກອງ​ຫນ້າ ​ແລະ ກອງ​ຫລັງ​ຈາກ ສ.​ເກົາຫລີ ລົງ​ຫລິ້ນ ຈຶ່ງ​ເຮັດ​ໃຫ້​ເກມ ການ​ບຸກດີ​ຂຶ້ນ ແລະ ໄດ້​ປະຕູ​ສຳ​ເລັດ​ ​ໃນ​ນາທີທີ 34 ຈາກ​ ​ໂສ​ພາ ​ໄລ​່ມາ​ເປັນ 1-2 ແລະກ່ອນ​ຈະ​ໝົດ​ເວລາ​ເຄິ່ງ​ເວລາ ທຳ​ອິດຄື​ນາທີໆ 45,ຄອນ​ສະຫວັນ ຍິງ​ປະຕູ​ໄດ້​ສົ່ງ​ຜົນ​ ໃຫ້​ສະ​ເຫມີ​ກັນ 2-2.ເຄິ່ງ​ເວລາ​ທີ 2 ,ພຽງ 1 ນາທີ ຄອນ​ສະຫວັນ ກໍ​ຍິງ​ປະຕູ​​ໃຫ້​ແກ່ ເອສຣາ ພິກ​ຊະນະ ຄຂປກ ​ສຳ​ເລ​ັດ.ກ່ອນ​ຈະ​ຈົບ​ການ​ແຂ່ງ ທີ​ມ ຄຂປກ ຖືກ​ ກອງ​ເຊຍ​ກົດ​ດັນ​ຈຶ່ງ ​ເຮັດ​ໃຫ້ ລຳ​ເນົາ ສິງ​ໂຕ ແລ່ນ​ອອກ​ຈາກ​ສະຫນາມ ​ເພື່ອ​ໄປ​ຖຽງ​ກອງ​ເຊຍ.
ຄູ່​ທີ 2 ປກສ ​​ຊະນະ ຊິ​ຕີ​ກ໊ອບປີ​ເຊັນ​ເຕີ 2-0 ຈາ​ກການ​ຍິງ​ຂອງ ສົມບັດ ​ໃນ​ນາທີ​ທີ 2 ແລະ 15.
​ ວັນທີ 28 ມີນາ ກອງ​ທັບ ​ຊະນະ ວິທະຍາ​ໄລ ລາວ-ອາ​ເມ​ລິ​ກາ 2-0 ຈາກ​ການ​ຍິງ​ຂອງ ກີ​ຕາ ​ໃນ​ນາທີທີ 12 ແລະ ອຸດາ​ວອນ ໃນ​ນາ ທີ ​ທີ 40.ສ່ວນ​ຄູ່​ທີ 2 ທີ່​​ ແຂ່ງຂັນ​ຢູ່ສະຫນາມກິລາ​ແຫ່ງ​ຊາດ ທະນາຄານ ຊະນະ ນະຄອນຫລວງ 2-1​. /.

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446