ຈົ່ງເປັນແບບຢ່າງທີ່ດີເມື່ອ ໄດ້ຮັບຄວາມນິຍົມຊົມຊອບ
* ຈົ່ງເປັນແບບຢ່າງທີ່ດີເມື່ອ ໄດ້ຮັບຄວາມນິຍົມຊົມຊອບເມື່ອນັກ ກິລາຄົນຫນຶ່ງດົ່ງດັງ ແລ້ວຍ່ອມ ເຮັດໃຫ້ຫລາຍຄົນນິຍົມຊອມຊອບ ໂດຍສະເພາະບັນດາ ນັກກິລາຮຸ່ນສືບທອດ ກໍຈະຖືເອົາໄປເປັນແບບ ເປັນຢ່າງ ເຊິ່ງນີ້ຄືຈຸດທີ່ນັກກິລາ ຄວນຄຳນຶງ ແລະ ຮັກສາຄຸນສົມ ບັດ, ນ້ຳໃຈນັກກິລາ ໂດຍການ ສະແດງກິລິ ຍາ ມາລະຍາດຕ່າງໆຢ່າງເຫມາະສົມທັງຄວນຄິດໃຫ້ດີກ່ອນ ຈະສະແດງທ່າ ທີ່ຫຍັງອອກມາ. ປະຈຸບັນ, ນັກກິລາລາວເຮົາ ລ້ວນແຕ່ໄດ້ ຮັບການພັດທະນາ ຄວາມ ສາມາດຂອງຕົນເອງຂຶ້ນ ເທົ່າທຽມ ກັບປະເທດ ເພື່ອນບ້ານ ແລ້ວ ເວົ້າລວມ, ເວົ້າສະ ເພາະວົງການບານເຕະລາວ ທີ່ມີນັກເຕະ ບານຫຼາຍຄົນໂດດເດັ່ນ ເຊິ່ງມັນກໍສອດຄ່ອງກັບທັດສະນະຂອງຄະນະ ກຳມະ ການກຳ ມະການຕັດສິນ ໃຫ້ສຳພາດ ວ່າ: ຊົມເຊີຍນັກກິລາ ບານເຕະລາວທີ່ສາມາດພັດທະນາ ຄວາມສາມາດຂອງຕົນເອງຂຶ້ນ ມາຈົນ ຢືນຢູ່ໃນລະດັບແຖວຫນ້າ ຂອງວົງການບານເຕະລາວ. ເມື່ອ ມາເຖິງຈຸດນີ້ແລ້ວກໍໄດ້ເຮັດໃຫ້ນັກກິລາກາຍເປັນແວ່ນແຍງໃຫ້ແກ່ນັກ ກິລາ ຮຸ່ນສືບທອດ.ຂະນະທີ່ບັນດາ ກອງເຊຍຕົວຈິງກໍໄດ້ຕິດຕາມ ແລະ ໃຫ້ກຳລັງໃຈ ຢ່າງ ຫລວງຫລາຍ. ເມື່ອກາຍເປັນຄົນດັງແລ້ວຕ້ອງ ໄດ້ ຄຳນຶງວ່າຈະສະແດງ ຫລື ປະພຶດ ຫຍັງອອກມາໂດຍສະເພາະຕ້ອງ ຮັກສາຄຸນສົມບັດ ໃນເວລາລົງ ແຂ່ງ ຂັນເພາະຖ້າຫາກສະແດງສິ່ງບໍ່ດີ ອອກມາ ກໍເຮັດໃຫ້ກອງເຊຍກໍຄື ສັງຄົມ ວິພາວິຈານໃນທາງລົບ. ການຮຽນຮູ້ເອົາສິ່ງໃໝ່ໆ ໃຫ້ແກ່ ຕົນແມ່ນເລື່ອງດີທີ່ສຸດເພາະຈະ ສາມາດພັດທະນາໃຫ້ດີຂຶ້ນ. ແຕ່ ການຮຽນຮູ້ເອົາບົດຮຽນໃໝ່ນັ້ນ ກໍ ຕ້ອງ ພິຈາລະນາຢ່າງດີ ແລະ ຄັດ ຈ້ອນເອົາແຕ່ສິ່ງດີໆ ມາໃສ່ໂຕບໍ່ ແມ່ນຈະຮຽນເອົານິໄສບໍ່ດີມາປະ ຕິບັດຕາມ./.
ກັບສາລະບານ