ຂ່າວກິລາ

ຈົ່ງເປັນແບບຢ່າງທີ່ດີເມື່ອ ໄດ້ຮັບຄວາມນິຍົມຊົມຊອບ

* ຈົ່ງເປັນແບບຢ່າງທີ່ດີເມື່ອ ໄດ້ຮັບຄວາມນິຍົມຊົມຊອບເມື່ອນັກ ກິລາຄົນຫນຶ່ງດົ່ງດັງ ແລ້ວຍ່ອມ ເຮັດໃຫ້ຫລາຍຄົນນິຍົມຊອມຊອບ ໂດຍ​ສະ​ເພາະບັນດາ ນັກກິລາຮຸ່ນສືບທອດ ກໍຈະຖືເອົາໄປເປັນແບບ ເປັນຢ່າງ ເຊິ່ງນີ້ຄືຈຸດທີ່ນັກກິລາ ຄວນ ຄຳນຶງ ແລະ ຮັກສາຄຸນສົມບັດ, ນ້ຳໃຈນັກກິລາໂດຍການສະແດງກິລິ ຍາ ມາລະຍາດ ຕ່າງໆຢ່າງເຫມາະສົມທັງຄວນຄິດໃຫ້ດີກ່ອນ ຈະສະແດງທ່າ ທີ່ຫຍັງອອກ​ມາ.
ປະຈຸບັນ, ນັກກິລາລາວ​ເຮົາ ລ້ວນ​ແຕ່​ໄດ້​ ຮັບ​ການພັດທະນາ ຄວາມ ສາມາດຂອງຕົນ ເອງຂຶ້ນ ເທົ່າທຽມ ກັບປະເທດ ເພື່ອນບ້ານ ແລ້ວ ເວົ້າລວມ, ເວົ້າສະ ເພາະວົງການ ບານເຕະລາວທີ່ມີນັກເຕະບານຫຼາຍຄົນໂດດເດັ່ນ ເຊິ່ງມັນ​ກໍ​ສອດຄ່ອງ​ກັບ​ທັດ ສະນະ ຂອງຄະນະ ກຳມະ ການກຳ ມະການຕັດສິນ ໃຫ້ສຳພາດ ວ່າ:​ ຊົມ​ເຊີຍນັກກິລາ ບານ ເຕະລາວທີ່ສາມາດພັດທະນາ ຄວາມສາມາດຂອງຕົນເອງຂຶ້ນ ມາຈົນ ຢືນຢູ່ໃນລະດັບ ແຖວຫນ້າ ຂອງວົງການບານເຕະລາວ. ເມື່ອ ມາເຖິງຈຸດນີ້ແລ້ວກໍ ໄດ້ເຮັດໃຫ້ນັກກິລາ ກາຍເປັນແວ່ນແຍງໃຫ້ແກ່ນັກ ກິລາ ຮຸ່ນສືບທອດ.ຂະນະທີ່ບັນດາ ກອງເຊຍຕົວຈິງ ກໍ ໄດ້ຕິດຕາມ ແລະ ໃຫ້ກຳລັງໃຈ ຢ່າງ ຫລວງຫລາຍ. ເມື່ອກາຍເປັນຄົນດັງແລ້ວຕ້ອງ ໄດ້ ຄຳນຶງວ່າຈະສະແດງ ຫລື ປະພຶດ ຫຍັງອອກມາໂດຍສະເພາະຕ້ອງ ຮັກສາຄຸນສົມບັດ ໃນເວລາລົງ ແຂ່ງ ຂັນເພາະຖ້າຫາກສະແດງສິ່ງບໍ່ດີ ອອກມາ ກໍເຮັດໃຫ້ກອງເຊຍກໍຄື ສັງຄົມ ວິພາວິຈານໃນທາງລົບ.
ການຮຽນຮູ້ເອົາສິ່ງໃໝ່ໆ ໃຫ້ແກ່ ຕົນແມ່ນເລື່ອງດີທີ່ສຸດເພາະຈະ ສາມາດພັດທະນາໃຫ້ດີຂຶ້ນ.​ ແຕ່ ການຮຽນຮູ້ເອົາບົດຮຽນໃໝ່ນັ້ນ ກໍ ຕ້ອງ ພິຈາລະນາຢ່າງດີ ແລະ ຄັດ ຈ້ອນເອົາແຕ່ສິ່ງດີໆ ມາໃສ່​ໂຕບໍ່ ແມ່ນຈະຮຽນເອົານິ​ໄສບໍ່ດີມາປະ ຕິບັດຕາມ./.

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446