ທ່ານຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດຟິລິບປິນ
*(ຂປລ): ທ່ານ ບຸນຍັງ ວໍລະຈິດ, ຮອງປະທານປະເທດແຫ່ງ ສປປລາວໄດ້ຕ້ອນຮັບທ່ານນາງເອລິຊາເບດ ບູແອນຊູເສໂຊ (H.E.Ms.ElizabethP. Buensuceso), ເອກອັກຄະລັດຖະທູດ ວິສາມັນຜູ້ມີ ອຳນາດ ເຕັມແຫ່ງ ສ. ຟິລິບປິນ ປະຈຳລາວ ເຂົ້າ ຢ້ຽມຂ່ຳ ນັບອຳລາ, ໃນໂອກາດສຳເລັດ ໜ້າທີ່ການທູດຢູ່ສປປລາວ ໃນຕອນເຊົ້າຂອງວັນທີ 14 ພະຈິກ2008 ທີ່ສຳນັກງານ ປະ
ທານ ປະເທດ, ນະຄອນຫລວງວຽງຈັນ.
ທ່ານຮອງປະທານປະເທດໄດ້ສະແດງຄວາມຊົມເຊິຍຕໍ່ຜົນສຳເລັດອັນດີຂອງທ່ານນາງເອລິຊາເບດ ໃນໄລຍະດຳເນີນການປະຕິບັດ ຫນ້າທີ່ການທູດຢູ່ສປປລາວນັ້ນເຮັດໃຫ້ສາຍ ພົວພັນແລະການ ຮ່ວມ ມື ລະຫວ່າງ ສອງປະເທດ ລາວ ແລະ ຟິລິບປິນ ໄດ້ມີ ການຂະຫຍາຍດີຂື້ນ. ສປປລາວ ໄດ້ມີ ຄວາມພະຍາຍາມ ສ້າງການ ພົວພັນຮວ່ມມືກັບບັນດາປະເທດໃນ ຂົງເຂດອາຊຽນ ແລະ ສາກົນ...