ປະ​ເພນີ ບຸນ​ຊຳຮະ ຈັດ​ຂື້ນ​ໃນ​ເດືອນ 7

* ໃນ​ສິບ​ສອງ​ເດ​ືອນ; ຄົນ​ລາວ ​ໂດຍ​ສະ​ເພາະ​ຊາວ​ພຸດ ມີ​ຮີດ​ໃຫ້​ໄດ້​ປະຕິບັດ​ກັນ​ຄົບ​ສິບ​ສອງ​ເດືອນ ຊຶ່ງ ເວົ້າ​ໄດ້​ວ່າ​ໃນ​ ສິບ​ສອງ​ເດືອນ​ມີ​ບຸນ​ທຸກໆ​ເດືອນ ຕາມ​ຈາຮີດ​ປະ​ເພນີ​ທີ່​ເອີ້ນວ່າ ຮີດ​ສິບ​ສອງ​ນັ້ນ​ແລ.
​ ໃນຮີດຄອງ​ທີ່​ຍຶດຖື ແລະ ປະຕິ ບັດ​ກັນ​ມາ ອັນ​ເອີ້ນວ່າ ຮີດ​ສິບ​ສອງ ​ໂດຍ​ພື້ນຖານ​ແລ້ວ​ ການ​ປະຕິບັດ​ຢູ່​ແຕ່​ທ້ອງ​ຖິ່ນ ​ເຖິງ ແມ່ນ​ຈະ​ມີ​ອັນ​ແຕກ​ຕ່າງ​ກັນ​ເລັກ​ນ້ອຍ, ​ແຕ່​ກໍ່​ມີ​ຈຸດ​ມຸ່ງ​ໝາຍ​ດຽວ​ກັນນັ້ນຄື ການ​ສົ່ງ​ເສີມ​ກໍ່​ຄື​ປົກ​ປັກ​ຮັກສາ​ຈາຮີດ​ປະ​ເພນີ ທີ່​ສືບ ​ທອດ​ກັນ​ມາຕັ້ງ​ແຕ່ບັນພະບຸລຸດ. ຂະ ນະ​ດຽວ​ກັນ ການ​ເຮັດບຸຸນສ່ວນ​ສຳ ຄັນ​ປະການ​ໜຶ່ງ​ກໍ່​ແມ່ນ​ການ​ເຕົ້າ​ໂຮມ​ ຄວາມ​ ສາມັກ ຄີ, ມີ​ການ​ແລກ ປ່ຽນ​ບົດຮຽນ​ໃນ​ການ​ເຮັດບຸນ​ລະ ຫວ່າງ​ບ້ານ​ກັບ​ບ້ານ ​ແລະ ຍັງລວມ​ໄປ​ເຖິງ​ການ​ແລກປ່ຽນ​ ຖອດ​ຖອນ ​ບົດຮຽນການ​ດຳ​ລົງ​ຊີວິດ​ໄປ​ໃນ​ຕົວ. ຢ່າງ​ໃດ​ກໍ່ຕາມ ​ໃນ​ເດືອນ​ເຈັດ​ລາວ ຊຶ່ງ​ຕົກ​ພໍດີ​ກັບ​ເດືອນ​ຫົກສາກົນ​ນີ້ ມີ​ຮີດ​ບຸນເບີກຊຳຮະ ​ໂດຍ​ອີງ​ຕາມ​ການ​ປະຕິບ​ດມາດັ້ງ​ເດີມ​ນັ້ນ ມີວ່າ ຄັນ​ເມື່ອ​ເຖິງ​ລະດູ​ເດືອນ​ເຈັດ ​ໃຫ້​ບູ ຊາ​ເທວະ​ດາ​ອາຮັກ​ລ້ຽງ​ມະ​ ເຫ​ສັກ​ ຫລັກ ​ເມືອງ ​ແລະໃຫ້​ຈັດ​ພິທີ​ເບີກ​ຊຳ ຮະຂັບ​ໄລ່​ແນວ​ສະໜຽດຈັງ​ໄຮ,​ແນວ​ບໍ່ດີ​ບໍໍ່ງາມ ທີ່​ອາດ​ຈະ​ເກີດ​ຂຶ້ນ​ໄດ້​ໃນ​ທຸກ​ເວລາ. ອັນ​ຄວາມ ​ໝາຍ ​ຂອງ ຄຳ​ວ່າ: ຊຳຮະ​ ໝາຍເຖິງ ການ​ຂັບ​ໄລ່​ແນວ​ຮ້າຍ ​ເຊິ່ງ​ເມື່ອ​ກ່ອນ​ເວົ້າ​ວ່າ ​ໄລ່​ຜີ​ສາງ​ນາງ​ຮ້າຍ, ​ແນວ​ຂີ້ ດຽດຈັງ​ໄຮ ກໍ່​ຄື ສິ່ງ​ບໍ່​ດີ​ບໍ່​ງາມ ​ໃຫ້​ອອກ​ຈາກ​ບ້ານ​ໜຶ່ງ ອັນ​ໄດ້ແກ່​ການ​ຊຳຮະສະ​ສາງ​ສິ່ງ​ເປິະ​ເປື້ອນ​ເສົ້າ ໝອງ ​ເຊັ່ນ ​ເຄື່ອງ​ນຸ່ງ​ຫົ່ມ, ບ້ານ-​ເຮືອນ ລໆ. ການ​ເຮັດບຸນ​ຊຳຮະ ຈະ​ເປັນ​ຂ້າງ​ຂຶ້ນ ຫລື ຂ້າງ​ແຮມ (ເດືອນ​ເຈັດ) ກໍ່​ໄດ້ ຕາມ​ຄວາມ​ເໝາະ ສົມ. ແນວໃດ​ກໍ່​ດີ ຮີດ​ດັ່ງກ່າວ​ນີ້ ຫາກ ສົມ​ທຽບ​ໃສ່​ບຸນ​ອື່ນໆ​ໃນ​ສິບ​ສອງ​ເດືອນ ຈະ​ຖື​ວ່າ​ມາ​ຮອດ​ຊູ່​ມື້ນີ້ ບໍ່​ຄ່ອຍ​ປະກົດ​ມີ ໂດຍ​ສະ​ເພາະ​ໃນ​ເຂດ​ ເມືອງ​ໃຫຍ່​ ສີວິ​ ໄລ​ທາງ​ວັດຖຸ ກໍ່​ຄື ການ​ກ້າວ​ສູ່​ສັງຄົມ​ແຫ່ງ​ວິທະຍາ ສາດ. ສຳລັບ​ໃນ​ເຂດ​ບ້ານ​ຊົນນະ ບົດ; ການ​ເຮັດບຸນ​ເດືອນ​ເຈັດ ຍັງ​ປະ ກົດ​ ມີ ຊຶ່ງ​ການຈັດ​​ແມ່ນ​ເລັ່ງ​ໃສ່​ເຕົ້າ​ໂຮມ​ຊາວບ້ານ , ປຸກ​ຜາມ ກາງ​ບ້ານ ຫລືໃນ​ສະຖານທີ່​ລວມຂອງ​ບ້ານ​ສຳລັບ​ຈັດ​ບຸນ​ຕ່າງໆ ເຊັ່ນ ວັດ, ​ແຕ່​ໂດຍ​ດັ້ງ​ເດີມ​ນັ້ນ​ແມ່ນ​ບ່ອນ​ທີ່​ກະ​ວ່າເປັນ​ເຄິ່ງກາງຂອງ​ບ້ານ ​ແລ້ວ​ຈັດ​ຫາ​ຊາຍ-ຫີນ​ມາ​ໄວ້ ພ້ອມ​ເຄື່ອງ​ບູຊາ ​ທັງຫລາຍ ​ອັນ​ປະກອບ​ມີ ຕົ້ນ​ກ້ວຍ, ຕົ້ນ​ອ້ອຍ, ກະ​ໂທ​ງໜ້າງົວ, ຊໍ່​ທຸງ, ຫອກ-ດາບ, ທຽນ​ວຽນ​ຫົວ-ຄີງ ຂອງ​ແຕ່​ລະເຮືອ​ນມາ​ໂຮມ​ ກັນ​ໄວ້​ ຢູ່​ທີ່​ຜາມນັ້ນ​ແລ້ວ​ເນັ່ງ​ຝ້າຍ​ມຸງຄຸນ​ອ້ອມ​ບ້ານ, ນິມົນ​ພະ​ສັງຄະ​ເຈົ້າ​ມາ​ສູດ​ປະ ຣິຕະມຸງຄຸນ ​ເທດ​ຊຳຮະ, ຕອນ​ເຊົ້າມີ​ການ ​ຖວາຍ ​ທານ ບິນທະບາດ ຈົບ​ແລ້ວ​ພະສົງ​ສູດ​ຊຳຮະ, ສູດ​ເບີກ, ຫວ່ານ​ຫີນ​ຫວ່ານ​ຊາຍ, ສາດ​ນ້ຳ ມົນ, ລົງ​ຄາຖາ​ໃສ່​ກີບໄມ້​ເອົາ​ໄປ ​ຫ້ອຍ ​ໄວ້​ປະຕູເຂົ້າ​ບ້ານ ຫລື ທ່ອນ​ໄມ້​ໄຜ່​ໄປ​ຝັງ​ໄວ້​ປະຕູ​ເຂົ້າ​ບ້ານ​ທັງ​ແປດ​ທິດ​ປ້ອງ​ກັນ​ສະໜຽດ​ຈັງ​ໄຮ​ຕ່າງໆ.
ພິທີ​ຊຳຮະ ບຸນ​ເດືອນ​ເຈັດ ຖືກ​ປະ ຕິບັດ​ສືບ​ມາ​ຫລາຍ​ຊົ່ວ​ອາຍຸ​ຄົນ ຊຶ່ງ​ມາ​ຮອດ​ປັດຈຸບັນ ມີ​ບາງ​ອັນ​ກໍ່​ໄດ້​ມີ​ການ​ປັບ​ ປ່ຽນ​ໃຫ້​ ເປັນ​ໄປ​ຕາມ​ເງື່ອນ​ໄຂ ​ແລະ ສະພາບ​ຄວາມ​ເປັ​ນຈິງ ທີ່​ມີ ໂດຍ​ສະ​ເພາະ​ແມ່ນ​ໃຫ້​ສາມາດ​ສອດ​ຫ້​ອຍ​ເຂົ້າ​ກັບຍຸກ​ສະ​ໄໝ./.

 

 
 ກັບສາລະບານສຶກສາ                                                                                                                ກັບຫນາ້ພາສາລາ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446