ຊົນ​ເຜົ່າ​ກະຕູ່ນຸ່ງ​ຖື​ແບບ​ໃດ

* ໃນ​ສະ​ບັບ​ຜ່ານ​ມາ ຜູ້​ຂຽນ​ໄດ້​ນຳ​ສະ​ເຫນີ​ໃຫ້​ເພື່ອນ​ຜູ້​ອ່ານ​ໄດ້​ຮູ້​ຈັກ​ກັບ​ອາ​ຫານ​ປະ​ຈຳ​ເຜົ່າ​ຂອງ​ເຜົ່າ​ກະ​ຕູ​ໄປ​ແລ້ວ, ຜູ້​ຂຽນ​ເຊື່ອ​ແນ່ວ່າ​ຂໍ້​ມູນ​ດັ່ງ​ກ່າວ​ຄົງ​ຈະ​ມີ​ຜົນ​ປະ​ໂຫຍດ​ບໍ່​ຫລາຍ​ກໍ​ຫນ້ອຍ​ສຳ​ລັບ​ຜູ້​ທີ່​ມີ​ຄວາມ​ສົນ​ໃຈ ແລະ
ຢາກ​ສຶກ​ສາ​ຄົ້ນ​ຫາ​ວິ​ຖີ​ການ​ດຳ​ລົງ​ຊີ​ວິດ​ຂອງ​ບັນ​ດາ​ເຜົ່າ, ມື້​ນີ້​ເຮົາ​ຍັງຄົງ​ຢູ່​ກັບ​ເຜົ່າ​ກະ​ຕູ​ກັນ​ເຊັ່ນ​ເຄີຍ​ແຕ່​ປ່ຽນ
​ ຈາກເລື່ອງ​ອາ​ຫານ​ ມາ​ເວົ້າ​ເຖິງ​ການ​ນຸ່ງ​ຖື​ ຂອງ​ຍິງ, ຊາຍ​ເຜົ່າ​ກະ​ຕູ​ນັ້ນ​ວ່າ​ພວກ​ເຂົາ​ພາ​ກັນ​ນຸ່ງ​ຖື​ແບບ​ໃດ? ເຜົ່າ​ກະ​ຕູ​ກໍ​ເປັນ​ຫນຶ່ງ​ໃນ​ຫລາຍໆ​ຊົນ​ເຜົ່າ​ຢູ່​ແຂວງ​ເຊກອງ​ທີ່​ມີ​ວັດ​ທະ​ນະ​ທຳ​ການ​ນຸ່ງ​ຖື​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ
ຂອງ​ເຜົ່າ​ ຄື:ເຄື່ອງ​ນຸ່ງ​ຫົ່ມ​ຂອງ​ຊົນ​ເຜົ່າ​ກະ​ຕູ​ລຸ້ນ​ກ່ອນໆ​ແມ່ນ​ທັບ​ເປືອກ​ໄມ້​ປໍ​ຫູ ປໍ​ຊາ​ມາ​ຫົ່ມ, ຕໍ່​ມາ​ມີ​ຝ້າຍ​ມາ​ເຂັນ​ຕ່ຳ​ກະ
​ ຕ່ຽວ​ຂາວ, ຜ້າ​ຕູ້​ມຂາວ​ໃຫ້​ຜູ້​ຊາຍ, ສິ້ນ​ຂາວ​ໃຫ້​ຜູ້​ຍິງ. ຄາວລຸ້ນ​ປູ່​ຍ່າ​; ການ​ປູກ​ຝ້າຍ​ຍ້ອມ​ສີ​ຄ່ອຍ​ມີ​ຂຶ້ນ, ຜູ້​ຍິງ​ຮູ້​ຕ່ຳ​ກະ​
ຕ່ຽວ​ລາຍ​ໃຫ້​ຊາຍ, ສິ້ນ​ເກັບ​ລາຍ​ໃຫ້​ຍິງ ແລະ​ ຜ້າ​ຫົ່ມ​ເກັບ​ລາຍ, ເຄື່ອງ​ນຸ່ງ​ຍິງ​ຊາຍ​ສ່ວນ​ຫລາຍ​ແມ່ນ​ນິ​ຍົມ​ນຸ່ງ​ຊຸດ​ແດງ
​ ໃນ​ເວ​ລາບຸນ​ປະ​ເພ​ນີ​ຂອງ​ເຜົ່າ. ການ​ເອ້​ຢ້ອງ​ຂອງ​ຜູ້​ຍິງ-​ຊາຍ​ມີ​ຮູບ​ແບບ​ແຕກ​ຕ່າງ​ກັນ​ຄື: ຜູ້​ຍິງ​ນຸ່ງ​ສິ້ນ​ເກັບ​ລາຍ​
ແດງ​ຮັດ​ເອິກ ໃສ່​ປອກ​ແຂນ, ແຫວນ​,ໃສ່​ຕ້າງ​ຫູ​ແລະ​ ມີ​ຫມາກ​ປັດ​ຫລາຍ​ສີ​ໃສ່​ຄໍ. ຜູ້​ຊາຍ​ເກົ້າ​ຜົມ​ສອດ​ກະ​ຕ່ຽວ​ເກັບ
​ ລາຍ​ສີ​ແດງ ​ຫລື​ເກັບ​ຫມາກ​ປັດ ບ່ຽງ​ຜ້າ​ຕູ້ມ​ເກັບ​ລາຍ​ແດງ, ແພ​ຂາວ ຫລື​ ເກັບ​ສີ​ຄຽນ​ຫົວ, ຫມາກ​ປັດ​ບ່ຽງພາດໃສ່​ຄໍ ,
ໃສ່​ຕ້າງ​ຫູ​ເງິນ, ຕ້າງ​ຫູ​ທອງ​ເຫລືອງ, ແຂ້ວ​ຫມູ ​ກົ່ງໃສ່ ຊຸດ​ດັ່ງ​ກ່າວ​ຕ້ອງ​ໃສ່​ເວ​ລາບຸນ​ປະ​ເພ​ນີ​ມີ​ການ​ຟ້ອນ​ແຄນ-​ ງ້າວ.
ຢ່າງ​ໃດ​ກໍ​ດີ ບໍ່​ວ່າ​ຈະ​ເປັນ​ຊົນ​ເຜົ່າ​ໃດ​ທີ່​ດຳ​ລົງ​ຊິ​ວິດ​ຢູ່​ແຜນ​ດິນ​ລາວ ທຸກໆ​ຊົນ​ເຜົ່າ​ເຫລົ່າ​ນັ້ນ​ຍ່ອມ​ມີ​ວັດ​ທະ​ນະ​ທຳ​
ການ​ນຸ່ງ​ຖື​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ໃຜ​ມັນ ເຮັດ​ໃຫ້​ບັນ​ດາ​ປະ​ເທດ​ຕ່າງໆ​ກໍ​ຄື​ເຂກ​ຕ່າງ​ດ້າວ​ທ້າວ​ຕ່າງ​ແດນ ​ພາ​ກັນ​ຍົກ​ຍ້ອງວ່າ​ລາວ​ເປັນ​ປະ​ເທດ​ຫນຶ່ງ​ທີ່​ມີ​ຄວາມ​ຫລາກ​ຫລາຍ​ທາງ​ດ້ານວັດ​ທະ​ນະ​ທຳ​ການ​ນຸ່ງ​ຖື. ໃນໂອກາດ​ຕໍ່​ໄປ ຜູ້​ຂຽນ​ຈະ​ນຳ​ເອົາ​ຂໍ້​ມູນ​ຂ່າວ​ສານ​ທີ່​ຫນ້າ​ສົນ​ໃຈ​ຂອງ​ເຜົ່າ​ຕ່າງໆ​ມາ​ນຳ​ສະ​ເຫນີ​ໃຫ້​ເພື່ອນ​ຜູ້​ອ່ານ​ໄດ້​ຮັບ​ຊາບ​ໃນ​ຂັ້ນ​ຕໍ່​ໆ​ໄປ./.








ຫລື​ແປດ​ປີ​ເທົ່າ​ນັ້ນ.

 
   ກັບສາລະບານສຶກສາ                                                                                                                ກັບຫນາ້ພາສາລາ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446