ຊີວິດຂອງຊົນເຜົ່າແຊກ ບ້ານຜາຫຸງ

* ບ້ານຜາຫຸງ ແມ່ນໜຶ່ງໃນຈຳ ນວນ 10 ບ້ານ ທີ່ຂຶ້ນກັບຍົມມະລາດ ແຂວງຄຳມ່ວນ ທັງແມ່ນໜຶ່ງໃນຈຳ ນວນບ້ານ ທີ່ໄດ້ຮັບຜົນກະທົບ ຈາກ ໂຄງການກໍ່ສ້າງເຄື່ອນໄຟຟ້ານ້ຳ ເທີນ 2 ມີຈຳນວນ 87 ຫລັງເຮືອນ 96 ຄອບຄົວ ມີພົນລະເມືອງ 485 ຄົນ, ມີພຽງແຕ່ຊົນເຜົ່າແຊກ ເຜົ່າ ດຽວເທົ່ານັ້ນ ທີ່ໄດ້ດຳລົງຊີວິດ ແລະ ຕັ້ງພູມລຳເນົາບົນດິນແດນ ຕອນ ນີ້ ເປັນເວລາ ດົນນານ.
ກ່ອນໜ້ານີ້ຫລາຍຮ້ອຍປີ ຊົນ ເຜົ່າແຊກຢູ່ບ້ານຜາຫຸງ ທີ່ຂຶ້ນກັບ ເມືອງຍົມມະລາດ ແຂວງຄຳມ່ວນ ໄດ້ຍຶດຖືອາຊີບການຖາງປ່າເຮັດ ໄຮ່ປູກເຂົ້າ ແລ້ວຫັນມາເຮັດນາປູກ ເຂົ້າເປັນອາຊີບຕົ້ນຕໍ, ເຄື່ອງມືການ ຜະລິດຕົ້ນຕໍແມ່ນໃຊ້ຈົກຂຸດ, ໃຊ້ ຄວາຍແກ່ໄຖ, ເຮືອນຊານແມ່ນປະ ຖົມປະຖານ, ແມ່ຍິງຕົກເປັນມື້ກໍຕ່ຳ ເຂົ້າດ້ວຍຄົກມື ຕໍ່ມາແມ່ນຄົກມອງ ອັນໄດ້ເຮັດລາຍຮັບສະເລ່ຍ ຂອງ ແຕ່ລະບຸກຄົນ ກໍຄືຄົວເຮືອນ ກໍບໍ່ ທັນສູງ, ກະບອງເປັນແສງ ສະ ຫວ່າງ ໃນ ຍາມກາງຄືນ.
ພາຍຫລັງ​ປະ​ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມບູນ ​ໂດຍ​ສະ ເພາະ​ແມ່ນ​ເລີ່​ມ​ແຕ່​ເຂື່ອນ​ໄຟຟ້າ​ນ້ຳ​ເທີນ 2 ໄດ້​ຮັບການກໍ່ສ້າງ, ການດຳ ເນີນຊີວິດທາງດ້ານເສດຖະກິດ ແລະສັງຄົມໄດ້ມີການປ່ຽນ ແປງໄປ ທາງບວກ ແລະ ລົບຂະໜານກັນ ໄປ, ແຕ່ທາງບວກຫລາຍກວ່າດ້ານ ລົບ. ປະຈຸບັນຢູ່ບ້ານດັ່ງກ່າວ ໄດ້ຍຶດ ຖືຫລາຍສາຂາອາຊີບ ເປັນຕົ້ນແມ່ນ ເຮັດນາປູກເຂົ້າ ມີເນື້ອທີ່ນາທັງໝົດ 165 ເຮັກຕາ, ຄິດສະເລ່ຍສະມັດ ຖະພາບ 1,6 ໂຕນ/ເຮັກຕາ ພ້ອມ ດຽວກັນກໍເຮັດສວນປູກຜັກບົວ ແລະ ພືດຜັກເພດຕ່າງໆ ອີກນຳ. ຊົນເຜົ່າ ແຊກຢູ່ບ້ານຜາຫຸງ ໄດ້ສົ່ງເສີນມູນ ເຊື້ອການລ້ຽງສັດປະເພດຕ່າງໆ ເຊັ່ນ: ປະຈຸບັນມີງົວເຖິງ 236 ໂຕ, ຄິດສະເລ່ຍຄອບຄົວໜຶ່ງມີງົວ 2-3 ໂຕ, ແບ້ 360 ໂຕ ຄິດສະເລ່ຍ ຄອບ ຄົວໜຶ່ງມີແບ້ ປະມານ 4 ໂຕ; ມີໝູ 150 ໂຕ, ສັດປີກ 1.200 ໂຕ ຄິດສະ ເລ່ຍຄອບຄົວໜຶ່ງມີໄກ່ 12 ໂຕ. ບັນ ຫາທີ່ໜ້າສັນລະເສີນອີຫລີ ແມ່ນເຂົາ ເຈົ້າໄດ້ມີການຫັນປ່ຽນຈາກການ ໃຊ້ແຮງງານສັດສຳລັບໄຖ ແລະ ຄາດນາ, ລົບລ້າງການຕ່ຳເຂົ້າ ດ້ວຍຄົກມອງ ຂອງ ແມ່ຍິງ, ການ ໄປມາ, ການຂົນສົ່ງດ້ວຍການຍ່າງ, ເປ້, ຫາບ, ຫາມ ແລ້ວໄດ້ມີຄວາມ ຊຳນານງານໃນການໃຊ້ເຄື່ອງກົນ ຈັກເຂົ້າໃນການຜະລິດກະສິກຳ. ປະ ຈຸບັນຢູ່ບ້ານດັ່ງກ່າວ ມີລົດໄຖນາ 40 ຄັນ, ອັນໄດ້ເຮັດໃຫ້ການໄປມາທາງ ໄກ, ການຂົນສົ່ງລ້ວນແຕ່ໃຊ້ລົດທັງ ນັ້ນ. ປະຈຸບັນບ້ານດັ່ງກ່າວ ໄດ້ມີ ກອງທຶນທີ່ໂຄງ ການກໍ່ສ້າງເຂື່ອນ ໄຟຟ້ານ້ຳເທີນ 2 ສະໜັບສະໜູນ ເພື່ອໃຫ້ປະຊາຊົນກູ້ຢືມໃນອັດຕາ ດອກເບ້ຍຕ່ຳ ມີຈຳນວນ 150 ລ້ານ ກີບ, ມີກອງທຶນພັດທະນາຂັ້ນບ້ານ ທີ່ເປັນທຶນ ຂອງປະຊາຊົນເອງ ມີຈຳ ນວນ 23 ລ້ານກີບ ແລະ ມີບັນດາ ບຸກຄົນທຸກຄົວເຮືອນກໍໄດ້ເປັນ ກຳມະກອນຮັບຈ້າງຢູ່ໃນໂຄງ ການ ນ້ຳເທີນ 2. ຢ່າງໃດກໍຕາມ ເຖິງວ່າ ແຫ່ງນີ້ບໍ່ມີໜັງສືພິມ ແລະ ວາລະ ສານອ່ານແຕ່ມີໂທລະພາບ,ມີ ເຄື່ອງ ສາຍວີຊີດີທຸກຄົວເຮືອນ, ການປຸກ ເຮືອນຊານກໍນັບມື້ດີຂຶ້ນ; ໃນຊຸຸມປີ 1990 ບໍ່ທັນມີເຮືອນກໍ່ຈັກຫຼັງ, ເຮືອນ ສ່ວນຫຼາຍແມ່ຍັງປະຖົມປະຖານ, ແຕ່ມາເຖິງປະຈຸບັນ, ສ່ວນຫຼວງ ຫຼາຍແມ່ນໄດ້ປຸກສ້າງເຮືອນ ຮ້ານທີ່ ເຮັດດ້ວຍໄມ້ເນື້ອ ແຂງ ແລະ ກໍມີ ເຮືອນກໍ່ເພີ່ມຂຶ້ນ ໄປຕາມ ແຕ່ລະ ປີ.
ສັງລວມແລ້ວເລີ່ມແຕ່ໄດ້ມີໂຄງ ການນ້ຳເທີນ 2 ນີ້ຊີວິດການເປັນ ຢູ່ ຂອງປະຊາຊົນ ແມ່ນດີຂຶ້ນໄປຕາມ ແຕ່ລະປີ, ບ່ອນໃດຫາກຖືກຜົນ ກະ ທົບດ້ານລົບທາງໂຄງການກໍໄດ້ທົດ ແທນຕາມຄວາມເໝາະສົມ.
ແຕ່ບັນຫາທີ່ຄວນເອົາໃຈໃສ່ມີ ຫລາຍຄອບຄົວໄດ້ມີການເພີດເພີນ ນຳຍຸກສະໄໝຫລາຍເກີນໄປ. ແຕ່ ເຖິງຢ່າງໃດກໍຕາມ ຜູ້ຂຽນຄິດວ່າ: ຄວນເພີ່ມຄວາມເອົາໃຈໃສ່ໃນການ ເຮັດວຽກງານ ການເມືອງແນວຄິດ ຕ້ອງຈັດສັນອາຊີບໃຫ້ເຂົາເຈົ້າຢ່າງ ຈະແຈ້ງ, ມອບດິນ 30 ເຮັກຕາ ທີ່ສາ ມາດ ບຸກເບີກເຮັດນາໄດ້ໃຫ້ແກ່ແຕ່ ລະຄົວເຮືອນຄຸ້ມຄອງນຳໃຊ້ຕາມ ຄວາມເໝາະສົມ, ເອົາໃຈໃສ່ໃນ ການຄຸ້ມຄອງ ແລະນຳໃຊ້ກອງທຶນ ທັງສອງນັ້ນ ຢ່າງມີປະສິດທິຜົນ ແລະກໍມີແຕ່ຕ້ອງປະຕິບັດດັ່ງໄດ້ ກ່າວມານັ້ນຄວາມແຕກຕ່າງລະ ຫວ່າງເຜົ່າ ແລະລະຫວ່າງຕົວ ເມືອງ ກັບຊົນນະບົດຈຶ່ງຄ່ອຍໆຈະ ຫຍັບເຂົ້າຫາກັນ, ແນວທາງແຜນ ນະໂຍບາຍຂອງພັກ ປປລ ຈຶ່ງຈະ ເຂົ້າສູ່ຊີວິດຕົວຈິງ./.








 
   ກັບສາລະບານສຶກສາ                                                                                                                ກັບຫນາ້ພາສາລາ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446