ເຕັ້ນລີລາ ລີລາດ ຈາກ​ຜົນງານ​ຂອງ​ສູນ​ລວມ​ເພງ​ລາວ


*** ວົງ​ການ​ເພງ​ບ້ານ​ເຮົາ ປະຈຸ​ບັນ, ​ໄດ້​ມີ​ການ​ປັບ​ປຸງ​ໃຫ້ ທັນ​ຍຸກ​ທັນ​ສະ​ໄຫມ​ຫລາຍ​ຂຶ້ນ ​ເປັນຕົ້ນ​ແມ່ນ​ນຳ​ເອົາ​ເພງ​ລາວສະ​ໄຫມ​ປະ​ຕິ​ວັດ​ຊາດ ປະ​ຊາ​ທິ​ປະ​ໄຕ ມາ​ປະ​ດິດ​ສ້າງດ​້ວຍ ການ​ປະກອບ​ດົນຕີ​ທີ່​ມີ​ຈັງ​ຫວະ​ຄຶກ ຄື້ນ ມ່ວນ​ຊື່ນ ພ້ອມ​ກັບ ປະກອບທ່າ​ເຕັ້ນ ທີ່​ພ້ອມພຽງ​ກັນ​ຂອງ​ນັກເຕັ້ນ ອາ​ຊີບທີ່​ມີ​ປະສົບ​ການ ​ແລະມີ​ຊື່​ສຽງ ລະ​ດັບ​ຊາດ. ທ່ານ ລັກ​ແກ້ວ ສິລິ​ມະ​ໂນ​ໄທ, ​ເຈົ້າ​ຂອງ​ຮ້ານ​ເພງ ຮອຍ​ຍິ້ມ​ເພງ​ລາວ ເຊິ່ງເປັນ​ອີກ​ຫນຶ່ງ​ທ່ານ​ທີ່​ມີີ​ແນວ​ຄວາມ​ຄິດ ຫັນ​ເອົາ​ເພງ​ລາວ ມາ​ປຸງ​ແຕ່ງດ້ວຍ​ດົນ​ຕີ​ຫລາຍ​ຮູບ​ຫລາຍ​ແບບ ​ເປັນຕົ້ນ​ແມ່ນ ​ເພງ​ລາວ​ອາ​ລະບຳ (ລີລາລີລາດ​ແບບ​ລາວໆ 2009) Lila Lilad 2009 ຊຸດ​ທີ 3​ເຊິ່ງ​ເພງ​ຊຸດ​ນີ້ ເປັນ​ອີກ​ຫນຶ່ງ​ອາ​ລະບຳ ທີ່​ໄດ້​ຮັບ​ຄວາມ​ນິຍົມ​ສູງ​ຈາກ​ນັກ​ເຕັ້ນ​ຊາວໜຸ່ມ ແລະ ​ເຊົາ​ໜຸ່ມໃນ​ປະຈຸ​ບັນ. ອາ​ລະບຳ ລີລາ​ລີລາດ ນີ້ ໄດ້​ບັນຈຸ​ເອົາ​ເພງ​ຫລາຍ​ຈັງຫວະ​ຄື: ຈັງຫວະ ມ້າ​ຢ່ອງ (Mayong), 3 ຊ່າ ​ແບບ​ລວມຫມູ່ (Za Za Za), ຄົວ​ລາ​ຊາ (Courrasa), ສະ​ລົບ (ສາວ​ຊຽງ​ຂວາງ) Slope ແລະ ​ເຕັ້ນ ຣ໊ອກ​ແອນ​ໂຣນ (Rock N’Roll).
“ພາຍ​ໃນ​ຮ້ານ​ຂອງ​ພວກ​ເຮົາ ມີ ເພງ​ຫລາຍ​ປະ​ເພດ ນັບ​ແຕ່​ເພງ​ລາວ​ເດີມ ຈົນ​ເຖິງ​ເພງ​ລາວ​ສະ​ໄຫມ ກໍ່​ຄື​ເພງ​ໄວ​ລຸ້ນ, ເພື່ອ​ເຮັດ​ໃຫ້​ເພງ​ລາວ​ເດີມ​ທີ່​ເປັນ​ອະມະຕະ​ຢູ່​ແລ້ວນັ້ນ ​ໃຫ້​ເປັນ​ທີ່​ນິຍົມ​ຕໍ່​ໄປ ພວກ​ເຮົາ​ຈຶ່ງ​ໄດ້​ນຳ ເອົາ​ເນ​ອ​ເພງ​ມາ​ປະ​ກອບ​ດົນຕີແລະ ທ່າ​ເຕັ້ນ​ໃຫມ່ ເຊິ່ງອາ​ລະບຳ​ເພງ​ຫລາຍ​ຊຸດ ລ້ວນ​ແຕ່​ເປັນ​ທີ່ຍອມຮັບ​ຂອງ​ສັງຄົມ ກໍ່​ຄືປະ​ເທດ​ເພື່ອນ​ບ້ານ, ​ເຖິງ​ແມ່ນ​ວ່າ ​ເພງ​ລາວ​ເດີມ​ຈະ​ຖືກ​ປັບປຸງ​ດ້ວຍ​ຈັງຫວະ​ດົນຕີແບບສະ​ໄຫມ​ໃຫມ່​ກໍ່ຕາມ, ​ແຕ່​ພວກ​ເຮົາ​ກໍ່ຍັງ​ຮັກສາ​ໄວ້​ເຊິ່ງມົນ​ສະ​ເຫ​ນ​ການ​ນຸ່ງ​ຖື ຂອງ​ນັກ​ເຕັ້ນ​ນັກ​ຟ້ອນ, ສຳລັບ​ນັກ​ເຕັ້ນຍິງ​ກໍ່ນຸ່ງ​ສິ້ນ, ນຸ່ງ​ເສ​ອຜ້າໄຫມ ທີ່​ສວຍ​ງາມ, ສ່ວນ​ນັກ​ເຕັ້ນຊາຍ​ກໍ່​ແຕ່ງ​ກາຍ​ສຸພາບ. ມາ​ຮ່ວມ​ກັນ​ຮັກສາ​ແລະ ສົ່ງ​ເສີມ​ເພງ​ລາວ​ໃຫ້​ໂດ່​ງດັງ​ຕໍ່​ໄປ ​ເພາະ​ເພງ​ລາວ ມີ​ຄວາມ​ມ່ວນ ອອນຊອນ​ບໍ່​ນ້ອຍ​ຫນ້າ​ເພງ​ບ້ານ​ເພິ່ນ ເມືອງ​ເພິ່ນ ​ເຊັ່ນ​ກັນ” ນີ້ ແມ່ນ​ຄຳ​ໃຫ້​ສຳພາດ​ຂອງ​ ທ່ານ ລັກ​ແກ້ວ ສິລິ​ມະ​ໂນ​ໄທ.
ໃນ​ໂອກາດ​ ປີ​ໃຫມ່​ລາວ ພສ 2551 ທີ່​ຫາ​ກໍ່​ຜ່ານ​ພົ້​ນໄປ; ນອກຈາກ ​ຮ້ານ ຮອຍ​ຍິ້ມ​ເພງ​ລາວ ໄດ້ຜະລິດ​ເພງ​ຫລາຍ​ອາ​ລະບຳ​ອອກ​ມາ​ຮັບ​ໃຊ້​ສັງຄົມ​ແລ້ວ, ຍັງ​ໄດ້ໃຫ້​ການ​ສະ​ໜັບ​ສະ​ໜູນ​ສັງ​ຄົມ ກໍ່​ຄືຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສ່ວນ​ໃດ​ສ່ວນ​ໜຶ່ງ​ຕໍ່​ບາງ​ພາກ​ສ່ວນ​ຂະ​ແໜງ​ການ​ທີ່​ມີການ​ຂໍ​ຄວາມ​ຊ່ວຍ​ເຫລືອ​ເຂົ້າ​
ໄປ​ໃນ​ດ້ານ​ການ​ສະ​ໜອງ​ແຜ່ນ​ເພງ ຫລື ຊີ​ດີ ເພື່ອ​ປະ​ກອບ​ສ່ວນ​ໃຫ້​ຄວາມມ່ວນ​ຊື່ນ​ແບບ​ທົ່ວ​ປວງ​ຊົນ.

 
   ກັບສາລະບານ                                                                                                                ກັບຫນາ້ພາສາລາ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446