60 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ
*(ຂປລ):ກະຊວງຖະແຫລງຂ່າວ ແລະວັດທະນະທຳ ຮ່ວມກັບກະຊວງຍຸຕິທຳ ໄດ້ຈັດຕັ້ງປາຖະກະ ຖາມູນເຊື້ອກອງທັບປະຊາຊົນ ລາວ ຄົບຮອບ 60 ປີ ຊຶ່ງເປັນກຽດກ່າວບັນຍາຍໂດຍ ທ່ານ ພົນໂທ ດວງໃຈ ພິ ຈິດ, ນັກຮົບວິລະຊົນແຫ່ງຊາດ, ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງປ້ອງກັນປະເທດ, ມີ ທ່ານ ໝູນແກ້ວ ອໍລະບູນ, ກຳມະ ການສູນກາງພັກ, ລັດຖະມົນຕີ ວ່າ ການກະຊວງຖະແຫລງຂ່າວ ແລະວັດທະນະທຳ ແລະ ທ່ານ ຈະເລີນ ເຢຍປາວເຮີ, ກຳມະການ ສູນກາງພັກ, ລັດຖະມົນຕີວ່າການກະຊວງຍຸຕິທຳ ພ້ອມດ້ວຍພະນັກງານ ຕະຫລອດຮອດນັກຮຽນ-ນັກສຶກສາ ທັງ ສອງ ກະຊວງ ເຂົ້າຮ່ວມ, ໃນວັນທີ 19 ພະຈິກ 2008 ຢູ່ທີ່ຫໍວັດທະນະທຳແຫ່ງຊາດ. ທ່ານ ພົນໂທ ດວງໃຈ ພິຈິດ ໄດ້ເລົ່າເຖິງປະຫວັດແຫ່ງການກຳເນີດ, ຂະບວນວິວັດການ ເຕີບໃຫຍ່ ຂະຫຍາຍຕົວ ແລະ ສູ້ຮົບມີໄຊ; ທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດຂອງກອງທັບປະຊາຊົນລາວ ຕະ ຫລອດໄລຍະ 60 ປີຜ່ານມາ, ຊຶ່ງກອງທັບ ປະຊາຊົນ ລາວ ໄດ້ຮັບການກຳເນີດ ແລະ ເຕີບໃຫຍ່ ພາຍໃຕ້ ການ ຊີ້ນຳນຳພາຂອງພັກ, ໄດ້ຮັບການສຶກສາອົບຮົມຈາກພັກ, ຍິ່ງຕີກໍຍິ່ງ ມີໄຊ ຊະນະ, ຍິ່ງສູ້ຮົບກໍຍິ່ງເຕີບໃຫຍ່ເຂັ້ມແຂງ, ການປະຕິວັດກ້າວຂຶ້ນຮອດບ່ອນໃດກອງທັບກໍຍິ່ງຂະຫຍາຍຕົວຮອດບ່ອນນັ້ນ, ເປັນກຳ ລັງຫລັກແຫລ່ງໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນ ເພື່ອຄວາມເປັນເອກະລາດແຫ່ງຊາດ, ເພື່ອຄວາມສົມບູນພູນສຸກ ແລະ ຄວາມ ວັດທະນາຖາວອນຂອງປະເທດຊາດຢ່າງແທ້ຈິງ. ພ້ອມກັນນັ້ນ, ທ່ານໄດ້ຕີລາຄາສູງ ແລະ ເພິ່ງພໍ ໃຈ ຕໍ່ປະຫວັດສາດແຫ່ງ ການ ກຳເນີດເກີດຂຶ້ນ, ເຕີບໃຫຍ່ເຂັ້ມແຂງສະຫງ່າອົງອາດຂອງ ກອງທັບ ປະຊາ ຊົນລາວ ແຕ່ລະໄລຍະລ້ວນແຕ່ຖືກບັນທຶກໄວ້ ໃນປຶ້ມ ຄຳ ປະຫວັດສາດ ຂອງຊາດລາວວິລະຊົນຕະຫລອດໄປ. ໃນໂອກາດນີ້ ທ່ານ ໝູນແກ້ວ ອໍລະບູນ ແລະ ທ່ານ ຈະເລີນ ເຢຍປາວເຮີ, ກໍໄດ້ມອບເງິນອຸປະຖຳ ຈຳນວນ 20 ລ້ານກີບ ຜ່ານທ່ານ ພົນໂທ ດວງໃຈ ພິຈິດ, ເພື່ອນຳໃຊ້ເຂົ້າໃນກິດຈະກຳ ການສະເຫລີມສະ ຫລອງ ວັນ ກອງທັບປະຊາຊົນລາວຄົບຮົບ 60 ປີ (20/1/1949-20/1/2009) ທີ່ຈະມາເຖິງນີ້. ກ່ອນຫນ້ານີ້, ກະຊວງສຶກສາທິການ, ກະຊວງການຕ່າງປະເທດ, ສູນກາງສະຫະພັນແມ່ຍິງ, ບັນດາ ກະຊວງທະບວງກົມ, ເຂດແຂວງ ໃນທົ່ວປະເທດໄດ້ຈັດຕັ້ງການປາຖະກະຖາວັນສຳຄັນດັ່ງກ່າວ ແລະ ຍັງອີກ ຫລາຍກະຊວງ, ບັນດາແຂວງພວມສືບຕໍ່ຈັດ ຕັ້ງໄປຈົນ ເຖິງວັນທີ 20 ມັງກອນ 2009 ທີ່ຈະມາເຖິງ./.
ກັບສາລະບານ