ຂ່າວພາຍໃນປະເທດ

​ ສປ. ຈີນ ຊ່ວຍ​ເຫລືອ​ແຂວງ​ຜົ້ງສາລີ ພັດທະນາ​ເສດຖະກິດ-ສັງຄົມ

*(ຂປລ): ທ່ານ​ບົວ​ສອນ ບຸບຜາ​ວັນ, ນາຍົກລັດຖະມົນຕີ​ແຫ່ງ ສປປລາວ​ໄດ້​ໃຫ້ກຽດຕ້ອນຮັບ ທ່ານ ຈີ​ນາ,ຫົວໜ້າພະ​ ແນ​ກການ​ ຄ້າ ນະ ຄອນ​ພູ​ເອີ ແຂວງ​ຢຸນນານ ສາທາລະນະ​ລັດ ປະຊາຊົນ​ຈີນ ພ້ອມ​ຄະນະ ຢູ່​ທີ່​ ນະຄອນຫລວງ​ວຽງຈັນ​ໃນ​ຕອນ​ແລງ​ຂອງວັນທີ 18 ພະຈິກ 2008, ​ໃນ​ໂອກາດ​ມາ​ຢ້ຽມຢາມ ​ແລະ ​ເຮັດ ​ວຽກຢູ່​ລາວ​ເປັນ​ເວລາ​ສາມ​ວັນ.
ໃນ​ໂອກາດ​ດຽວກັນ ທ່ານ ຈີ​ລຽງ,ປະທານ​ກຸ່ມ​ບໍລິສັດ​ການ​ຄ້າ​ເຈີ​ລຽງ​ແຂວງ​ຢຸນນານ ກໍ​ໄດ້​ມອບ ເງິນ ​ຊ່ວຍ​ເຫລືອ​ຈຳນວນ 200.000 ໂດ​ລາ ​ສະຫະລັດ ​ໃຫ້ກ​ແ່ທ່ານ​ຄຳ​ສານ ສຸ​ວົງ, ​ເຈົ້າ​ແຂວງ​ຜົ້ງ​ສາລີ ເພື່ອ​ນຳ​​ໃຊ້​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແຂວງ​ ຜົ້ງ​ ສາລີ ໃຫ້​ມີ​ການ​ ຂະ​ຕົວຢ່າງ​ຕໍ່​ເນື່ອງ.
ທ່ານ​ບົວ​ສອນ ບຸບຜາ​ວັນ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຕໍ່ການ ​ຢ້ຽມຢາມ​ລາວ ຂອງ​ຄະນະ​ຜູ້​ ແທນ​ແຂວງ​ຢຸນນານ​ ໃນ​ຄັ້ງ ນີ້ໂດຍ​ສະ​ເພາະ​ແມ່ນ​ການສະໜັບສະໜູນຊ່ວຍ​ເຫລືອ​ແຂວງ​ຜົ້ງ​ສາລີ​ກໍ​ຄື​ປະຊາຊົນ​ລາວ​ທຸກ​ຖ້ວນ ໜ້າ​ໃນ​ການ​ຍົກ​ລະດັບ ​ຊີ ວິດ​ ການ​ເປັນ ​ຢູ່​ໃຫ້​ດີ​ຂຶ້ນ. ພ້ອມ​ນັ້ນກໍ​ເປັນ​ຢັ້ງຢືນ​ໃຫ້​ເຫັນ ​ເຖິງ​ການ​ ປະກອບສ່ວນ​ຮັດ​ແໜ້ນການ​ພົວພັນ​ຮ່ວມ​ມື ຮອບດ້ານ ຂອງ​ ສອງ ​ປະ​ເທດ​ລາວ-ຈີນ ໃຫ້​ນັບ​ມ ື້ກ້າວ​ ຂຶ້ນຢ່າງ​ບໍ່ຢຸດ​ຢັ້ງ.
​ເຊັ່ນ​ດຽວກັບ​ທ່ານ ຈີ​ນາ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ທ່ານ ທ່ານ​ບົວ​ສອນ ບຸບ ຜາ​ວັນ ທີ່​ໃຫ້ການ ​ຕ້ອນຮັບ​ອັນ​ອົບ​ອຸ່ນ ທັງ​ຢືນ ຢັນ​ວ່າ​ສອງ​ ປະ​ເທດ​ຈີນ-ລາວ ຈະ​ຕ້ອ​ງສືບຕໍ່ຊ່ວຍ​ເຫລືອ​ຊຶ່ງ​ ກັນ​ແລະກັນ​ຕະຫລອດ ​ໄປ ​ເຮັດ​ໃຫ້ການ​ຮ່ວມ​ມື​ໃນ​ທຸກ​ລະດັບ​ ມີ​ຄວາມ ​ແໜ້ນ ​ແຟ້ນ ຍິ່ງໆ ຂຶ້ນ./.


ກັບສາລະບານ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446