ຂ່າວພາຍໃນປະເທດ

ສ້າງແຜນ​ແມ່​ບົດ​ພັດ​ທະ​ນາ​ເສດ​ຖະ​ກິດ ອຸດ​ສາ​ຫະ​ກຳ ພາກ​ເໜືອ​ຂອງ​ລາວ

*(ຂ​ປ​ລ): ບັນ​ດາ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ ຈາກ​ກະ​ຊວງ​ຂະ​ແໜງ​ການ​, ບັນ​ດາ​ຮອງ​ເຈົ້າ ​ແຂວງ​ ຈາກ 9 ແຂວງ​ພາກ​ເໜືອ​ ຂອງ ​ລາວ​ຄື: ແຂວງ​ຜົ້ງ​ສາ​ລີ, ຫລວງ​ນ້ຳ​ທາ, ບໍ່​ແກ້ວ, ອຸ​ດົມ​ໄຊ, ໄຊ​ຍະ​ບູ​ລີ, ຫລວງ ​ພະ​ບາງ, ຫົວ​ພັນ, ວຽງ​ຈັນ ແລະ​ແຂວງ​ຊຽງ​ຂວາງ, ພ້ອມ​ ດ້ວຍ​ບັນ​ດາ​ຫົວ​ໜ້າ​ກົມ, ຮອງ​ກົມ, ຫົວ​ໜ້າ​ພະ​ແນກ, ຮອງ​ພະ​ແນກ​ ແລະ​ວິ​ຊາ​ການທີ່​ກ່ຽວ​ຂ້ອງໄດ້​ເຂົ້າ​ຮ່ວມ​ປືກ​ສາ​ຫາ​ລື ຄົ້ນ​ຄວ້າ ແຜນ​ແມ່​ບົດ​ກ່ຽວກັບ​ການ ພັດ​ທະ​ນາ​ເສດ​ຖະ​ກິດ ອຸດ​ສາ​ຫະ​ກຳ​ພາກ​ເໜືອ​ຂອງ ສ​ປ​ປ ລາວ ຂຶ້ນ​ຢູ່​ທີ່​ກະ​ຊວງ​ແຜນ​ການ ແລະ​ ການ​ ຮ່ວມ​ມື ​ໃນ​ຕອນ​ເຊົ້າ​ວັນ​ທີ 11 ພະ​ຈິກ 2008 ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ດ​ຣ ບຸນ​ທະ​ວີ ສີ​ສຸ​ພັນ​ທອງ, ລັດ​ຖະ​ ມົນ​ຕີ​ຊ່ວຍ ​ວ່າ ​ການ ກະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນ ແລະ​ທ່ານ ເຮ ຈິນ​ຊີ , ຮອງ​ຫົວ​ໜ້າ​ຄະ ​ນະ​ກຳ​ມະ​ ການ​ປະ​ຕິ​ຮູບ ແລະ​ພັດ​ທະ​ນາ​ ຂອງ ​ແຂວງ​ຢຸນ​ນານ.
ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ເສດ​ຖະ​ກິດ​ແຫ່ງ​ຊາດ, ກະ​ຊວງ ຜ​ທ ທີ່​ເປັນ​ເຈົ້າ​ການ​ຮັບ​ຜິດ​ຊອບ ການ​ຄົ້ນ​ຄ້​ວາ​ ດັ່ງ​ກ່າວ ນຳ​ໂດຍ​ທ່ານ ດ​ຣ ລີ​ເບີ ລີ​ບົວ​ປາວ ຮັກ​ສາ​ການ​ຫົວ​ໜ້າ​ສະ​ຖາ​ບັນ ໄດ້​ນຳ​ສະ​ເໜີ​ກ່ຽວ​ກັບ​ເນື້ອ​ໃນ​ ຕົ້ນ​ຕໍ​ຂອງ​ແຜນແມ່ບົດ​ພັດ​ທະ​ນາ​ພາກ​ເໜືອ ຊຶ່ງ​ໄດ້​ກຳ​ນົດ​ ເປົ້າ ​ໝາຍ​​ຍຸດ​ທະ​ສາດ ເປັນ​ສອງ​ໄລ​ຍະ​ຄື: ໄລ​ຍະ​ສັ້ນ ແຕ່ 2008-​2015 ແລະ ໄລ​ຍະ​ຍາວ ແຕ່ 2016-​2020 ແລະໄດ້​ກຳ​ນົດ 4 ຂະ​ແໜງ​ອຸດ​ສາ​ຫະ​ ກຳ​ເສົາ​ຄ້ຳ​ ໃນ​ການ​ພັດ​ທະ​ນາ​ເຊັ່ນ: ຂະ​ແໜງ​ໄຟ​ຟ້າ, ຂະ​ແໜງ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ​ກະ​ສິ​ກຳ, ຂະ​ແໜງ​ການ​ຄ້າ ແລະ​ ທ່ອງ​ທ່ຽວ, ຂະ​ແໜງ​ບໍ່​ແຮ່. ຂະນະ​ດຽວກັນ ກໍ​ໄດ້​ຈັດ​ວາງ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ ຂອງ​ພາກ​ເໜືອ​ ໄປ​ຕາມ​ຮູບ​ແບບ 1334 ຄື: ສູນ​ກາງ​ເສດ​ຖະ​ກິດ 1 (ໂດຍ​ກຳ​ນົດ​ເອົາ​ຫລວງ​ພະ​ບາງ), 2 ແລວ​ທາງ​ເສດ​ ຖະ​ກິດ (ຫ້ວຍ​ຊາຍ-​ບໍ່​ເຕັນ-​ຊາຍ​ແດນ ​ຜົ້ງ​ສາ ​ລີ ແລະ​ຖາ​ຍ​ຈ່າງ, ບໍ່​ເຕັນ-​ຫລວງ​ພະ​ບາງ-​ຊາຍ​ແດນ​ນະ​ ຄອນ ​ຫລວງວຽງ​ຈັນ ແລະ​ໜອງ​ຄາຍ(ປະ​ເທດ​ໄທ), ຫ້ວຍ​ຊາຍ-​ຫລວງ​ພະ​ ບາງ-​ຊາຍ​ແດນ​ຊຽງ​ຂວາງ ແລະ ຫວຽດ​ນາມ) , 3 ເຂດ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ ( ອຸ​ດົມ​ໄຊ, ວຽງ​ຈັນ ແລະ​ຊຽງ​ຂວາງ) ແລະ ເຂດ​ ຮ່ວມ ​ມື​ ການ​ຄ້າ​ຊາຍ​ແດນ​ຂະ​ໜາດ​ໃຫຍ່ (ບໍ່​ເຕັນ-​ຫ້ວຍ​ຊາຍ, ແກ່ນ​ທ້າວ​ແລະ​ໜອງ​ແຮດ). ສຳ​ລັບແຜນ​ແມ່ ບົດ​ປະ ​ກອບ​ດ້ວຍ 1 ແຜນ​ແມ່​ບົດ​ສັງ​ລວມ ແລະ 4 ແມ່​ບົດ​ຂະ​ແໜງ​ການ​ສະ​ເພາະ​ຄື: ແຜນ​ແມ່​ບົດ​ພັດ​ທະ​ ນາ​ຂະ ​ແໜງ ​ກະ ​ສິ​ກຳ ແລະ​ປ່າ​ໄມ, ແຜນ ​ແມ່​ບົດ​ພັດ​ທະ​ນາ​ຂະ​ແໜງ​ການ​ຄ້າ, ການ​ລົງ​ທຶນ ແລະ ການ​ຮ່ວມ​ມື; ແຜນ​ແມ່​ ບົດ ​ພັດ​ອຸດ​ສາ​ຫະ​ກຳ ແລະ ຫັດ​ຖະ​ກຳ ແລະ​ແຜນ​ ແມ່​ບົດ​ພັດ​ທະ​ນາ​ຂະ​ແໜງ​ໂຄງ​ລ່າງ​ພື້ນ​ຖານ ເລັ່ງ​ໃສ່​ການ​ພັດ​ ທະ​ນາ​ພາກ​ເໜືອ​ແບບ​ກ້າວ​ກະ​ໂດດ​ ແລະ​ຍືນ​ຍົງ ປະ​ກອບ​ສ່ວນ ​ໃຫ້​ ແກ່​ຂະ​ບວນ​ການ ແລະ​ເປົ້າ​ໝາຍ​ການ​ ພັດ​ ທະ​ນາ​ຂອງ​ປະ​ເທດ​ໂດຍ​ລວມ​ຄື​ການ​ຫລຸດ​ພົ້ນ​ ອອກ​ຈາກ​ບັນ​ຊີ​ປະ​ເທດ ​ດ້ອຍ​ພັດ​ ທະ​ ນາ ໃນ​ປີ 2020 ./.

ກັບສາລະບານ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446