ຂ່າວພາຍໃນປະເທດ

ຫວຽດນາມ​ຊ່ວຍ​ເຫລືອ​ກໍ່ສ້າງ​ວິທະຍາ​ໄລ​ການ​ເງິນພາກ​ກາງດົງ​ຄຳ​ຊ້າງ

*(ຂປລ): ໂຄງການ​ກໍ່ສ້າງ​ວິທະຍາ​ໄລການ​ເງິນ​ພາກ​ກາງ​ດົງ​ຄຳ​ຊ້າງ​ໄດ້​ລົງມື​ກໍ່ສ້າງ​ມາ​ແຕ່​ວັນ​ທີ 15 ມິຖຸ ນາ 2007,​ປະຈຸ​ບັນ​ໄດ​້​​ສຳ ​ເລັດ​ແລ້ວ​ແລະ​ຈັດ​ພິທີ​ມອບ-​ຮັບ ພ້ອມ​ທັງ ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ ທາງ​ ການ​ໃນ ​ຕອນ ​ເຊົ້າ​ຂອງ​ວັນ​ທີ 19 ພະຈິກ​ປີ 2008 ​ໂດຍ​ເປັນ​ ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ດຣ ທອງ​ລຸນ​ ສີ​ສຸ​ລິດ, ຮອງ​ນາຍົກ ລັດ ຖະມົນຕີລັດຖະມົນ ຕີ​ວ່າ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ ວູ່​ວັນ​ນິ່ງ, ລັດຖະມົນ​ຕີ​ວ່າການ​ກະຊວງ​ ການ ​ເງີ​ນ ສສ.ຫວຽດນາມ, ທ່ານ​ ສົມ​ດີ ດ​ວງດີ, ລັດຖະມົນຕີ​ວ່າ ການ​ ກະຊວງ​ການ ​ເງີ​ນ ​ແຫ່ງ​ສ ປປ ລາວ​ ພ້ອມ​ບັນດາ​ແຂກ​​ແລະ​ພະນັກງານວິຊາ​ການ​ຂອງ​ສອງ​ຝ່າຍ​ລາວ​ແລະ​ຫວຽດນາມຕະຫລອດ​ບັນດາ​ນັກສຶກສາວິທະຍາ ໄລ​ ການ ​ເງີ​ນ ພາກ​ກາງ​ເຂົ້າ​ຮວ່ມຢ່າງຫລວງຫລາຍ. ໃນພິທີດັ່ງກ່າວ ທ່ານ ວູ່ວັນນິ່ງ ​ໄດ້ຂື້ນກ່າວມອບ ​ໂຄງ ການ​ກໍ່ສ້າງ​ວິທະຍາ​ໄລ​ການ ​ເງີນພາກກາງດົງຄຳຊ້າງ ​ໃຫ້ທ່ານສົມດີ ດວງດີ ພ້ອມ​ທັງກ່າວຮັບວ່າ:​ໂຄງ ການ​ກໍ່ສ້າງ​ວິທະຍາ​ໄລ​ການ​ເງີ​ນພາກ ​ດົງ​ຄຳ​ຊ້າງ​ນີ້​ແມ່ນ ການ ພົວ ພັນ ແລະການ ຮ່ວມມືລະຫວ່າງ​ສອງ​ປະ​ເທດລາວ ແລະ​ຫວຽດນາມ​ກໍ​ຄື​ລະ ຫວ່າງກະຊວງການເງີນຂອງສອງປະເທດ ຊຶ່ງ​ກ້າວຂື້ນສູ່ລະດັບໃໝ່ແລະ ບົນ ພື້ນຖານ ສັນຍາ ວ່າດ້ວຍການຮ່ວມມືດ້ານເສດຖະກິດ,ວັດ ທະນະທຳ,ວິທະຍາ ສາດ​ ເຕັກນິກ ລ ຫວ່າງ​ລັດຖະ ບານແຫ່ງ ສປປລາວແລະລັດຖະບານສສຫວຽດນາມໄລຍະປີ 2006-2010. ລັດຖະບານ,ປະຊາຊົນ​ ກໍ​ຄື ກະຊວງ​ ການ​ເງິນ ສສ ຫວຽ​ດນາມ​ໄດ້​ໃຫ້ການ​ຊວ່ຍ​ເຫລືອ​ລ້າ​ເພື່ອ​ປຸກ​ສ້າງ​ວິທະຍາ​ໄລ​ ການ​ເງິນ ພາກ​ກາງ ຢູ່​ບ້ານ​ດົງ​ຄຳຊ້າງ​ເມືອ ງ​ ຫາດ ​ຊາຍ​ຟອງ,ນະຄອນ ຫລວງ​ວຽງ​ຈັນ, ລວມມຸນ​ ຄ່າ​ທັງ​ໝົດ 86 ຕື້​ດົງຫລື​ປະມານ 5 ລ້ານ​​ໂດ​ລາ​ສະຫະລັດ, ຊື່​ງ ລວມມີທັງ ​ໝົດ 5 ອາ ຄານຄື:ອາຄານ ຫ້ອງການ1ຫລັງ 3 ຊັ້ນມີຫລາຍ ຫ້ອງ ເພື່ອຕອບສະໜອງ ໃຫ້ແກ່ຄະນະອຳນວຍການແລະພະນັກ ງານ​ຄູ​ອາຈານ​ ຈຳ ນວນ 150 ຄົນ,ອາຄານ​ຫ້ອງ ​ຮຽນ 1 ຫລັງ ມີ 3 ຊັ້ນ ໃນ​ນັ້ນ ມີ 4 ຫ້ອງ​ສາມາດ ບັນຈຸ​ນັກຮຽນ​ໄດ້​ແຕ່ 50-54 ຄົນ,​ ແລະ​ມີ 12 ຫ້ອງ​ທີ່ ສາມາດບັນຈຸນັກຮຽນໄດ້25-30 ຄົນຕໍ່ຫອ້ງ, ມີຫ້ອງພັກຄູອາຈານ, ທັງໝົດ ອາຄານນີ້ ສາມາດຮອງຮັບ ນັກຮຽນໄດ້ 800 ຄົນ,ອາຄານ​ຫໍ​ພັກ​ນັກສຶກສາມີ 2 ຫລັງ 3 ຊັ້ນ,ມີ 60 ຫ້ອງ​ສາມາດ​ຮັບ​ນັກ ຮຽນຊາຍ ​ແລະ​ຍິງ​ໄດ້ 480 ຄົນ,ອາຄານຮ້ານ​ອາຫານ ນັກ​ສຶກສາ ​ ແລະ ​ພະນັກງານມ ີ1​ ຫລັງ 2 ຊັ້ນ ສາມາດ​ຕອບ ​ສະໜອງ​ໄດ້ 200 ຄົນ, ສະ​ໂມ​ສອນ​ໃຫຍ່ 1ຫລັງ​ບັນຈຸ​ໄດ້ 600 ບອ່ນນັ່ງ.
ການ​ຊ່ວຍ​ເຫລືອ​ກໍ່ສ້າງ​ວິທະຍາ​ໄລ​ການ​ເງີ​ນພາກ​ກາງ​ດົງ​ຄຳ​ຊ້າງ​ແມ່ນ​ໂຄງການ​ໜື່ງ​ໃນ​ບັນດາແຜນງານ ແລະ ເນື້ອໃນການຮ່ວມມື ລະຫວ່າງລາວ-ຫວຽດນາມ​ ໂດຍ​ສະ​ເພາະ​​ ແມ່ນ​ແຜນ ​ງານທີ 1, ຊື່​ງ​ເປົ້າ​ໝາຍ ​ແມ່ນ​ ການ ​ຮ່ວມ​ມືດ້ານ​ການ​ສື​ກສາ-ການ​ກໍ່ສ້າງ​ ແລະ​ຍົກ​ຄຸນ​ນະພາ​ບການ​ກໍ່ສ້າງ​ຊັບພະຍາກອນ​ມະນຸດ.
ການ​ຊ່ວຍ ເຫລືອດັ່ງກ່າວ ເປັນການປະກອບສ່ວນສຳຄັນເພື່ອບັນລຸຄາດໝາຍໃນການປະຕິບັດ​ແຜນ​ບຸລິ​ມະ​ສິດ​ຂອງ​ພັກ ​ແລ​ະ ລັດຖະບານ,​ໂດຍ​ສະ​ເພາະ ແມ່ນ​ການ​ກໍ່ສ້າງ ​ແລະ​ຍົກ​ລະດັບ​ຄວາມ​ສາມາດຂອງ​ພະນັກງານວິ ຊາ​ການ ​ໃນ ຂົງ​ເຂດ​ການ​ເງິນ ທັງ ​ເປັນ ​ການ​ສ້າງ​ເງື່ອນ​ໄຂ​ ອັນ​ສະດວກ​ແກ່​ການ​ຮຽນການ​ສອນ ໃຫ​້ມີຄຸນະພາບ​ ດີ​ ຂື້ນ. ທ່ານ ລັດຖະມົນຕີ​ວ່າການ​ກະຊວງ ​ການ​ເງິນ​ ໄດ້ ຕາງໜ້າ​ໃຫ້​ລັດຖະບານ​ແລະ​ປະຊາຊົນ​ບັນດາ​ເຜົ່າ​ສະ​ແດງ​ ຄວາມ​ຮູ້​ບຸນຄຸນ​ຢ່າງ​ໃຫຍ່​ຫລວງ ແລະ​ຂອບ​ໃຈ​ ຢ່າງ​ລົ້ນ​ເຫລືອ ​ຕໍ່​ການ​ຊ່ວຍ​ເຫລືອ​ອັນ​ລ້ຳ​ຄ່າ​ຂອງ​ລັດຖະບານ ​ແລະ ​ປະຊາຊົນ​ຫວຽດນາມ ຊື່​ງຍາມ​ໃດ​ກໍ​ໃຫ້​ຄວາມ​ເປັນ​ຮວ່ງ​ ເປັນ​ໃຍ​ ໃຫ້ການ​ຊ່ວຍ ​ເຫລືອ ຢ່າງຮອບ ດ້ານ​ໃນ​ ຂະ​ແໜງ​ການ​ເງີ​ນຕະຫລອດ​ມາ. ນອກຈາກ​ການ​ຊ່ວຍ​ເຫລືອ​ພື້ນຖານ​ໂຄງ​ລ່າງ​ແລ້ວ,ບັນດາ​ ກົມ​ກອງ ​ຕ່າງໆ ​ທີ່​ຂື້ນ​ກັບ​ກະຊວງ​ການ​ເງີ​ນຍັງ ໄດ້​ປະກອບ​ອຸປະກອນ ​ການຮຽນ​ການ​ສອນ​ຄື:ກົມ​ໃຫຍ່​ພາສີ​ມອບ​ຄອມ​ພິວ​ເຕີ​50 ຊຸດ​, ມະຫາວິທະຍາ​ໄລ​ການ​ ຕະ ຫລາດ ​ມອບ​ຄອມ​ພິວ​ເຕີ 12 ຊຸດເພື່ອປະກອບ ຫ້ແຕ່ລະ ຫ້ອງ,ກົມ ໃຫຍ່ ອາ ກອນ ມອບໂປຣເຈັກເຕີ 10 ເຄື່ອງ ,ລະບົບ​ເຄື່ອງ​ສຽງ​ຄົບ​ຊຸດ​ໃນ​ສະ​ໂມ​ສອນ. ທັງ​ໝົດ​ເຫລົ່າ​ນັ້ນ​ໄດ້​ເປັນ​ການ​ປະກອບ ສ່ວນ​ຢ່າງ​ໃຫຍ່​ ຫລວງ​ ໃນ​ ການ​ສ້າງ ​ເງື່ອນ​ໃຫ້​ແກ່​ການ​ປັບປຸງ​ລະບົບ​ການ​ຮຽນ​ການ​ສອນ​ກໍ​ຄື​ການ​ພັດທະນາ​ຊັບກອນ​ມະນຸດ​ໃນ​ຂະ​ແໜງການເງິ​ນ​ໃຫ້​ເປັນ​ລະບົບ./.

ກັບສາລະບານ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446