ສປປ ລາວມີຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມ ເອພີພີເອັບ
*(ຂປລ): ການກະກຽມດ້ານຕ່າງໆໃນກອງປະຊຸມ ເວທີປຶກສາລັດຖະສະພາອາຊີ-ປາຊີຟິກ ມາ ເຖິງປະຈຸບັນນີ້ ແມ່ນສົມບູນແລ້ວ, ສປປລາວ ກໍຄືສະພາແຫ່ງຊາດລາວ ມີຄວາມພ້ອມປັນ ເຈົ້າພາບຈັດ ກອງປະຊຸມຄັ້ງທີ 17 ທີ່ນະຄອນຫລວງວຽງຈັນ ໃນລະ ຫວ່າງ ວັນທີ 11-15 ມັງກອນ 2009, ມີຜູ້ແທນຈາກ 22 ປະເທດ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ. ທ່ານ ດຣໄຊສົມພອນ ພົມວິຫານ, ຮອງປະທານສະພາແຫ່ງຊາດ, ຫົວໜ້າຄະນະຮັບ ຜິດຊອບກະ ກຽມ ກອງປະຊຸມ ໄດ້ຖະ ແຫລງ ຂ່າວຕໍ່ບັນດາ ທູຕານຸທູດຕ່າງປະເທດ ແລະ ຕົວແທນສື່ມວນຊົນ ໃນຕອນເຊົ້າ ວັນທີ 8 ມັງກອນ 2009 ທີ່ໂຮງແຮມດອນ ຈັນພາ ເລດ ນະຄອນຫລວງວຽງຈັນ ວ່າ: ກອງປະຊຸມປະຈຳປີ ເວທີປຶກສາລັດຖະສະພາອາຊີ-ປາຊີຟິກ ຄັ້ງທີ່ 16 ຜ່ານມາ, ໄດ້ຈັດຂຶ້ນໃນ ວັນທີ 20-24 ມັງກອນ 2008 ທີ່ເມືອງອັອກແລນ ປະເທດນິວຊີແລນໄດ້ຕົກລົງເປັນເອກະສັນ ໃຫ້ສະພາແຫ່ງຊາດ ສປປ ລາວ ເປັນເຈົ້າ ພາບ ກອງປະຊຸມປະຈຳປີຄັ້ງທີ 17. ເລີ່ມແຕ່ເດືອນມັງກອນ 2008 ເປັນຕົ້ນມາສະພາແຫ່ງຊາດ ໄດ້ແຕ່ງຕັ້ງຄະນະ ຮັບ ຜິດ ຊອບກະກຽມກອງປະຊຸມ, ແຕ່ງຕັ້ງອະນຸກຳມະການຕ່າງໆ ແລະ ກອງເລຂາປະຈຳການເພື່ອ ກະກຽມ ໜ້າວຽກແຕ່ ລະດ້ານ ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ຊຶ່ງໃນກອງປະຊຸມນີ້ ມີ 22 ປະເທດເຂົ້າຮ່ວມ ແລະ 1 ອົງການຈັດຕັ້ງສາກົນ ຫລື IPU, ມີຜູ້ ແທນຈຳນວນ 240 ທ່ານ ແລະ ຜູ້ຕິດຕາມ 27 ທ່ານ. ອົງການ APPF ມີສະມາຊິກທັງໝົດ 27 ປະເທດ ແຕ່ມາຮ່ວມ ກອງປະຊຸມ ໄດ້ບໍ່ຄົບຖ້ວນ ເນື່ອງຈາກສະພາບ ພາຍໃນ ຂອງປະເທດ, ກອງປະຊຸມຄັ້ງນີ້ ຈະຮັບຮອງເນື້ອໃນ ແລະ ມະຕິຕົກລົງຕ່າງໆ 26 ມະຕິ, ໃນນີ້ສະພາແຫ່ງ ຊາດມີ 6 ມະຕິ ຈະສະເໜີໃຫ້ກອງປະຊຸມຮັບຮອງເອົາຄື: ຂົງເຂດການເມືອງ, ສັນຕິພາບ ແລະ ຄວາມປອດ ໄພ ຂົງເຂດອາຊີ-ປາຊີຟິກ, ບັນຫາຄວາມປອດໄພດ້ານພະລັງງານ, ຄວາມປອດໄພດ້ານສະບຽງອາຫານ, ການສົ່ງເສີມການ ທ່ອງທ່ຽວ ເພື່ອ ລຶບລ້າງຄວາມທຸກຍາກ, ສົ່ງເສີມເພດຍິງຢູ່ໃນເວທີລັດຖະສະພາ. ທ່ານ ດຣ ໄຊສົມພອນ ພົມວິຫານໄດ້ກ່າວຕື່ມວ່າ: ກອງປະຊຸມຄັ້ງນີ້ ຈະປະກອບສ່ວນຍົກສູງ ຖານະບົດ ບາດ ຂອງ ສປປ ລາວ ໃຫ້ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ທັງເປັນການ ໂຄສະນາໃຫ້ວົງ ຄະນາ ຍາດ ສາກົນ ຮູ້ກ່ຽວກັບປະເທດລາວ ແລະ ຄົນ ລາວ ໃຫ້ເລິກເຊິ່ງຕື່ມ. ເພື່ອເຮັດໃຫ້ກອງປະຊຸມປະສົບຜົນ ສຳ ເລັດຕາມຄາດໝາຍນັ້ນ, ຮຽກຮ້ອງໃຫ້ທຸກພາກ ສ່ວນການ ຈັດຕັ້ງ ຂອງພັກ-ລັດ, ຕະຫລອດຮອດພົນລະ ເມືອງ ລາວ ທຸກຄົນ ຈົ່ງພ້ອມກັນປະກອບສ່ວນ ໃນການເຜີຍແຜ່ຮີດຄອງປະເພນີລາວ, ມີ ຄວາມເປັນມິດ ແລະ ພ້ອມ ກັນ ຮັກສາຄວາມສະຫງົບປອດໄພ ເພື່ອ ສ້າງຄວາມປະທັບໃຈໃຫ້ບັນດາຜູ້ແທນ ແລະ ແຂກ ທີ່ເຂົ້າ ຮ່ວມ ກອງປະຊຸມ ./.
ກັບສາລະບານ