ອຸດົມໄຊ ແລະວິງຟຸກ ເພີ່ມທະວີການຮ່ວມມືຊ່ວຍເຫລືອກັນ
*(ຂປລ): ຄະນະຜູ້ແທນຂັ້ນສູງພັກ-ລັດແຂວງອຸດົມໄຊ ນຳໂດຍ ທ່ານ ດຣ ບຸນປອນ ບຸດຕະນະວົງ, ກຳມະການສູນກາງພັກ, ເລຂາ ພັກແຂວງ, ເຈົ້າແຂວງໆອຸດົມໄຊໄດ້ສຳເລັດການຢ້ຽມຢາມ ແລະເຮັດວຽກຢູ່ ແຂວງວິງຟຸກ ສສ ຫວຽດນາມ ແຕ່ວັນທີ26-30 ທັນວາ 2008 ຕາມການເຊື້ອເຊີນຂອງ ຄະນະພັກອຳນາດ ການປົກຄອງແຂວງດັ່ງກ່າວ. ໃນໂອກາດການຢ້ຽມຢາມນີ້ ທ່ານ ດຣ ບຸນປອນ ບຸດຕະນະວົງ ແລະ ການນຳແຂວງວິງຟຸກ ນຳໂດຍ ທ່ານ ຈິງດິງ ຢຸງ, ກຳມະ ການສູນກາງພັກກອມມູນິດ ຫວຽດນາມ, ເລຂາພັກແຂວງໄດ້ພົບປະປຶກສາຫາລື ໂດຍ ໄດ້ແຈ້ງສະພາບຈຸດພິເສດທີ່ຕັ້ງ ແລະການ ພັດ ທະນາເສດຖະກິດ-ສັງຄົມໃນຊຸມປີຜ່ານມາ ໃຫ້ກັນ ຊາບ ໂດຍສະເພາະການຮ່ວມມືຮອບດ້ານ ແລະ ການຊ່ວຍເຫລືອ ຊຶ່ງກັນ ແລະກັນຕະຫລອດມາ ລະຫວ່າງ ສອງ ແຂວງ ອ້າຍນ້ອງ. ພ້ອມດຽວກັນນີ້ທັງສອງແຂວງກໍໄດ້ຕົກລົງ ສືບຕໍ່ໃຫ້ການຮ່ວມ ມືນຳກັນ ໃນຕໍ່ໜ້າ ຊຶ່ງ ສອງ ແຂວງຈະສືບຕໍ່ໃຫ້ການນຳພັກ-ລັດຂອງສອງແຂວງໄປມາຫາສູ່ຊຶ່ງກັນ ແລະກັນຕາມຄວາມເຫມາະສົມ ແລະ ອິງຕາມເງື່ອນໄຂຕົວຈິງແຕ່ລະແຂວງເພື່ອປຶກສາຫາລືວຽກງານຮ່ວມກັນ ແລະແຂວງວິງຟຸກ ສສ ຫວຽດ ນາມ ເຫັນດີໃຫ້ການຊ່ວຍ ເຫລືອແຂວງອຸດົມໄຊກໍ່ສ້າງພະນັກງານຫລັກແຫລ່ງທາງດ້ານວິຊາ ການລະດັບ ຊັ້ນກາງ, ຊັ້ນສູງ, ປະລິນຍາຕີ ແລະປະລິນຍາໂທ ຈຳນວນ 10 ທຶນຕໍ່ປີ ພ້ອມທັງຈະຊຸກຍູ້ສົ່ງ ເສີມໃຫ້ນັກ ທຸລະກິດມາສຶກສາເກັບກຳຂໍ້ມູນເພື່ອມາລົງທຶນຢູ່ແຂວງອຸດົມໄຊ . ແຂວງວິງ ຟຸກ ຍັງໄດ້ມອບເງິນ ຈຳນວນ 100.000 ໂດລາຫະລັດໃຫ້ແກ່ແຂວງອຸດົມໄຊເພື່ອກໍ່ສ້າງໂຮງຮຽນປະຖົມສົມບູນສອງຊັ້ນຢູ່ເທສະ ບານ ແຂວງ ເພື່ອເປັນຂອງຂວັນໃຫ້ແກ່ແຂວງອຸດົມໄຊ. ໃນໄລຍະຢ້ຽມຢາມແລະເຮັດວຽກຢູ່ແຂວງວິງຟຸກ ເປັນເວລາ 5 ວັນ ຄະນະຜູ້ແທນແຂວງອຸດົມ ໄຊ ຍັງ ໄດ້ເຄື່ອນໄຫວຢ້ຽມຢາມພື້ນ ຖານເສດຖະກິດວັດທະ ນະທຳຢູ່ແຂວງວິງຟຸກແລະໄດ້ຢ້ຽມ ຢາມນະ ຄອນ ຫລວງຮ່າໂນ້ຍ ເປັນຕົ້ນ ແມ່ນສຸສານປະທານໂຮ່ຈິມິນ, ວິທະຍາໄລແຫ່ງຊາດຮ່າໂນ້ຍ ແລະກອງບັນຊາການ ທະ ຫານ ເຂດIIກອງທັບປະຊາຊົນຫວຽດນາມອີກດ້ວຍ./.
ກັບສາລະບານ