ຂ່າວພາຍໃນປະເທດ

ບັນດາແຂວງ​ພາກ​ເໜືອຫາລື​ຄວາມ​ຄືບ​ຫນ້າການ​ຮ່ວມ​ມື​​ລາວ​-​ອາ​ຊ​ຽນ

*(ຂ​ປ​ລ): ກະ​ຊວງ​ການ​ຕ່າງ​ປະ​ເທດ​ຮ່ວມ​ກັບ​ແຂວງ​ຊຽງ​ຂວາງ ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາສຳ​ລັບ​ພະ​ນັກ​ງານທີ່​ເຮັດ​ ວຽກ​ພົວ​ ພັນ​ ຕ່າງ​ປະ​ເທດ 6 ແຂວງ​ພາກ​ເໜືອ ເພື່ອ​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ຄວາມ​ຄືບ​ໜ້າ ດ້ານ​ການ​ຮ່ວມ​ມື ແລະ ຜົນ​ປະ​ໂຫຍດ​ຂອງ ສ​ປ​ປ ລາວ ໃນ​ການ​ເຊື່ອມ​ໂຍງ ເຂົ້າ​ກັບ​ອາ​ຊຽນ.
ກອງ​ປະ​ຊຸມ​ໄດ້​​ຈັດ​ໃຫ້​ມີ​ຂຶ້ນ​ໃນ​ອາ​ທິດ​ຜ່ານ​ມາ​ຢູ່​ທີ່​ແຂວງ​ຊຽງ​ຂວາງ ພາຍ​ໃຕ້​ການ​ເປັນ​ປະ​ທານ ຂອງ​ ທ່ານ ໄຊ​ຍະ​ການ ສຸ​ລິ​ວົງ, ເອກ ​ອັກ​ຄະ​ລັດ​ຖະ​ທູດ​ປະ​ຈຳກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ ສຸ​ບັນ ສົມ​ປະ​ສົງ, ກຳ​ມະ​ການ​ພັກ​ແຂວງ, ຫົວ​ໜ້າ​ຫ້ອງວ່າ​ການ ​ປົກ​ຄອງ ​ແຂວງ ແລະ ມີ​ບັນ​ດາ​ຫ້ອງ​ການ​ພົວ​ພັນ​ຕ່າງ​ປະ​ເທດ, ຫ້ອງວ່າ​ການ​ປົກ​ຄອງ​ແຂວງ, ພະ​ແນກ​ແຜນ​ການແລະການ​ລົງ​ທຶນ ​ແລະ ພະ ​ແນກ​ທ່ອງ​ທ່ຽວ ຈາກ 6 ແຂວງ​ພາກ​ເໜືອຄື: ຫົວ​ພັນ, ອຸ​ດົມ​ໄຊ, ຜົ້ງ​ສາ​ລີ, ຫລວງ​ນ້ຳ​ທາ, ຫລວງ​ພະ​ບາງ ແລະ ຊຽງ​ຂວາງ​ ເຂົ້າ​ຮ່ວມ, ຊຶ່ງກອງ​ປະ​ຊຸມ ໄດ້​ຮັບ​ຟັງ​ການ​ລາຍ​ງານ ສະ​ພາບ​ການພົ້ນ​ເດັ່ນ​ຂອງ​ສາ​ກົນ ກໍ​ຄື​ພາຍ​ໃນ ສ​ປ​ປ ລາວ ໃນ​ໄລ​ຍະ​ໜຶ່ງ​ປີ​ຜ່ານ​ມາ, ຮັບ​ ຟັງ​ຄຳ​ຄິດ​ເຫັນ ເພື່ອ​ເປັນ​ຂໍ້​ມູນ ແລະ ທັດ​ສະ​ນະ ຂອງ​ບັນ​ດາ​ແຂວງ​ພາກ​ເໜືອ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ ຂອງ ສ​ປ​ປ ລາວ ໃນ​ດ້ານ ​ຕ່າງໆ ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ. ພ້ອມ​ນີ້ ກໍ​ໄດ້​ຮັບ​ຟັງ​ຂໍ້​ສະ​ເໜີ​ດ້ານ​ຄວາມ​ສະ​ດວກ ແລະ ຂໍ້​ຫຍຸ້ງ​ຍາກ​ຂອງ​ແຕ່​ລະ​ແຂວງ, ​ໃນ​ນີ້​ສິ່ງ​ ສຳ​ຄັນ ແມ່ນ​ການ​ສ້າງ​ໂອ​ກາດ​ໃຫ້​ບັນ​ດາ​ແຂວງ​ພາກ​ເໜືອ ໄດ້​ພົບ​ປະ​ແລກ​ປ່ຽນ​ບົດ​ຮຽນ​ຊຶ່ງ​ກັນ ແລະ ກັນ ເພື່ອ​ເປັນ​ຂໍ້​ມູນ​ສຳ​ຄັນ ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ໃຫຍ່ ວຽກ​ງານ​ການ​ເຊື່ອມໂຍງ ກັບ​ອາ​ຊຽ​ນ ຊຶ່ງ​ຈະ​ຈັດ​ໃຫ້​ມີ​ຂຶ້ນ ໃນ​ຕົ້ນ​ເດືອນ​ມັງ​ກອນ 2009 ຢູ່​ທີ່​ແຂວງ​ ຫລວງ​ພະ​ບາງ. ກອງ​ປະ​ຊຸມ​ລັກ​ສະ​ນະ​ດັ່ງ​ກ່າວ ໄດ້​ຈັດ​ຂຶ້ນ​ມາ​ກ່ອນ​ແລ້ວ​ເມື່ອຕົ້ນ​ເດືອນ​ພະ​ຈິກ ສຳ​ຫລັບ​ບັນ​ດາ​ແຂວງ​ພາກ​ກາງ ແລະ ພາກ​ໃຕ້./.

ກັບສາລະບານ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446