ເພີ່ມຄວາມຮູ້ຂໍ້ມູນພື້ນຖານກ່ຽວກັບພະຍາດໄຂ້ຫວັດສັດປີກ ຢູ່ 8 ແຂວງພາກເຫນືອ
*(ຂປລ):ບັນດາພະນັກງານທີ່ກ່ຽວຂ້ອງຢູ່ບັນດາແຂວງພາກເໜືອໄດ້ຮຽນຮູ້ ຜົນຮ້າຍຈາກການລະບາດຂອງພະຍາດ ໄຂ້ຫວັດ ສັດປີກ, ການຄວບຄຸມພະຍາດໃນສັດປີກ, ການເຝົ້າລະວັງຢູ່ໃນລາວ ແລະໃນໂລກ, ການຄຸ້ມຄອງກໍລະນີທີ່ສົງໄສ ວ່າຕິດເຊື້ອ ພະ ຍາດ ໄຂ້ຫວັດສັດປີກ, ການບົ່ງມະຕິດ້ານການວິເຄາະ, ການເກັບກຳຕົວຢ່າງ, ຄວາມປອດໄພຈາກການຕິດເຊື້ອ, ມາດຕະການ ຄວບ ຄຸມການລະບາດໃຫຍ່ ໂດຍບໍ່ໄດ້ນຳໃຊ້ການປິ່ນປົວດ້ວຍຢາ. ການອົບຮົບຕ້ານການລະບາດພະຍາດໄຂ້ຫວັດສັດປີກ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ທີ່ແຂວງຫລວງພະບາງໂດຍມີ ທ່ານ ດຣ ຄຳແພງ ໄຊສົມແພງ, ຮອງເຈົ້າແຂວງໆຫລວງພະບາງ, ມີທ່ານ ປີເຕີ ເຮມອນ, ອຸປະທູດສະຫະລັດອາເມລິກາປະຈຳລາວ, ມີຫົວໜ້າ ກົມເສນາ ຮັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມລ້ຽງສັດ ແລະການປະມົງ, ຫົວໜ້າຫ້ອງການປະສານງານ ຕ້ານການຄວບ ຄຸມໄຂ້ຫວັດສັດປີກຂັ້ນສູນກາງ, ພ້ອມດ້ວຍສຳມະນາກອນຈາກເສນາຮັກ, ສາທາລະນະສຸກ ແລະຂະແໜງລ້ຽງສັດ-ການປະມົງ 8 ແຂວງພາກເໜືອເຂົ້າຮ່ວມ. ທັງນີ້ກໍເພື່ອເຮັດໃຫ້ພະນັກງານການແພດຂອງຝ່າຍກອງທັບ ແລະພົນລະເຮືອນຈາກບັນດາແຂວງ ພາກເໜືອໃຫ້ມີຄວາມຮູ້ຂໍ້ມູນ ພື້ນຖານກ່ຽວກັບພະຍາດໄຂ້ຫວັດສັດປີກ, ວິທີການເຝົ້າລະວັງ ແລະຄວບຄຸມການແຜ່ລະບາດ ຕະຫລອດເຖິງແຜນງານ ແຫ່ງຊາດ ຂອງການລະບາດໃຫຍ່ໄຂ້ຫວັດ, ແຜນງານຕ້ານ-ຄວບຄຸມພະຍາດໄຂ້ຫວັດສັດປີກໃນປະຈຸບັນຂອງກະຊວງປ້ອງກັນປະເທດ, ພາ ລະ ບົດບາດຂອງກອງທັບໃນການກະກຽມຕອບໂຕ້ການລະບາດໃຫຍ່, ກົດລະບຽບສາທາລະນະສຸກສາກົນ, ຍຸດທະສາດການ ຄວບຄຸ້ມຂອງອົງການອານາໄມໂລກ, ຂໍ້ຄວາມສຸກເສີນທາງດ້ານສາທາລະນະສຸກ ສຳລັບສະຖານະການໄຂ້ຫວັດສັດປີກ ແລະ ການ ລະບາດໃຫຍ່, ຄວາມສ່ຽງໃນການສື່ສານ, ບົ່ງມະຕິຈຳແນກຂອງພະຍາດລົມຫາຍໃຈໃນໄລຍະເກີດການລະບາດ, ການດຳ ເນີນ ການຝຶກ ອົບຮົມ ຊຶ່ງນຳໃຊ້ຫລັກສູດຈາກອົງການອະນາໄມໂລກ-ສູນຄວບຄຸມ ແລະປ້ອງກັນພະຍາດຊຶມເຊື້ອສະຫະ ລັດອາ ເມລິກາໃຫ້ມີປະສິດທິພາບໃນການສະກັດກັ້ນໃຫ້ທັນການ./.
ກັບສາລະບານ